24 ແອບ Android ອັນຕະລາຍ ແຝງມັນແວ (malware) Joker ແອັບສະໝັກບໍລິການເສຍເງີນເອງໂດຍທີ່ເຈົ້າຂອງເຄື່ອງບໍ່ຮູ້ໂຕ

Breaking

Post Top Ad

Post Top Ad

Wednesday, September 11, 2019

24 ແອບ Android ອັນຕະລາຍ ແຝງມັນແວ (malware) Joker ແອັບສະໝັກບໍລິການເສຍເງີນເອງໂດຍທີ່ເຈົ້າຂອງເຄື່ອງບໍ່ຮູ້ໂຕ


24 ແອບ Android ອັນຕະລາຍ ແຝງມັນແວ (malware) Joker ແອັບສະໝັກບໍລິການເສຍເງີນເອງໂດຍທີ່ເຈົ້າຂອງເຄື່ອງບໍ່ຮູ້ໂຕ

ບໍລິສັດຮັກສາ​ຄວາມ​ປອດ​ໄພ​ໄຊ​ເບີ CSIS ໄດ້​ມີ​ການ​ເປີດ​ເຜີຍລາຍ​ຊື່​ຂອງ​ແອັບ​ໃນ Google Play Store ຈຳນວນ 24 ແອັບ ທີ່​ມີ​ມັນ​ແວດູດ​ເງີນ​ຊື່​ວ່າ Joker ຕິດ​ມາ​ດ້ວຍ ໂດຍ​ມັນ​ແວ​ດັ່ງ​ກ່າວ​ຈະ​ເຮັດໃຫ້​ມື​ຖື​ຂອງ​ຜູ້​ທີ່​ຕິດ​ຕັ້ງ​ແອັບ​ເຫຼົ່າ​ນີ້ ເສຍ​ເງີນ​ຈາກ​ການ​ສະໝັກ​ບໍລິການ​ຕ່າງ​ໆ ໂດຍ​ທີ່​ເຈົ້າ​ຂອງ​ເຄື່ອງ​ບໍ່​ຮູ້ໂ​ຕ
ເຖິງ​ແມ່ນ​ວ່າ​ຕອນ​ນີ້​ທາງ Google ຈະ​ລົບ​ແອັບ​ອັນຕະລາຍ​ທັງ 24 ແອັບ ຖິ້ມ​ໄປ​ຮຽບຮ້ອຍ​ແລ້ວ ແຕ່​ຜູ້​ທີ່​ຕິດ​ຕັ້ງ​ລົງ​ເຄື່ອງ​ໄປ​ກ່ອນ​ໜ້າ​ນີ້ ກໍຍັງ​ມີ​ຄວາມ​ສ່ຽງ​ຈາກ​ການ​ຖືກ​ດູດ​ເງີນ​ໄປ​ຢູ່​ດີ.. ວ່າ​ແລ້ວ​ກໍ​ມາ​ເຊັກ​ກັນວ່າ​ແອັບ​ທີ່​ມີ​ມັນ​ແວ Joker ທັງ 24 ແອັບ ຈະ​ມີ​ແອັບໃດແດ່

ແອັບ​ແຝງ​ມັນ​ແວ​ JOKER

1.    Advocate Wallpaper
2.    Age Face
3.    Altar Message
4.    Antivirus Security – Security Scan
5.    Beach Camera
6.    Board picture editing
7.    Certain Wallpaper
8.    Climate SMS
9.    Collate Face Scanner
10. Cute Camera
11. Dazzle Wallpaper
12. Declare Message
13. Display Camera
14. Great VPN
15. Humour Camera
16. Ignite Clean
17. Leaf Face Scanner
18. Mini Camera
19. Print Plant scan
20. Rapid Face Scanner
21. Reward Clean
22. Ruddy SMS
23. Soby Camera
24. Spark Wallpaper

ສ່ວນ​ການ​ໂຈມ​ຕີ​ຂອງ​ມັນ​ແວ​ Joker ກໍ​ຄື.. ເມື່ອ​ແອັບ​ທີ່​ມີ​ມັນ​ແວ​ດັ່ງ​ກ່າວ​ຖືກ​ຕິດ​ຕັ້ງ​ລົງ​ເຄື່ອງ​ແລ້ວ ມັນ​ກໍ​ຈະລັກ​ກົດ​ສະໝັກ​ບໍລິການ​ເສຍ​ເງີນ​ໃນ​ໂຄສະນາທີ່​ແຝງ​ມາ​ກັບ​ແອັບ​ເຫຼົ່າ​ນັ້ນ ຊຶ່ງ​ມັນ​ສາມາດ​ເຂົ້າ​ເຖິງ SMS ໃນ​ເຄື່ອງ​ເພື່ອ​ດຶງລະ​ຫັດ​ການ​ລົງ​ທະ​ບຽນ​ມາ​ສະໝັກ​ບໍລິການ​ໄດ້​ເອງ​ສຳເລັດ ກວ່າ​ຈະ​ຮູ້​ໂຕ​​ກໍ​ຕອນ​ທີ່​ມີ​ການ​ຮຽກ​ເກັບ​ເງີນ​ຈາກ​ບິນ​ບັດ​​ເຄຣ​ດິດ​ນັ້ນ​ແຫຼະ
ນັບ​ຕັ້ງ​ແຕ່​ແອັບ​ທັງ 24 ແອັບ ໄດ້​ມາ​ຢູ່ໃນ Google Play Store ຈົນ​ເຖິງ​ຕອນ​ທີ່​ໂດນ​ລືບ​ຖິ້ມ​ໄປ​ແລ້ວ ພົບວ່າ​ມີ​ການ​ດາວ​ໂຫຼດ​ໄປ​ຕິດ​ຕັ້ງ​ໃນ​ເຄື່ອງ​ກວ່າ 472,000 ເທື່ອ ຈາກ​ຜູ້​ໃຊ້​ງານ​ທັ່ວ​ໂລກ ຖ້າ​ໃຜ​ທີ່​ຮູ້​ໂຕ​ວ່າ​ມີ​ແອັບ​ດັ່ງ​ກ່າວ​ຕິດ​ຕັ້ງ​ຢູ່​ກໍ​ໃຫ້​ຮີບ​ລືບ​ຖິ້ມ ແລ້ວລອງກວດເບິ່ງໃນບັນຊີວ່າມີລາຍການແປກໆທີ່ເຮົາບໍ່ໄດ້ສະໝັກຫຼືບໍ



ແຫຼ່ງຂໍ້ມູນ

No comments:

Post a Comment

Post Top Ad