ພົບຊ່ອງໂຫວ່ RCE ເທິງ PHP7 ກັບຜູ້ໃຊ້ງານ NGINX ມີໂຄ້ດ PoC ອອກແລ້ວ ແນະຜູ້ໃຊ້ເລັ່ງອັບເດດ

Breaking

Post Top Ad

Post Top Ad

Monday, October 28, 2019

ພົບຊ່ອງໂຫວ່ RCE ເທິງ PHP7 ກັບຜູ້ໃຊ້ງານ NGINX ມີໂຄ້ດ PoC ອອກແລ້ວ ແນະຜູ້ໃຊ້ເລັ່ງອັບເດດ


ມີ​ການ​ຄົ້ນ​ພົບ​ຊ່ອງ​ໂຫວ່​ເທິງ PHP ເວ​ີຊັນ 7 ກັບ​ຜູ້​ໃຊ້​ງານ NGINX ທີ່​ເປີດ​ຟີ​ເຈີ PHP-FPM ເຊິ່ງ​ສາມາດ​ນຳ​ໄປ​ສູ່​ການເຮັດ Remote Code Execution ທັງ​ນີ້​ພົບ​ໂຄ້​ດ​ສາ​ທິດ​ການ​ໃຊ້​ງານ​ແລ້ວ​ຫຼາຍ​ແຫ່ງ​ຈຶ່ງ​ແນະ​ນຳ​ໃຫ້​ຜູ້​ກ່ຽວ​ຂ້ອງ​ເລັ່ງ​ອັບ​ເດດ
ຊ່ອງ​ໂຫ​ວ່າ​ໝາຍ​ເລກ CVE-2019-11043 ຖືກ​ຄົ້ນ​ພົບ​ໂດຍ Andrew Danau ລະຫວ່າງ​ງານ​ແຂ່ງ​ຂັນ Capture The Flag (ຂອງ​ຕ່າງ​ປະເທດ) ຊຶ່ງ​ມີ​ຜົນ​ກະທົບ​ກັບ​ຜູ້​ໃຊ້​ງານ NGINX ທີ່​ເປີດ​ຟີ​ເຈີ PHP-FPM ທີ່​ມີ​ການ​ປະ​ກາດ​ຄ່າ Config ຕາມ​ຮູບ​ດ້ານ​ເທິງ​ຄື Regular Expression ແລະ Define PATH_INFO ດ້ວຍ fastcgi_param ລວມ​ເຖິງ​ບໍ່​ມີ​ການ​ເຊັກ URI ໃຫ້​ດີ​ພຽງ​ພໍ
ໂດຍ​ວິທີ​ການ​ໃຊ້​ງານ​ຊ່ອງ​ໂຫວ່​ກໍ​ຄື​ຄົນ​ຮ້າຍ​ສາມາດ​ຮຽກ URL ທີ່​ສ້າງ​ຂຶ້ນ​ແບບ​ພິເສດ​ດ້ວຍ​ການ​ຕໍ່​ທ້າຍ ‘?a=’ ແລະ ​ນຳ​ໄປ​ສູ່​ການ​​ຣັນ​ໂຄ້​ດ​ໃນ​ທີ່ສຸດ ຢ່າງໃດ​ກໍ​ດີ​ມີ​ການ​ເປີດ​ເຜີຍ​ຕົວ​ຢ່າງ​ໂຄ້​ດ PoC ແລ້ວ​ຫຼາຍ​ທີ່​ເທິງ GitHub ທັງ​ນີ້​ປັດຈຸບັນ​ໄດ້​ມີ​ການ​ອອກ​ແພ​ັດ​ແກ້​ໄຂ​ແລ້ວ​ໃນ​ເວ​ີ​ຊັນ 7.3.11 ແລະ 7.2.24 ຈຶ່ງ​ແນະ​ນຳ​ໃຫ້​ຜູ້​ໃຊ້​ເລັ່ງ​ອັບ​ເດດ ສຳລັບ​ຜູ້​ໃຊ້​ງານ​ທີ່​ຍັງ​ບໍ່​ສະ​ດວກ​ອັບ​ເດດ PHP ຫລື​ ປິດ PHP-FPM ກໍ​ຍັງ​ພໍ​ມີ​ທາງ​ບັນ​ເທົາ​ບັນຫາ​ດ້ວຍ​ການ​ໃຊ້ WAF ບ​ລັອກ %0a (newline) ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ເຂົ້າ​ມາ

ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad