Sberbank ຂອງຣັດເຊຍເປີດຕົວ GigaChat ເພື່ອແຂ່ງກັບ ChatGPT

Breaking

Post Top Ad

Post Top Ad

Tuesday, April 25, 2023

Sberbank ຂອງຣັດເຊຍເປີດຕົວ GigaChat ເພື່ອແຂ່ງກັບ ChatGPT

Sberbank ທ​ະນາ​ຄານ​ລາຍ​ໃຫຍ່​ຂອງ​ຣັດ​ເຊຍ​ໄດ້​ປະ​ກາດ​ເປີດ​ຕົວ GigaChat ແຊັດ​ບອດ AI ຂອງ​ຕົນເອງ​ທີ່​ມີ​ເປົ້າ​ໝາຍ​ເພື່ອ​ແຂ່ງ​ຂັນ​ກັບ ChatGPT ແຕ່ຍັງ​ຢູ່ໃນ​ຂັ້ນ​ຕອນ​ການ​ທົດສອບ

ການ​ມາ​ຂອງ ChatGPT ໂດຍ OpenAI ໄດ້​ກະຕຸ້ນ​ການ​ແຂ່ງ​ຂັນ​ໃນ​ອຸດສາຫະກຳ​ເທັກ​ໂນ​ໂລ​ຢີ AI ສົ່ງ​ຜົນ​ໃຫ້​ຫຼາຍໆ ບໍລິສັດ​ພັດທະນາ AI ຂອງ​ຕົນເອງ​ຂຶ້ນ ໃນ​ສ່ວນ​ຂອງ Sberbank ເປົ້າ​ໝາຍ​ຕ້ອງ​ການ​ຫລຸດ​ການ​ເພິ່ງ​ພາ​ເທັກ​ໂນ​ໂລ​ຢີ​ຈາກ​ຕ່າງ​ປະເທດ Sberbank ກ່າວ​ວ່າ ສິ່ງ​ທີ່​ເຮັດໃຫ້ GigaChat ແຕກ​ຕ່າງ​ຈາກ​ຄູ່​ແຂ່ງ​ຄື​ຄວາມ​ສາມາດ​ທີ່​ເໜືອກ​ວ່າ​ໃນ​ການ​ສື່​ສານ​ຢ່າງ​ຊານ​ສະຫລາດ​ໃນ​ພາສາ​ຣັດ​ເຊຍ​ຫລາຍກວ່າ​ໂຄງ​ຂ່າຍ​ຕ່າງ​ປະເທດ​ອື່ນໆ ເນື່ອງ​ຈາກ​ປະຊາກອນ​ສ່ວນ​ໃຫຍ່​ຂອງ​ຕົນ​ໃຊ້​ພາສາ​ຣັດ​ເຊຍ​ເປັນ​ຫຼັກ ໂດຍ​ຕ້ອງ​ການ​ໃຫ້ GigaChat ຊ່ວຍ​ຂັບ​ເຄື່ອນ​ນ​ະວັດ​ຕະກຳ​ແລ້ວ​ປ່ຽນ​ແປງ​ວິທີ​ການ​ເຮັດ​ວຽກຂອງ​ຜູ້​ຄົນ​ແລະ​ດຳ​ເນີນ​ທຸລະກິດ​ໃນ​ຣັດ​ເຊຍ ໂດຍ​ຫວັງ​ພັດທະນາ​ສູ່​ການ​ແຂ່ງ​ຂັນ​ໃນ​ຕະຫ​ລາດ​ແຊັດ​ບອດ​ໃນ​ບໍ່ຊ້ານີ້.

#iTalk #TechNewsLao

No comments:

Post a Comment

Post Top Ad