ເຕືອນພົບ Malware ໃໝ່ເທິງແອນດຣອຍ ‘xHelper’ ລຶບອອກຍາກເຖິງວ່າສິ Factory Reset ຍັງບໍ່ຊ່ວຍ

Breaking

Post Top Ad

Post Top Ad

Thursday, October 31, 2019

ເຕືອນພົບ Malware ໃໝ່ເທິງແອນດຣອຍ ‘xHelper’ ລຶບອອກຍາກເຖິງວ່າສິ Factory Reset ຍັງບໍ່ຊ່ວຍ


ມີ​ລາຍ​ງານ​ຈາກ Symantec ແລະ Malwarebytes ວ່າ​ຂະນະ​ນີ້​ຜູ້​ໃຊ້​ງານ​ແອນ​ດ​ຣອຍ​​ກຳ​ລັງ​ສ່ຽງ​ທີ່​ຕ້ອງພົບ​ກັບ​Malware ຊະ​ນິດ​ຝັງ​ແໜ້ນ ລຶບອອກ​ຍາກ​ສຸດ​ໆ ທີ່​ຊື່​ວ່າ ‘xHelper’ ຊຶ່ງ​ມີ​ເຫຢື່ອ​ແລ້ວ​ປະມານ 45,000 ຄົນ
xHelper ຖື​ເປັນ​ມັນ​ແວ​ຕົວ​ໃໝ່​ທີ່​ໄດ້ຮັບ​ການ​ຈັບ​ຕາ​ຈາກ Symantec ແລະ Malwarebytes ຊຶ່ງ​ພົບ​ເທື່ອທຳອິດປະມານ​ເດືອນ​ມີ​ນາ​ ​ແລະ ​ຂະຫຍາຍ​ວົງ​ການ​ໂຈມ​ຕີ​ເຫຢື່ອ​ເລື້້ອຍໆ​ມາ​ຈົນ​ລ່າ​ສຸດ​ຄາດ​ວ່າ​ມີ​ເຫຢື່ອ​ເຖິງ 45,000 ຄົນ​ແລ້ວ​ໃນ​ສະ​ຫະລັດ ​ແລະ ​ຣັດ​ເຊຍ
ໂດຍ​ກົນ​ໄກ​ການ​ຕິດ​ຂອງ​ມັນ​ແວນັ້ນ​ເກີດ​ຈາກ​ການ​ຖືກ​ເຮັດ Web Redirection ເພື່ອ​ໄປ​ດາວ​ໂຫຼດ​ແອັບ​ນອກ Play Store ຊຶ່ງ​ໃນ​ໂຄ້​ດ​ນັ້ນ​ມີ​ການ​ໄປ​ດາວໂຫຼດ xHelper ເຂົ້າ​ມາ​ຊຶ່ງ​ຟັງ​​ຊັນ​ການ​ເຮັດ​ວຽກ​ຫຼັກໆ​ທີ່​ພົບ​ຄື: ​ການ​ສະແດງ​ໂຄສະ​ນາ ​ແລະ ​ສົ່ງ Spam ທີ່​ຊີ້​ໄປ​ຍັງ Play Store ເພື່ອ​ໃຫ້​ດາວ​​ໂຫຼດ​ແອັບ​ອື່ນໆ​ເຂົ້າ​ມາ​ ເພື່ອສ້າງ​ລາຍ​ໄດ້​ໃຫ້​ແກ່​ຄົນ​ຮ້າຍ
