Microsoft ໃຊ້ການເຊື່ອມຕໍ່ດາວທຽມເພີ່ມຊ່ອງທາງສູ່ Azure ExpressRoute

Breaking

Post Top Ad

Post Top Ad

Wednesday, September 11, 2019

Microsoft ໃຊ້ການເຊື່ອມຕໍ່ດາວທຽມເພີ່ມຊ່ອງທາງສູ່ Azure ExpressRoute


Microsoft ປະ​ກາ​ດວ່າ​ໄດ້​ມີ​ການ​ເພີ່ມ​ຊ່ອງ​ທາງ​ການ​ເຊື່ອມ​ຕໍ່​ສູ່ Azure ExpressRoute ດ້ວຍ​ດາວ​ທຽມ ນອກ​ຈາກ​ນີ້​ຍັງ​ປະ​ກາດ​ເປີດ Region ໃໝ່​ໃນ​ເຢຍລະ​ມັນ​ເພີ່ມ​ອີກ​ດ້ວຍ
ExpressRoute ຄື Dedicated Link ທີ່​ເຊື່ອມ​ເຂົ້າ​ໂດຍກົງ​ຫາ Azure ນັ້ນ​ເອງ ​ຊຶ່ງ​ປະ​ກາດ​ໃຊ້​ງານ​ຕັ້ງ​ແຕ່​ປີ 2014 ແລ້ວ ທັງ​ນີ້​ເພື່ອ​ຮອງ​ຮັບ​ກັບ​ພື້ນ​ທີ່​ຫ່າງ​ໄກ ​ແລະ ​ເພີ່ມ​ຊ່ອງ​ທາງ​ໃຫ້​ບໍລິການ​ແກ່​ລູກ​ຄ້າ ດັ​ງ​ນັ້ນ​ຈຶ່ງ​ໄດ້ທຳການ​ປະ​ກາດ​ໃຊ້​ດາວ​ທຽມ​ເພື່ອ​ການ​ສົ່ງ​ສັຍ​ຍານ​ເຂົ້າ​ມາສູ່ ExpressRoute ໂດຍ​ເລິ່ມຕົ້ນ​ຈະ​ໃຊ້​ພາດເນີ 3 ລາຍ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ຄື SES, Inetsat ແລະ Viasat
ນະໂອ​ກາດ​ດຽວ​ກັນ​ນີ້ Microsoft ຍັງ​ໄດ້​ປະ​ກາດ Regions ໃໝ່​ໃນ​ເຢຍລະ​ມັນ​ດ້ວຍ ໂດຍ​ເຫດຜົນ​ຫຼັກ​ໆ ຄື​ຕອບ​ໂຈດເລື່ອງ Data Localize ຈາກ GDPR ແລະ ​ຮອງ​ຮັບ​ຄວາມ​ຕ້ອງ​ການ​ໃຊ້​ງານ​ຂອງ​ພາກ​ອຸດສາຫະກຳ​ໄດ້​ຫຼາຍ​ຂຶ້ນ ເຊັ່ນ IoT, AI ແລະ Container ພ້ອມ​ກັນ​ນີ້​ຍັງ​ໃຊ້​ເປັນ​ຖານ​ຂອງ Office 365, Dynamics 365 ແລະ Power Platform ແຫ່ງ​ໃໝ່​ດ້ວຍ



ແຫຼ່ງຂໍ້ມູນzdnetazuremicrosoft , techtalkthai

No comments:

Post a Comment

Post Top Ad