BlackBerry ເຕືອນໄພຄຸກຄາມໄຊເບີຈາກລັດຖະບານຕ່າງຊາດ

Breaking

Post Top Ad

Post Top Ad

Friday, April 21, 2023

BlackBerry ເຕືອນໄພຄຸກຄາມໄຊເບີຈາກລັດຖະບານຕ່າງຊາດ

BlackBerry ບໍລິສັດ​ຊັອບແວຈາກ​ຄ​ານາ​ດາ​ເຜີຍ​ຜົນ​ການສຶກສາ​ດ້ານ​ອຸດສາຫະກຳ​ໄຊ​ເບີ ເຕືອນ​ໃຫ້​ລະ​ວັງ​ໄພ​ໄຊ​ເບີຈາກ​ລັດຖະບານ​ຕ່າງ​ປະເທດ​ຕໍ່​ລະບົບ​ເທັກ​ໂນ​ໂລ​ຢີ​ປະຕິບັດການ​ເກົ່າ​ທີ່​ບໍ່​ໄດ້ຮັບ​ການ​ປັບ​ປຸງ​ມາ​ເປັນ​ເວລາ​ດົນ​ແລ້ວ

ການສຶກສາ​ນີ້​ໄດ້​ຈາກ​ການ​ສຳ​ຫຼວດ​ຜູ້​ມີ​ອຳນາດ​ຕັດ​ສິນ​ໃຈ​ໃນ​ພາກ​ອຸດສາຫະກຳ​ໄອ​ທີ 1,500 ຄົນ ໃນ​ອາ​ເມ​ຣິ​ກາ​ເໜືອ ສະ​ຫະລາດ​ສະອານາຈັກ ເຢຍລະມັນ ຍີ່​ປຸ່ນ ແລະ ​ອັອດສະ​ເຕຣ​ເລຍ

ຮ້ອຍ​ລະ 41 ຂອງ​ກຸ່ມ​ຕົວ​ຢ່າງ​ປະ​ເມີນ​ວ່າ​ຈະ​ພົບ​ກັບ​ການ​ໂຈມ​ຕີ​ທາງ​ໄຊ​ເບ​ີທີ່​ເພີ່ມ​ສູງ​ຂຶ້ນ​ໃນ​ປີ​ນີ້ ຂະນະ​ທີ່​ຮ້ອຍ​ລະ 75 ຂອງ​ກຸ່ມ​ຕົວ​ຢ່າງ​ສະແດງ​ຄວາມ​ກັງ​ວົນ​ຕໍ່​ການ​ໂຈມ​ຕີ​ທີ່​ມີ​ລັດຖະບານ​ປະເທດ​ຕ່າງໆ ສະໜັບ​ສະໜູນ

ນອກ​ຈາກ​ການ​ໂຈມ​ຕີ​ທາງ​ໄຊ​ເບີແລ້ວ ຮ້ອຍ​ລະ 65 ຍັງ​ຢ້ານ​ການ​ສອດແນມ​ໂດຍ​ລັດຖະບານ​ຕ່າງ​ປະເທດ ແລະ​ ຮ້ອຍ​ລະ 68 ຊີ້​ວ່າ​ໂຄງ​ສ້າງ​ພື້ນ​ຖານ​ເທັກ​ໂນ​ໂລ​ຢີ​ປະຕິບັດການ​ປ້ອງ​ກັນ​ຍາກ ສ່ວນ​ຮ້ອຍ​ລະ 86 ຍອມ​ຮັບ​ວ່າ​ອົງກອນຍັງ​ໃຊ້​ລະບົບ​ປະຕິບັດການ​ທີ່​ເກົ່າ​ຫລາຍ​ຢູ່

ໄພ​ຄຸກ​ຄາມ​ສຳຄັນ​ທີ່​ຜູ້​ນຳ​ອຸດສາຫະກຳ​ຢ້ານ​ຄື​ມັນ​ແວ  ຟິດ​ຊິ່ງ ແລະ​ການ​ເຂົ້າ​ສູ່​ລະບົບ​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ຈາກ​ບຸ​ຄະລາກ​ອນ​ພາຍ​ໃນ​ເອງ ເຊິ່ງ​ສອດ​ຄ້ອງ​ກັບ​ຄວາມ​ກັງ​ວົນວ່າ​ລັດຖະບານ​ຕ່າງ​ປະເທດ​ອາດ​ເລັງ​ຫາ​ວິທີ​ການ​ໃນ​ການສ້າງ​ຄວາມ​ວຸ້ນວາຍ​ແລະ​ເຮັດໃຫ້​ລະບົບ​ຂັດ​ຂ້ອງ

ຮ້ອຍ​ລະ 65 ຂອງ​ກຸ່ມ​ຕົວ​ຢ່າງ​ເຊື່ອ​ວ່າ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ຂອງ​ການ​ໂຈມ​ຕີ​ທາງ​ໄຊ​ເບີ​ຢູ່​ທີ່​ປະມານ 250,000 ແຕ່ BlackBerry ຊີ້​ວ່າ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ໂດຍສະເລ່ຍ​ທີ່​ແທ້​ຈິງ​ຂອງ​ການ​ເຈາະ​ຂໍ້​ມູນ​ຢູ່​ທີ່ປະມານ 4.24 ລ້ານ​ ເຊິ່ງ​ຫລາຍກວ່າ​ເຖິງ 16 ເທົ່າ

ຊິ​ຊີ​ ສິງ(Shishir Singh) ປະ​ທານ​ເຈົ້າ​ຫນ້າທີ່​ດ້ານ​ເທັກ​ໂນ​ໂລ​ຢີ​ຈາກ​ຜະແນກໄຊ​ເບີຂອງ BlackBerry ຊີ້​ວ່າໄ​ພ​ຄຸກ​ຄາມ​ສຳຄັນ​ທີ່​ກະທົບ​ຕໍ່​ໂຄງ​ສ້າງ​ພື້ນ​ຖານ​ສຳຄັນ​ຂອງ​ເທັກ​ໂນ​ໂລ​ຢີ​ປະຕິບັດການ​ແລະ​ໄອ​ໂອ​ທີ​ຄື ມັນ​ແວ​ຮຽກ​ຄ່າ​ໄຖ່ ຟິດ​ຊິ່ງ ແລະ​ຊ່ອງ​ໂຫວ່​ໃນ​ຊັອບແວພາຍນອກ​ທີ່​ແຕ່​ລະ​ອົງກອນໃຊ້

ສິງ ຍັງ​ບອກ​ດ້ວຍ​ວ່າ​ການ​ໃຊ້​ອຸປະກອນ​ທີ່​ເກົ່າ​ແລະໄ​ພ​ຄຸກ​ຄາມ​ທາງ​ໄຊ​ເບີເປັນ​ອຸປະສັກ​ສຳຄັນ​ທີ່​ສຸດ​ລັ້ງ​ການ​ພັດທະນາ​ອຸດສາຫະກຳ

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://www.prnewswire.com/news-releases/new-blackberry-research-finds-manufacturers-increasingly-wary-of-nation-state-threats-301801262.html
  2. https://www.beartai.com/news/itnews/1242602

#iTalk #TechNewsLao

No comments:

Post a Comment

Post Top Ad