Google ປະກາດຄວບລວມທີມວິໄຈ AI DeepMind ແລະ Brain ເປັນທີມດຽວກັນ

Breaking

Post Top Ad

Post Top Ad

Friday, April 21, 2023

Google ປະກາດຄວບລວມທີມວິໄຈ AI DeepMind ແລະ Brain ເປັນທີມດຽວກັນ

 

ລ່າ​ສຸດ Google ປະ​ກາດ​ຄວບ​ລວມ​ທີມ​ວິ​ໄຈ AI ລະ​ດັບ​ໂລກ​ທີ່​ເປັນ​ຜູ້​ນຳ​ອຸດສາຫະກຳ​ຢ່າງ DeepMind ແລະ Brain ເປັນ​ທີມ​ວິໄ​ຈ​ດຽວ​ກັນ​ເພື່ອ​ນຳ​ໄປ​ສູ່​ການ​ພັດທະນາ AI ຍຸກ​ໃໝ່

ທີມ​ວິໄ​ຈໃໝ່​ນີ້​ຈະ​ມີ​ຊື່​ວ່າ Google DeepMind ທີ່​ນຳ​ທີມ​ໂດຍ ເດ​ມິດ ຮັດ​ຊາ​ບິດ (Demis Hassabis) ໃນ​ຖານະ​ຊີ​ອີ​ໂອ​ມີ​ຫນ້າທີ່​ໂດຍລວມ​ຄື ນຳ​ທີມ​ພັດທະນາ​ລະບົບ AI ທົ່ວ​ໄປ​ທີ່​ພຽບ​ພ້ອມ​ໄປ​ດ້ວຍ​ຄວາມ​ສາມາດ​ໃໝ່ໆ ຫລາຍ​ຍິ່ງ​ຂຶ້ນ ແລະ​ ມີ​ຄວາມ​ຮັບ​ຜິດຊອບ​ກັບ​ຄວາມ​ປອດໄ​ພ​ຂອງ AI


ງານ​ວິໄ​ຈ​ທີ່​ມີ​ຊື່​ສຽງ​ບາງ​ສ່ວນ​ທີ່​ຮູ້​ຈັກ​ເປັນ​ວົງ​ກວ້າງ​ຈາກ​ທີມ​ວິໄ​ຈ Brain ແລະ DeepMind ໃນ​ຊ່ວງ​ທົດ​ສະວັດ​ທີ່​ຜ່ານມາ​ໄດ້​ແກ່ AlphaGo, Transformers, word2vec, WaveNet, AlphaFold, Sequence to sequence models, Distillation, Deep reinforcement learning, Distributed systems ແລະ​ເຟ​ຣ​ມ​ເ​ວິກ​ສຳຫລັບ​ພັດທະນາ​ຊັອບ​ແວເຊັ່ນ TensorFlow ແລະ JAX

ທາງ​ດ້ານ ຊັນ​ດາ​ ພິໄ​ຊ (Sundar Pichai) ຊີ​ອີ​ໂອ Alphabet ແລະ Google ກໍ​ໄດ້​ກ່າວ​ວ່າ “ການ​ຄວບລວມ​ທີມ​ວິ​ໄຈ AI ທັງ​ສອງ​ທີມ​ນີ້​ຈະ​ມາ​ຊ່ວຍ​ເລັ່ງ​ປະ​ສິດ​ທິ​ພາບ ແລະ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ AI ຢ່າງ​ມີໄ​ນ​ສຳຄັນ” ແລະ​ກ່າວເຖິງ​ຮັດ​ຊາ​ບິ​ສວ່າ “ທ່ານ​ຈະ​ມາ​ເປັນ​ຜູ້​ນຳ​ທີມ​ພັດທະນາ AI ທີ່​ມີ​ຄວາມ​ສາມາດ​ໃໝ່ໆ ແລະ​ມາ​ພ້ອມ​ກັບ​ການຮັກສາ​ຄວາມ​ປອດ​ໄພ​ຂອງ AI ທັງ​ໝົດ”

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://blog.google/technology/ai/april-ai-update/
  2. https://www.theverge.com/2023/4/20/23691468/google-ai-deepmind-brain-merger
  3. https://www.beartai.com/news/itnews/1242565/1242565

#iTalk #TechNewsLao


No comments:

Post a Comment

Post Top Ad