Google Authenticator ອອກອັບເດດໃຫຍ່ສາມາດຊິງບັນຊີ Google ໄດ້ແລ້ວ

Breaking

Post Top Ad

Post Top Ad

Tuesday, April 25, 2023

Google Authenticator ອອກອັບເດດໃຫຍ່ສາມາດຊິງບັນຊີ Google ໄດ້ແລ້ວ

Google Authenticator

Google ປະ​ກາດ​ອອກ​ອັບ​ເດດ​ໃຫຍ່​ແອັບ​ພຣິ​ເຄ​ຊັນ Google Authenticator ໃຫ້​ຜູ້​ໃຊ້​ສາມາດ​ສຳ​ຮອງ​ລະບົບ​ລະ​ຫັດ​ຜ່ານ​ແບບ​ໃຊ້​ເທື່ອ​ດຽວ​ຊິງ​​ຂໍ້​ມູນ​ກັບ​ບັນ​ຊີ Google ໄດ້​ແລ້ວ​ຫຼັງ​ຈາກ​ຖືກ​ຮຽກ​ຮ້ອງ​ມາ​ດົນ
Google Authenticator


ກ່ອນ​ໜ້າ​ນີ້​ຫາກ​ຜູ້​ໃຊ້​ຕ້ອງ​ການ​ໂອນ Google Authenticator ໄປຍັງ​ອຸປະກອນ​ໃໝ່​ຜູ້​ໃຊ້​ຈຳ​ເປັນ​ຕ້ອງ​ສ້າງ QR Code ເພື່ອ​ຖ່າຍ​ໂອນ​ຂໍ້​ມູນ​ຫຼັງ​ຈາກ​ນັ້ນ​ນຳ​ອຸປະກອນ​ໃໝ່​ມາດ​ແກນ ຊຶ່ງ​ເປັນ​ວິທີ​ການ​ດຽວ​ໃນ​ການ​ຖ່າຍ​ໂອນ​ຂໍ້​ມູນ​ບັນ​ຊີ

ຢ່າງໃດ​ກໍ​ຕາມ​ດ້ວຍ​ການ​ອັບ​ເດດ​ລ່າ​ສຸດ ຜູ້​ໃຊ້​ສາມາດ​ຊິງ​ ແລະ​ກູ້​ຂໍ້​ມູນ​ບັນ​ຊີ​ໄດ້​ຢ່າງ​ງ່າຍ​ດາຍ​ຜ່ານ​ບັນຊີ Google ແລະ​ນິ້​ເປັນ​ວິທີ​ການ​ແກ້​ໄຂ​ທີ່​ສະ​ດວກ​ໂດຍ​ສະເພາະ​ສຳຫລັບ​ຄົົນທີ່​ເຮັດ​ອຸປະກອນ​ຫາຍ ແລະ​ບໍ່​ສາມາດ​ສ້າງ QR Code ໄດ້

ເຖິງວ່າ Google ຈະ​ຜັກ​ດັນ​ການ​ບໍ່​ໃຊ້​ລະ​ຫັດ​ຜ່ານ​ໃນ​ອະນາຄົດ ແຕ່​ການ​ກວດ​ສອບ​ສິດ​ແບບ​ສອງ​ປັດ​ໄຈ (2FA) ກໍ​ຍັງມີ​ຄວາມ​ຈຳ​ເປັນ ໂດຍ Google ໄດ້​ບອກ​ວ່າ Google Authenticator ເປີດ​ຕົວ​ມາ​ຕັ້ງ​ແຕ່​ປີ 2010 ເປັນ​ວິທີ​ການ 2FA ທີ່​ໃຊ້​ງານ​ໄດ້​ງ່າຍ ແລະ​ຟ​ຣີ​ຊ່ວຍ​ໃຫ້​ຜູ້​ໃຊ້​ມີ​ຄວາມ​ປອດໄ​ພ​ເມື່ອ​ລົງ​ຊື່​ເຂົ້າ​ໃຊ້

ນອກ​ຈາກ​ນີ້ Google ຍັງ​ໄດ້​ປັບ​ໂລ​ໂກ້​ຂອງ​ແອບ​ພລິ​ເຄ​ຊັນ Google Authenticator ໃໝ່​ໃຫ້​ມີ​ດີ​ຊາຍ​ທີ່​ສອດ​ຄ້ອງ​ກັບ​ແອັບ​ພຣິ​ເຄ​ຊັນ​ໃນ​ເຄືອ ແລະ​ພ້ອມ​ໃຫ້​ໃຊ້​ງານ​ເທິງ​ລະບົບ iOS ແລະ Android ຕັ້ງ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ

ທີ່ມາ: ​https://security.googleblog.com/2023/04/google-authenticator-now-supports.html

#iTalk #TechNewsLao

No comments:

Post a Comment

Post Top Ad