ເຖິງວ່າ​ປັດຈຸບັນ xHelper ບໍ່​ໄດ້​ມີ​ຟັງ​ຊັນ​ປະ​ເພດ​ທຳລາຍ​ລ້າງ​ແຕ່​ຄວາມ​ເຈັບ​ແສບ​ຂອງ​ມັນ​ແວ​​ຕົວ​ນີ້​ຕໍ່​ເຫຢື່ອ​ຄື​ລຶບ​ໄດ້​ຍາກ​ຫລາຍ ເຖິງ​ແມ່ນ​ວ່າ​ຜູ້​ໃຊ້​ຈະ​ລົບ​ແອັບ​ຕົ້ນ​ເຫດ​ກໍ​ບໍ່​ສາມາດ​ກຳຈັດ​ມັນ​ແວ​ອອກ​ໄປ​ໄດ້​ ເພາະ​ຖືກ​ຕິດ​ຕັ້ງ​ແຍກ​ກັນ ລວມ​ເຖິງ​ຍັງ​ສາມາດ​ຕິດ​ຕັ້ງ​ຕົວ​ເອງ​ກັບ​ມາເຖິງວ່າຈະເຮັດການ Factory Reset ໄປ​ແລ້ວກໍ່ຕາມ ເຊິ່ງຈົນ​ເຖິງ​ຕອນ​ນີ້​ທາງ​ຜູ້​ຊ່ຽວ​ຊານ​ຍັງ ​ງຸນ ​ງົງ ​ກັບ​ວິທີ​ການ​ດັ່ງ​ກ່າວ​ຢູ່​ ເພາະ​ຍັງ​ບໍ່​ພ​ົບວ່າ​ມີ​ການ​ເຂົ້າໄປ​ແກ້​ໄຂ​ປ່ຽນ​ແປງ​ລະບົບ ນອກ​ຈາກ​ນີ້​ຍັງ​ຟັງ​ບໍ່​ຂຶ້ນ​ວ່າ​ມັນ​ແວ​​ຈະ​ມີ​ການ​ຕິດ​ມາ​ກັບ​ເຄື່ອງ​ຕັ້ງ​ແຕ່​ເລີ່ມຕົ້ນ
ມີ​ລາຍ​ງານ​ວ່າ​ຜູ້​ໃຊ້​ງານ​ບາງ​ຄົນ​ໄດ້​ລຶບ​ບໍລິການ​ຂອງ xHelper ອອກ​ພ້ອມ​ກັບ​ຕັ້ງ​ຄ່າ​ບໍ່​ອະນຸຍາດ​ໃຫ້​ຕິດ​ຕັ້ງ​ແອັບ​ຈາກ ‘unknown source’ ແຕ່​ບຶດ​ດຽວ​ເທົ່າ​ນັ້ນ​ກໍ​ຖືກ​ປ່ຽນ​ຄ່າ​ກັບມາຄືເກົ່າ ແຕ່​ກໍ​ມີ​ຜູ້​ໃຊ້​ງານ​ບາງ​ຄົນ​ທີ່​ສາມາດ​ກຳຈັດ​ມັນ​ແວ​ຕົວ​ນີ້​ອອກ​ໄດ້​ດ້ວຍ​ໂຊ​ລູ​ຊັນ Antivirus ທີ່​ເສຍ​ເງີນ ຢ່າງໃດ​ກໍ​ດີ​ຜູ້​ຊ່ຽວ​ຊານ​ຊີ້​ວ່າ​ໂຊ​ລູ​ຊັນ​ປ້ອງ​ກັນ​ອາດ​ໃຊ້​ໄດ້​ກັບ​ມັນ​ແວ​ບາງ​ເວີຊັນ​ເທົ່າ​ນັ້ນ ​ເພາະ​ຄົນ​ຮ້າຍ​ຍັງ​ປັບ​ປຸງ​ເວີ​ຊັນ​ໃໝ່​ໆ ອອກ​ມາ​ຊຶ່ງ​ຍັງ​ແກ້​ໄດ້​ຍາກ ນອກ​ຈາກ​ນີ້​ຄວາມ​ກັງ​ວົນ​ອີກ​ຂໍ້​ຄື xHelper ຍັງ​ສາມາດ​ຍົກ​ລະດັບ​ຄວາມ​ຮຸນແຮງ​ໄປ​ໄດ້​ອີກ ເຊັ່ນ Ransomware, DDoS, Banking Trojan ຫລື​ ລັກ​ລະ​ຫັດ​ຜ່ານ ເພາະ​ຊ່ອງ​ທາງ​ນັ້ນ​ເປີດ​ຖ້າໄວ້​ແລ້ວ



ແຫຼ່ງຂໍ້ມູນ
https://gbhackers.com/android-xhelper/
https://www.zdnet.com/article/new-unremovable-xhelper-malware-has-infected-45000-android-devices/

No comments:

Post a Comment

Post Top Ad