Arista ເປີດຕົວລະບົບ Network Access Control ໃໝ່ ທີ່ມາພ້ອມກັບຄວາມສາມາດດ້ານ AI

Breaking

Post Top Ad

Post Top Ad

Tuesday, April 25, 2023

Arista ເປີດຕົວລະບົບ Network Access Control ໃໝ່ ທີ່ມາພ້ອມກັບຄວາມສາມາດດ້ານ AI

Arista ເປີດ​ຕົວ​ລະບົບ Network Access Control ໃໝ່​ໃນ​ງານ RSA Conference 2023 ມາ​ພ້ອມ​ຄວາມ​ສາມາດ​ດ້ານ AI


ໃນ​ງານ RSA Conference 2023 ນັ້ນ Arista ໄດ້​ປະ​ກາດ​ເປີດ​ຕົວ Arista Guardian for NetworkIdentity (AGNI) ພາຍໃຕ້​ແພັຼດ​ຟອມ​ຫຼັກ CloudVision ໂດຍ​ເປັນ​ລະບົບ Network Access Control (NAC) ໃຫ້​ບໍລິການ​ແບບ Cloud Service ຊ່ວຍ​ສ້າງ​ຄວາມຫມັ້ນຄົງ​ປອດໄ​ພ​ເຄືອ​ຂ່າຍ​ແບບ Zero Trust ໄດ້ ຮອງ​ຮັບ​ການ​ເຮັດ​ວຽກ​ກັບ​ລະບົບ​ເຄືອ​ຂ່າຍ​ທຸກ​ຂະໜາດ ມີ​ການ​ນຳ​ເທັກ​ໂນ​ໂລ​ຢີ AI/ML ເຂົ້າ​ມາ​ຊ່ວຍ​ໃນ​ຂັ້ນ​ຕອນ​ການເຮັດ Secure Onboarding ແລະ Troubleshooting ສຳຫລັບ​ຜູ້​ໃຊ້​ງານ ລວມເຖິງ​ການສ້າງ​ນະໂຍບາຍ​ຮັກສາ​ຄວາມ​ປອດໄ​ພ AGNI ນັ້ນ​ສາມາດ​ໃຊ້​ຂໍ້​ມູນ​ເສີມ​ທີ່​ໄດ້ຮັບ​ຈາກ​ລະບົບ Third-party ເຊັ່ນ Endpoint Management, Identity Management, MDM ແລະ SIEM ເຂົ້າ​ມາ​ທຳການ​ວິ​ເຄາະ​ແລະ​ສ້າງ​ນະໂຍບາຍ​ຄວາມ​ປອດໄ​ພ​ໄດ້. ເຊິ່ງວ່າ​ຈຸດ​ເດັ່ນ​ຂອງ CloudVision AGNI ມີ​ດັ່ງ​ນີ້:

  • ມີ​ລະບົບ Self-service Onboarding ສຳຫລັບ​ຜູ້​ໃຊ້​ງານ Wireless ຜ່ານ​ທາງ Per-user Unique’s pre-shared keys (UPSK) ແລະ 802.1X digital certificate
  • ມີ​ລະບົບ Certificate Management ດ້ວຍ Cloud-native PKI Infrastructure
  • ສາມາດ​ກວດ​ສອບ​ພາບລວມ​ຂອງ​ອຸປະກອນ​ທີ່​ເຊື່ອມ​ຕໍ່​ເຂົ້າ​ສູ່​ເຄືອ​ຂ່າຍ​ທັງ​ໝົດ​ໄດ້​ຈາກ​ຈຸດ​ດຽວ ຮອງ​ຮັບ​ການເຮັດ Discovered, Profiled ແລະ Classified.
  • ມີ​ລະບົບ Security Policy Enforcement ຮອງ​ຮັບ​ການ​ເຮັດ​ວຽກງານ​ແບບ Inter-group macro-segmentation ແລະ Intra-group micro-segmentation ໂດຍ​ໃຊ້​ເທັກ​ນິກ​ຄວບ​ຄຸມ​ຜ່ານ VLANs, ACLs, Unique-PSK ແລະ Arista MSS-Group
  • ມີ​ລະບົບ AI Network Policy Enforcement ຜ່ານ​ທາງ AVA (Autonomous Virtual Assist) ຊ່ວຍ​ວິ​ເຄາະ​ພຶດຕິກຳ​ທີ່​ບໍ່​ປອດໄ​ພ ແລະ​ເຮັດ Quarantine ອຸປະກອນ​ຫລື​ຫລຸດ​ສິດ​ທິ​ການ​ໃຊ້​ງານ​ໄດ້

ປັດຈຸບັນ Arista ໄດ້​ເປີດ​ໃຫ້​ທົດສອບ​ໃຊ້​ງານ CV AGNI ເປັນ​ທີ່​ຮຽບຮ້ອຍ​ແລ້ວ ແລະ​ຈະ​ເປີດ​ຕົວ​ແບບ General Availability (GA) ພາຍ​ໃນໄຕ​ມາດ​ທີ 2 ຂອງ​ປີ​ນີ້

 

ທີ່​ມາ: https://www.arista.com/en/company/news/press-release/17244-pr-20230424

#iTalk #TechNewsLao

No comments:

Post a Comment

Post Top Ad