VirtusTotal ປະກາດເພີ່ມຟີເຈີ Code Insight ຊ່ວຍວິເຄາະໄຟລອັນຕະລາຍດ້ວຍລະບົບ AI

Breaking

Post Top Ad

Post Top Ad

Tuesday, April 25, 2023

VirtusTotal ປະກາດເພີ່ມຟີເຈີ Code Insight ຊ່ວຍວິເຄາະໄຟລອັນຕະລາຍດ້ວຍລະບົບ AI

 VirtusTotal

Code Insight ໃຊ້​ຄວາມ​ສາມາດ​ຂອງ Google Cloud Security AI Workbench ເຊິ່ງ​ເປີດ​ຕົວ​ໃນ​ງານ RSA Conference 2023 ໃຊ້​ເທັກ​ໂນ​ໂລ​ຢີ Sec-PaLM large language model (LLM) ທີ່​ປັບ​ຈູນ​ມາ​ສຳຫລັບ​ວິ​ເຄາະ​ໄພ​ຄຸກ​ຄາມ​ທາງ​ໄຊ​ເບ​ີ ຮອງ​ຮັບ​ການ​ວິ​ເຄາະ​ໄຟລ​ໄວ​ຣັດ​ແລະ​ມັນ​ແວຢ່າງລະອຽດ ຊ່ວຍ​ອະທິບາຍ​ການ​ເຮັດ​ວຽກງານ​ຂອງ​ໄຟ​ລ​ນັ້ນ​ໆ​ໃຫ້​ເຂົ້າໃຈ​ໄດ້​ງ່າຍ​ຍິ່ງ​ຂຶ້ນ ລວມ​ເຖິງ​ແຈ້ງ​ເຕືອນ​ໃນ​ກໍລະນີ​ທີ່​ການ​ກວດ​ສອບ​ຈາກ Antivirus ອາດ​ເປັນ False Positive ຫລື False Negative ໄດ້​ອີກ​ດ້ວຍ ໃນ​ອະນາຄົດ VirusTotal ມີ​ແຜນ​ຈະ​ເພີ່ມ File Format ທີ່​ຮອງ​ຮັບ​ໃຫ້​ຫລາຍ​ຂຶ້ນ ພ້ອມ​ທັງ​ຂະຫຍາຍ​ຂອບ​ເຂດ​ການ​ກວດ​ສອບ​ເພິ່ມຕື່ມ

VirtusTotal

ປັດຈຸບັນ VirtusTotal ມີ​ຜູ້​ໃຊ້​ງານ​ລົງ​ທະ​ບຽນລວມ​ກັນ​ປະມານ 5 ແສນ​ຄົນ ເປັນ​ບໍລິສັດ​ພາຍໃຕ້ Google ທີ່​ໃຫ້​ບໍລິການ​ກວດ​ສອບ URL ແລະ​ໄຟ​ລ​ທີ່​ບໍ່​ປອດໄ​ພ ມີ​ບໍລິການ​ວິ​ເຄາະ​ໄຟ​ລ​ຜ່ານ Virus Scanner ກວ່າ 70 ຕົວ ແລະ​ມີ​ບໍລິການ Domain Blocklisting service

ທີ່​ມາ: https://www.bleepingcomputer.com/news/security/virustotal-now-has-an-ai-powered-malware-analysis-feature/

#iTalk #TechNewsLao


No comments:

Post a Comment

Post Top Ad