ລາຍງາຍເຜີຍເດືອນມີນາ 2023 ມີລາຍງານມັນແວຮຽກຄ່າໄຖ່ສູງສຸດໃນຮອບ 3 ປີ

Breaking

Post Top Ad

Post Top Ad

Monday, April 24, 2023

ລາຍງາຍເຜີຍເດືອນມີນາ 2023 ມີລາຍງານມັນແວຮຽກຄ່າໄຖ່ສູງສຸດໃນຮອບ 3 ປີ

ລາຍງາຍເຜີຍເດືອນມີນາ 2023 ມີລາຍງານມັນແວຮຽກຄ່າໄຖ່ສູງສຸດໃນຮອບ 3 ປີ

ລາຍງານຂອງNCC Group ເຜີຍ​ວ່າ​ລາຍ​ງານ​ການ​ໂຈມ​ຕີ​ດ້ວຍ​ມັນ​ແວ​ຮຽກ​ຄ່າ​ໄຖ່​ໃນ​ເດືອນ​ມີ​ນາ​ທີ່​ຜ່ານມາ ມີ​ຈຳນວນ​ຫລາຍ​ເຖີງ 459 ເທື່ອ ເຊິ່ງ​ຖື​ວ່າ​ຫລາຍ​ທີ່ສຸດ​ໃນ​ຮອບ 3 ປີ​ທີ່​ຜ່ານມາ

ຈຳນວນ​ການ​ໂຈມ​ຕີ​ທີ່​ຫລວງ​ຫລາຍ​ຂະໜາດ​ນີ້​ເພີ່ມ​ຂຶ້ນ​ຈາກ​ເດືອນ​ກຸມພາ​ເຖິງ​ 91% ແລະ​ເພີ່ມ​ຂຶ້ນ 62% ຫາກ​ທຽບ​ກັບ​ເດືອນ​ມີ​ນາ​ຂອງ​ປີ​ທີ່​ແລ້ວ

ກຸ່ມ​ບ່ອນ​ເຮັດວຽກ​ໂຈມ​ຕີ​ຫລາຍ​ເທື່ອ ​ຫລາຍ​ທີ່ສຸດ​ໃນ​ເດືອນ​ມີ​ນາຄື Clop ໂຈມ​ຕີ​ໄປ 129 ເທື່ອ ຖື​ວ່າ​ເປັນ​ເທື່ອ​ແລກ​ທີ່​ກຸ່ມ​ດັ່ງ​ກ່າວ​ຂຶ້ນ​ເປັນ​ຜູ້​ນຳ​ແຊງ​ໜ້າ LockBit 3.0 ທີ່​ໂຈມ​ຕີ​ພຽງ 97 ເທື່ອ ຕົກລົງ​ໄປ​ເປັນ​ທີ່ 2

ຂະນະ​ທີ່ ກຸ່ມ​ອື່ນໆ ທີ່​ຢູ່ໃນ​ລາຍ​ງານ​ຂອງ NCC Group ຢ່າງ Royal, BlackCat, Bianlian ແລະ Blackbasta ກໍ​ເພີ່ມ​ຄວາມ​ຖີ່​ໃນ​ການ​ໂຈມ​ຕີ​ເຊັ່ນ​ກັນ

ສຳຫລັບ​ເປົ້າ​ໝາຍ​ຫຼັກ​ຂອງ​ການ​ໂຈມ​ຕີ​ຢູ່ໃນ​ຝັ່ງ​ຂອງ​ພາກ​ອຸດສາຫະກຳ ຄິດ​ເປັນ​  32% ຂອງ​ການ​ໂຈມ​ຕີ​ທັງ​ໝົດ ຊຶ່ງ​ລວມ​ເຖິງ ເຄື່ອງ​ຈັກ​ການ​ກໍ່​ສ້າງ ວິ​ສາວະ​ກຳ ແລະ ອື່ນໆ

ທີ່ມາ: https://www.ghacks.net/2023/04/22/ransomware-attacks-record-march/

#iTalk #TechNewsLao

 

No comments:

Post a Comment

Post Top Ad