ເປີດຕົວ iPad 7th Gen ມາພ້ອມໜ້າຈໍ Retina Display 10.2 ນິ້ວ ແລະ ຮອງຮັບ Apple Pencil

Breaking

Post Top Ad

Post Top Ad

Wednesday, September 11, 2019

ເປີດຕົວ iPad 7th Gen ມາພ້ອມໜ້າຈໍ Retina Display 10.2 ນິ້ວ ແລະ ຮອງຮັບ Apple Pencil


Apple ເປີດ​ຕົວ iPad 7th Gen ທີ່​ມາ​ກັບ​ໜ້າ​ຈໍ Retina Display ຂະໜາດ 10.2 ນິ້ວ, ໃຊ້​ຊິບ​ເຊັດ A10 Fusion, ກ້ອງ​ຫຼັງ​ທີ່​ດີກວ່າ​ເດີມ, ແບດ​ເຕີ​ຣີ່​ທີ່​ໃຊ້​ງານ​ໄດ້​ດົນ​ກວ່າ​ເດີມ ລວມເຖິງ​ຍັງ​ຮອງ​ຮັບ​ການ​ໃຊ້​ງານ Apple Pencil ສຳລັບ​ການ​ຂີດ​ໆ ຂຽນ​ໆ ໄດ້​ເໝືອນ​ກັບ​ການ​ໃຊ້​ງານ​ປື້ມ+​ສໍ​ຈິງ ໂດຍ iPad 7th Gen ມີ​ລາ​ຄາ​ເລີ່ມ​ຕົ້ນ​ຢູ່​ທີ່ $329
iPad 7th Gen ມາ​ພ້ອມ​ກັບ​ລະບົບ iPadOS ເພີ່ມ​ສາມາດ​ໃນ​ການ​ໃຊ້​ງານ​ແບບ Multi Task ແກ້​ໄຂ​ເອກະສານ​ງານ​ຕ່າງ​ໆ ໄດ້​ຢ່າງ​ງ່າຍ​ດາຍ ພ້ອມ​ທັງ​ຄົ້ນ​ຫາ​ຂໍ້​ມູນ​ເພິ່ມເຕິມ​ຈາກ​ເວັບ ຫຼື ໂທ FaceTime ໄປ​ພ້ອມ​ໆ ກັນ​ໄດ້​ອີກ​ດ້ວຍ ໂດຍ​ປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ທາງ Apple ເວົ້າ​ວ່າ​ແຮງ​ກວ່າ​ໂນ້ດ​ບຸ໊ກ Windows ທີ່​ມີຍ​ອດ​ຂາຍ​ດີ​ໃນ​ຊ່ວງ​ທຳອິດຂອງ​ປີ 2019 ເຖິງ 2 ເທົ່າ

iPad 7th Gen ຮອງ​ຮັບ​ການ​ໃຊ້​ງານ​ຄູ່​ກັບ Apple Pencil ເຮັດໃຫ້​ສາມາດ​ຈົດ​ບັນ​ທຶກ​ສິ່ງ​ຕ່າງ​ໆ ໄດ້​ຢ່າງ​ສະ​ດວກ ຕັ້ງ​ແຕ່​ຈົດ​ວຽກບ້ານ​ໄປ​ຈົນ​ເຖິງ​ຈົດ​ລາຍ​ການ-​ການ​ປະ​ຊຸມ ຫຼືຈະ​ເອົາ​ໄປແຕ້ມ​ຮູບ​ເພື່ອ​ການ​ບັນ​ເທີງ​ກໍ​ຍັງ​ໄດ້

ດ້ວຍ​ປະ​ສິດ​ທິ​ພາບ​ຂອງ​ຊິບ​ເຊັດ A10 Fusion ທີ່​ຈະ​ເຮັດໃຫ້​ການ​ຫຼິ້ນ​ເກມ​ຕ່າງ​ໆ ວ່ອງໄວ ລື່ນ​ໄຫຼ ແລະ ​ຄົມ​ຊັດເຕັມ​ໄປ​ດ້ວຍ​ລາຍ​ລະອຽດ​ຕ່າງ​ໆ ອີກ​ທັງ​ສາມາດ​ໃຊ້​ງານ​ຮ່ວມ​ກັບ​ຄອນໂທຣເລີ PlayStation DualShock 4 ຫຼື ​ອຸປະກອນ​ຄວບ​ຄຸມ​ເກມ​ທີ່​ໄດ້ຮັບ​ມາດຕະຖານ MFi ໄດ້​ອີກ​ດ້ວຍ

