NVIDIA ເປີດຕົວໂມເດວລຸ້ນລ່າສຸດທີ່ສາມາດແປງຂໍ້ຄວາມເປັນວິດີໂອຄວາມລະອຽດສູງໄດ້

Breaking

Post Top Ad

Post Top Ad

Friday, April 21, 2023

NVIDIA ເປີດຕົວໂມເດວລຸ້ນລ່າສຸດທີ່ສາມາດແປງຂໍ້ຄວາມເປັນວິດີໂອຄວາມລະອຽດສູງໄດ້

 

ລ່າ​ສຸດ​ທາງ​ທີມ​ວິ​ໄຈ NVIDIA ໄດ້​ເປີດ​ຕົວ​ໂມ​ເດວ​ລຸ້ນ​ໃໝ່​ລ່າ​ສຸດ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​ແປງ​ຊຸດ​ຂໍ້ຄວາມ​ເປັນ​ວິ​ດີ​ໂອ​ຄວາມ​ລະອຽດ​ສູງ​ທີ່​ມີ​ຊື່​ວ່າ Latent Diffusion Model (LDM)

Latent Diffusion Model ເປັນ​ໂມ​ເດວ​ຮູບ​ແບບ​ການ​ຈຳ​ລອງ​ກະ​ຈາຍ​ຮູບ​ແບບ​ໃໝ່​ທີ່​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ປ້ອນ​ຊຸດ​ຂໍ້ຄວາມ ແລະ​ໃຫ້​ໂມ​ເດວ​ສ້າງ​ວິ​ດີ​ໂອ​ຕາມ​ຂໍ້ຄວາມ​ທີ່​ມີ​ຄວາມ​ຍາວ 113 ເຟມເທິງ​ຄວາມ​ລະອຽດ 1280 X 2048 ພິກ​ເຊວ ແລະ​ສະແດງ​ຜົນ 24 ເຟມ​ໄດ້


ເບື້ອງ​ຫຼັງ​ການ​ເຮັດ​ວຽກ​ຂອງ​ໂມ​ເດວ​ຕົວ​ນີ້​ຄື ເມື່ອ​ທຳການ​ທົດລອງ​ໂມ​ເດວ LDM ສຳຫລັບ​ການສ້າງ​ວິ​ດີ​ໂອ​ຈະ​ໃຊ້​ຊັບພະ​ຍາກອນ​ຂອງ​ເຄື່ອງ​ທີ່​ສູງ ຕໍ່​ມາ​ນັກ​ວິ​ໄຈ​ກໍ​ໄດ້​ປັບ​ໃຊ້​ໂມ​ເດວ​ນີ້​ໃນ​ພື້ນ​ທີ່​ແຝງ​ທີ່​ມີ​ມິ​ຕິ​ຕ່ຳ ແລະ ​ສາມາດ​ສ້າງ​ຮູບ​ພາບ​ຄວາມ​ລະອຽດ​ສູງ​ໄດ້ ພ້ອມ​ກັບ​ໃຊ້ຊັບພະຍາກອນ​ຂອງ​ເຄື່ອງ​ທີ່​ນ້ອຍ​ລົງ ຫຼັງ​ຈາກ​ນັ້ນ​ກໍ​ໄດ້​ປັບ​ປຸງ​ໃຫ້​ໂມ​ເດວຕົວ​ນີ້​ໃຊ້​ສຳຫລັບ​ງານ​ສ້າງ​ວິ​ດີ​ໂອ​ຄວາມ​ລະອຽດ​ສູງ​ໄດ້​ເຊັ່ນ​ກັນ

Text prompt: “A teddy bear is playing the electric guitar, high definition, 4k.”

ອະນາຄົດ​ຂອງ​ການ​ຜະລິດ​ວິ​ດີ​ໂອ ແລະ ​ພາບພະຍົນ​ເປັນ​ເລື່ອງ​ທີ່​ງ່າຍ​ຫລາຍໆ ຢ່າງ​ບໍ່​ໜ້າ​ເຊື່ອ ເມື່ອ​ເທັກ​ໂນ​ໂລ​ຢີ AI ໃນ​ຕອນ​ນີ້​ມັນ​ກ້າວ​ໜ້າ​ຢ່າງ​ວ່ອງ​ໄວ ລອງ​ນຶກ​ພາບ​ຈິນ​ຕະ​ນາ​ການ​ເບິ່ງ​​ວ່າ ພຽງ​ແຄ່​ພິມ​ຄຳ​ບັນລະຍາຍ​ຂອງ​ສາກ​ໃນ​ແຕ່​ລະ​ສາກ ແລະ​ໃຫ້ AI ສ້າງ​ວິ​ດີ​ໂອ ຫລື​ພາບພະຍົນອອກ​ມາ ນີ້​ຄົງ​ບໍ່​ແມ່ນ​ເລື່ອງ​ໄກ​ເກີນ​ຄວາມ​ເປັນ​ຈິງ ແລະ​ອາດຈະ​ເຂົ້າ​ມາ​ປະຕິວັດ​ວົງ​ການສ້າງ​ວິ​ດີ​ໂອ​ແບບ​ເດີມໆ ກໍ​ເປັນ​ໄປ​ໄດ້

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://research.nvidia.com/labs/toronto-ai/VideoLDM/
  2. https://www.beartai.com/news/itnews/1242665

#iTalk #TechNewsLao

No comments:

Post a Comment

Post Top Ad