Red Hat ປະກາດອອກ Quay 3.1

Breaking

Post Top Ad

Post Top Ad

Wednesday, September 11, 2019

Red Hat ປະກາດອອກ Quay 3.1

Red Hat ປະກາດອອກ Quay 3.1

ສຳລັບ Quay 3.1 ນີ້​ຈະ​ມີ​ຟັງ​ຊັນ​ໃໝ່​ຢ່າງ Repository Mirroring ທີ່​ຈະ​ມາ​ຊ່ວຍ​ເຕີມ​ເຕມ​ຟີ​ເຈີ Geographic Replication ໄດ້​ຄື Mirroring ຖືກ​ອອກ​ແບບ​ມາ​ໃຫ້ Mirror ເນື້ອຫາ​ລະຫວ່າງ 2 Registry(ຫຼືຫຼາຍກວ່າ) ແລະ ​ເປີດ​ໃຫ້​ຜູ້​ໃຊ້​ສາມາດ Synchronize ຕົວ Repository ທີ່​ເຮັດ Whitelist ເອົາ​ໄວ້​ຫຼື​ບາງ​ສ່ວນຂອງ Registry ຕົ້ນ​ທາງ​ໃນ Quay ໄດ້(ເບິ່ງ​ພາບ​ປະກອບ​ການ​ໃຊ້​ງານ​ຮ່ວມ​ກັບ Replication ດ້ານ​ເທິງ) ທັງ​ນີ້​ກໍ​ເພື່ອ​ກາ​ຣັນ​ຕີ​ວ່າເນື້ອ​ຫາ​ທີ່​ຖືກ​ໃຊ້​ໃນ Registry ຫຼາຍກວ່າ 1 ຈຸດ​ຈະ​ຖືກ Mirror ໄປ​ຍັງ Cluster ແລະ Registry ອື່ນ​ໆ ທີ່​ກ່ຽວ​ຂ້ອງ
ຢ່າງໃດ​ກໍ​ດີ Quay ເວີຊັນ​ໃໝ່​ຍັງມີ​ຄວາມ​ສາມາດ​ອື່ນ​ໆ ດັ່ງ​ນີ້
  • ເພີ່ມ​ການ​ຮອງ​ຮັບ NooBaa ທີ່​ໃຫ້​ບໍລິການ​ຄວາມ​ສາມາດ​ດ້ານ Software-defined Storage S3 
  • ສາມາດ​ຣັນ PostgreSQL DBMS ໃນ​ໂໝດ HA ເທິງ OpenShift ໄດ້​ດ້ວຍ​ຄວາມ​ສາມາດ​ຂອງ Crunchy Data ຊຶ່ງ​ກ່ອນ​ໜ້າ​ນີ້ Red Hat ແນະ​ນຳ​ໃຫ້​ຣັນ​ຢູ່​ນອກ Kubernetes Cluster
  • ສາມາດ​ຄວບ​ຄຸມ​ບໍ່​ໃຫ້ Repository ຖືກ​ປ່ຽນ​ແປງ​ໄດ້​ໄລ​ຍະ​ເວລາ​ໜຶ່ງ​ເພື່ອ​ຕອບສະໜອງ​ເຫດການ​ບາງຢ່າງ​ໃນ​ອົງກອນເຊັ່ນ ກະ​ບວນ​ການ​ພາຍ​ໃນ​ ຫຼື ​ດ້ານ​ກົດ​ໝາຍ ເປັນ​ຕົ້ນ
Red Hat ໄດ້​ປະ​ກາດ​ອອກ Quay 3.1 ຊຶ່ງ​ໃນ​ເວີ​ຊັນ​ນີ້​ໄດ້​ເນັ້ນ​ເຖິງ​ຄວາມ​ສາມາດ​ໃນ​ການ​ຊ່ວຍ​ອົງ​ກອນ​ໃຫ້​ຈັດການ Container Image ໃນ​ສະພາບ​ແວດ​ລ້ອມ​ແບບ Distributed ໄດ້​ດີ​ຢິ່ງ​ຂຶ້ນ
Quay ກໍ​ຄື Docker Registry ເຈົ້າ​ໜຶ່ງ​ເໝືອນ Docker Hub ຈາກ Core OS ແລະ​ ຖືກ Red Hat ເຂົ້າຊື້ກິດຈະການ ໃນ​ເວລາ​ຕໍ່​ມາ ຊຶ່ງ​ໄດ້ຮັບ​ການ​ໂປຣ​ໂມດວ່າ​ເປັນ Registry ທີ່​ມີ​ຟັງ​​ຊັນ​ເໝາະ​ສົມ​ກັບ​ການ​ໃຊ້​ງານ​ລະ​ດັບ​ອົງກອນ​ຫຼາຍກວ່າ​ຜູ້​ຫລິ້ນລາຍ​ອື່ນ (ສຶກ​ສາ​ເພິ່ມເຕິມ​ໄດ້​ທີ່ 1,2)



No comments:

Post a Comment

Post Top Ad