ກ້ອງ​ຫຼັງ​ຄວາມ​ລະອຽດ 8 ລ້ານ​ພິກ​ເຊລ ເຮັດໃຫ້​ສາມາດ​ຖ່າຍ​ ແລະ ​ຕັດ​ຕໍ່​ວິ​ດີ​ໂອ​ໄດ້​ຈາກ​ແອບກ້ອງ​ເລີຍ ຈະ​ໃສ່​ເອ​ຟ​ເຟັກມ່ວນ​ໆ ຫຼື ​ຈະ​ໃສ່​ຟິວເຕ​ີໝຸນ​ພາບ​ຫຍັງ​ກໍ​ເຮັດ​ໄດ້​




ນອກ​ຈາກ​ນີ້ iPad ລຸ້ນ​ໃໝ່ (ລວມ​ໄປ​ເຖິງ iPhone 11 ທີ່​ຫາກໍ່​ເປີດ​ຕົວ​ໄປ​ດ້ວຍ) ຈະ​ໄດ້ຮັບ​ສິດເບິ່ງ Apple TV+ ບໍລິການ ​live streaming ພາບພະຍົນ ​ແລະ ​ຊີ​ຣີ ໄດ້​ຟີ​ເປັນ​ເວລາ 1 ປີ ຊຶ່ງ​ຄ່າ​ບໍລິການ​ຂອງ Apple TV+ ຈະ​ຢູ່​ທີ່ $4.99




ດ້ວຍ​ຂະໜາດ​ກະ​ທັດຮັດ ແລະ ​ນ້ຳ​ໜັກ​ພຽງ 450 ກຣາມ ເຮັດໃຫ້ iPad 7th Gen ສາມາດ​ພົກ​ພາ​ໄປ​ໄດ້​ທຸກ​ທີ່ ອີກ​ທັງ​ຍັງມີ​ໃຫ້​ເລືອກ​ທັງ​ລຸ້ນ Wi-Fi ແລະ 4G LTE Advanced ເວົ້າ​ໄດ້​ວ່າ ​ບໍ່​ວ່າ​ຈະ​ຢູ່​ທີ່​ໃດ​ກໍ​ສາມາດ​ທ່ອງ​ເວັບ, ເບິ່ງ​ໜັງ​ ຫລື ​ຊີ​ຣີ​ ແລະ​ອື່ນ​ໆ ບວກ​ກັບ​ແບດ​ເຕີ​ຣີ່​ທີ່​ໃຊ້​ງານ​ໄດ້​ດົນ​ສູງ​ສຸດ​ເຖິງ 10 ຊັ່ວ​ໂມງ ເຮັດໃຫ້​ເຮົາ​ສາມາດ​ເພີດ​ເພີນ​ກັບ iPad 7th Gen ຕົວ​ນີ້​ໄດ້​ຢາວ​ໆ

ສະ​ເປ໊ກ IPAD 10.2 ນິ້ວ

·         ໜ້າ​ຈໍ LCD Retina ຂະໜາດ 10.2 ນິ້ວ ພ້ອມ​ເທັກ​ໂນ​ໂລ​ຢີ IPS ຄວາມ​ລະອຽດ 2160 x 1620 ຄວາມ​ສະຫວ່າງ 500 ນິດ ເຄືອບ​ສານ​ກັນ​ຮອຍ​ນິ້ວ​ມື ແລະ ​ຮອງ​ຮັບ Apple Pencil
·         ຊິບ​ເຊັດ A10 Fusion ພ້ອມ​ສະ​ຖາ​ປັດຕະຍະ​ກຳ 64 ບິດ
·         ກ້ອງ​ຫຼັງ 8 ລ້ານ​ພິກ​ເຊລ ຣູ​ຮັບ​ແສງ f/2.4 ບັນ​ທຶກ​ວິ​ດີ​ໂອ​ໄດ້ 1080p@30fps
·         ກ້ອງ​ໜ້າ 1.2 ລ້ານ​ພິກ​ເຊລ ຣູ​ຮັບ​ແສງ f/2.2
·         ລຳ​ໂພງ​ສ​ະເຕີ​ຣິ​ໂອ
·         ເຊນ​ເຊີ
·         Touch ID
·         ໄຈ​ໂຣ 3 ແກນ
·         ອຸປະກອນ​ກວດ​ຈັບ​ການ​ເຄື່ອນ​ໄຫວ
·         ບາ​ຣໍ​ມິ​ເຕ​ອ​ຣ​໌
·         ເຊນ​ເຊີ​ກວດ​ວັດ​ແສງ​
·         ລະບົບ​ປະຕິບັດການ iPadOS

ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad