Apple ກຽມປ່ອຍອັບເດດ iOS 13 ແລະ watchOS 6 ວັນທີ 20 ກັນຍາ ຄ.ສ. 2019 ນີ້ ແລະ iPadOS 1 ຕຸລາ ຄ.ສ. 2019 ນີ້

Breaking

Post Top Ad

Post Top Ad

Wednesday, September 11, 2019

Apple ກຽມປ່ອຍອັບເດດ iOS 13 ແລະ watchOS 6 ວັນທີ 20 ກັນຍາ ຄ.ສ. 2019 ນີ້ ແລະ iPadOS 1 ຕຸລາ ຄ.ສ. 2019 ນີ້

ຫຼັງ​ຈາກ​ເມື່ອ​ຄືນ​ທີ່​ຜ່ານມາ (10/09/2019) Apple ໄດ້​ເປີດໂຕ​ໄປ​ທັງ iPhone 11, iPhone 11 Pro, iPhone 11 Pro Max, iPad ລຸ້ນ​ທີ່ 7, ແລະ Apple Watch Series 5 ທີ່​ຈະ​ມາ​ພ້ອມ​ກັບ​ລະບົບ​ປະຕິບັດການ​ລຸ້ນ​ໃໝ່​ຂອງ Apple ຢ່າງ iOS 13 ສຳລັບ iPhone, iPadOS ສຳລັບ iPad ແລະ watchOS 6 ສຳລັບ Apple Watch ລ່າ​ສຸດ Apple ປະ​ກາດ​ກຽມ​ປ່ອຍ​ອັບ​ເດດ​ລະບົບ​ປະຕິບັດການ​ໃຫ້​ກັບ​ອຸປະກອນ​ລຸ້ນ​ກ່ອນໆເຊັ່ນ​ກັນ

ສຳລັບ​ອຸປະກອນ​ທີ່​ຈະ​ສາມາດ​ອັບ​ເດດ​ໄດ້​ມີ​ດັ່ງ​ນີ້

iOS 13

IOS 13

·        iPhone XS
·        iPhone XS Max
·        iPhone XR
·        iPhone X
·        iPhone 8
·        iPhone 8 Plus
·        iPhone 7
·        iPhone 7 Plus
·        iPhone 6s
·        iPhone 6s Plus
·        iPhone SE
·        iPod touch (ລຸ້ນ​ທີ່ 7)

iPadOS

iPadOS

·        iPad Pro ລຸ້ນ 12.9 ນິ້ວ
·        iPad Pro ລຸ້ນ 11 ນິ້ວ
·        iPad Pro ລຸ້ນ 10.5 ນິ້ວ
·        iPad Pro ລຸ້ນ 9.7 ນິ້ວ
·        iPad (ລຸ້ນ​ທີ່ 6)
·        iPad (ລຸ້ນ​ທີ່ 5)
·        iPad mini (ລຸ້ນ​ທີ່ 5)
·        iPad mini 4
·        iPad Air (ລຸ້ນ​ທີ່ 3)
·        iPad Air 2

watchOS 6


·        Apple Watch Series 1
·        Apple Watch Series 2
·        Apple Watch Series 3
·        Apple Watch Series 4


ກຳນົດ​ມື້​ອັບ​ເດດ
·        iOS 13 ນັ້ນ ທາງ Apple ຈະ​ປ່ອຍ​ໃຫ້​ອັບ​ເດດ​ໃນ​ວັນທີ 20 ກັນຍາ​ 2019 ນີ້​ ເຊິ່ງວ່າແອບ​ເປີ້ນ​ບອກ​ວ່າ​ຈະ​ເປີດ​ໃຫ້​ໂຫຼດ 19 ກັນຍາ 2019 ​ນີ້​ຕາມ​ເວລາ​ອາ​ເມ​ຣິ​ກາ. ເຊັ່ນ​ດຽວ​ກັນ​ກັບ​ວັນທີ​ເປີດ​ຂາຍ iPhone 11 ແລະ iPhone 11 Pro ໃນ​ສະ​ຫະລັດ​ ຫຼັງ​ຈາກ​ນັ້ນ​ໃນ​ວັນທີ 30 ກັນຍາ 2019 ຈະ​ມີ​ການ​ປ່ອຍ​ອັບ​ເດດ iOS 13.1 ມາ​ຢ່າງ​ຕໍ່​ເນື່ອງ
·        iPadOS ຈະ​ປ່ອຍ​ໃຫ້​ອັບ​ເດດ​ໃນ​ວັນທີ 1 ຕຸລາ 109 ​ນີ້ ສ່ວນ​ກຳນົດ​ທີ່​ແອບ​ເປີ້ນ​ບອກ​ວ່າ​ຈະ​ປ່ອຍ​ຄື 30 ກັນຍາ 2019 ຕາມເວລາຂອງອາເມຣິກາ ພ້ອມ​ກັບ​ການ​ເປີດ​ຂາຍ iPad ລຸ້ນ​ທີ່ 7 ໃນ​ສ​ະຫະລັດໃນ​ວັນທີ 30 ກັນຍາ 2019 ແລະ watchOS ສຳລັບ Apple Watch Series 3 ແລະ 4 ໃນ​ວັນທີ 20 ກັນຍາ 2019 ສ່ວນ​ລຸ້ນ​ກ່ອນ​ໜ້າ​ນັ້ນ​ຈະ​ຕາມ​ມາ​ພາຍ​ຫລັງ

ສຳລັບ​ໃຜ​ທີ່​ສົນ​ໃຈ​ຈະ​ທົດລອງ​ໃຊ້​ງານ​ລະບົບ​ປະຕິບັດການ​ໃໝ່ໆ ກ່ອນ​ໃຜ ສາມາດ​ລົງ​ທະ​ບຽນ​ໃນ​ໂຄງ​ການ Apple Beta ພ້ອມ​ດາວ​ໂຫຼດ​ໂພຣ​ໄຟ​ມາ​ຕິດ​ຕັ້ງ​ໃນ​ເຄື່ອງ​ໄດ້​ທີ່ beta.apple.com

Apple Beta
ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad