OPPO ກຽມເປີດໂຕ Reno Ace ທີ່ມາພ້ອມກັບໜ້າຈໍ 90Hz ຄາດວ່າໃຊ້ຊິບເຊັດ 5G ພ້ອມເຜີຍໂສມເດືອນຕຸລາ 2019 ນີ້

Breaking

Post Top Ad

Post Top Ad

Wednesday, September 11, 2019

OPPO ກຽມເປີດໂຕ Reno Ace ທີ່ມາພ້ອມກັບໜ້າຈໍ 90Hz ຄາດວ່າໃຊ້ຊິບເຊັດ 5G ພ້ອມເຜີຍໂສມເດືອນຕຸລາ 2019 ນີ້



ເມື່ອ​ປາຍ​ເດືອນ​ສິງ​ຫາ 2019 ​ທີ່​ຜ່ານມາ OPPO ຫາກໍ່ໄດ້​ເປີດ​ໂຕ​ສະ​ມາ​ດ​ໂຟນ​ໃນ​ຊີ​ຣີ Reno 2 ໃຫ​ມ​່​ໄປ​ທັງ​ໝົດ 3 ລຸ້ນ ແຕ່​ເໝືອນ​ຈະ​ຍັງ​ບໍ່​ໝົດ​ກ໊ອກ ເພາະ Shen Yiren ກໍ​ໄດ້​ອອກ​ມາ​ຢືນຢັນວ່າ​ຈະ​ມີ​ໂທລະ​ສັບ​ລຸ້ນ​ໃໝ່​ອອກ​ມາ​ເດືອນ​ໜ້າ​ພາຍໃຕ້​ຊື່ OPPO Reno Ace ຊຶ່ງ​ຈະ​ມີ​ຄ່າ​ Refresh rate ໜ້າ​ຈໍ​ສູງ​ເຖິງ 90Hz
ຫຼັງ​ຈາກ​ເມື່ອ​ບໍ່​ຈັກ​ມື້​ກ່ອນ Shen Yiren ໄດ້​ໂພ​ສ​ຂໍ້​ມູນ​ບອກ​ໃບ້​ວ່າ​ຈະ​ມີສະມາດໂຟນ​ຈາກ OPPO ລຸ້ນ​ໃໝ່​ທີ່​ບໍ່​ແມ່ນ Reno 2 (ເພາະ​ເປີດ​ຕົວ​ໄປ​ກ່ອນ​ແລ້ວ) ມາ​ພ້ອມ​ກັບ​ໜ້າ​ຈໍ 90Hz ແລະ ​ເທ໊ກ​ໂນ​ໂລ​ຢີ​ສາກ​ໄວ​ແບບ​ອັບ​ເກຣດ

ນອກ​ຈາກ​ນີ້ OPPO ຍັງ​ເສີມ​ວ່າ Reno Ace ຈະ​ເປັນ​ສະມາດໂຟນ​ລຸ້ນ​ທຳອິດ​ຂອງ​ໂລກ​ທີ່​ມາ​ພ້ອມ​ກັບ​ຊິບ​ເຊັດ​ຕົວ​ໃໝ່​ຈາກ Qualcomm ທີ່​ມີ​ໂມ​ເດມ 5G ໃນ​ຕົວ ສອດ​ຄ່ອງ​ກັບ​ຂ່າວ​ກ່ອນ​ໜ້າ​ນີ້​ທີ່​ອອກ​ມາ​ບອກ​ວ່າ​ພວກ​ເຂົາ​ກຳ​ລັງ​ເຮັດວຽກ​ຮ່ວມ​ກັບ Qualcomm ໃນ​ການ​ທົດສອບ​ຊິບ​ເຊັດ Snapdragon 700 series ທີ່​ໃສ່​ໂມ​ເດມ 5G ໄວ້​ໃຫ້​ເລຍ
ຄາດ​ວ່າ​ກວ່າ​ຈະ​ເຖິງ​ມື້​ເປີດ​ໂຕໜ້າ​ຈະ​ມີດ​ເປັກ​ ແລະ ​ຟີ​ເຈີ​ຕ່າງ​ໆ ຂອງ OPPO Reno Ace ຫຼຸດ​ອອກ​ມາ​ໃຫ້​ຊົມ​ກັນ​ຢ່າງ​ແນ່ນອນ

ແຫຼ່ງຂໍ້ມູນ: 


No comments:

Post a Comment

Post Top Ad