Google ກຳ​ລັງ​ນຳ Generative AI ໄປ​ລວມ​ກັບ​ໂປຣ​ແກຣມ​ສ້າງ​ໂຄສະ​ນາ

Breaking

Post Top Ad

Post Top Ad

Friday, April 21, 2023

Google ກຳ​ລັງ​ນຳ Generative AI ໄປ​ລວມ​ກັບ​ໂປຣ​ແກຣມ​ສ້າງ​ໂຄສະ​ນາ


ລາຍ​ງານ​ລ່າ​ສຸດ​ຈາກ The Financial Time ທາງ Google ກຳ​ລັງ​ນຳ Generative AI ໄປ​ລວມ​ກັບ​ໂປຣ​ແກຣມ​ສ້າງ​ໂຄສະ​ນາ​ທີ່​ຜູ້​ໃຊ້​ສາມາດ​ປ້ອນ​ຂໍ້ຄວາມ, ຮູບ​ພາບ ຫລື​ວິ​ດີ​ໂອ ແລ້ວ​ໃຫ້ AI ສ້າງ​ໂຄສະ​ນາ​ໃຫ້​ອັດ​ຕະໂນ​ມັດ​ທີ່​ກົງ​ຕາມ​ກຸ່ມ​ເປົ້າ​ໝາຍ​ຄົນ​ເບິ່ງ ແລະ​ເປົ້າ​ໝາຍ​ການ​ຂາຍ​ໄດ້​ຫລາຍ​ທີ່ສຸດ

ເຊິ່ງ​ບັນຫາ​ໂດຍ​ລວມ​ຂອງ Generative AI ໃນ​ຕອນ​ນີ້​ຄື ຍັງ​ໃຫ້​ຜົນ​ລັບ​​ຂໍ້​ມູນ​ທີ່​ຜິດ​ພາດ​ໃນ​ບາງເທື່ອ ແລະ​ໄດ້ຮັບ​ຂໍ້​ມູນ​ທີ່​ມີ​ຄວາມ​ອະຄະຕິ​ສຳຫລັບ​ການ​ຝຶກ​ອົບຮົມ ແຕ່​ຢ່າງໃດ​ກໍ​ຕາມ Google ກໍ​ຈະ​ນຳ​ບັນຫາ​ທຸກໆຢ່າງ​ນຳ​ໄປ​ປັບ​ປຸງ​ເຄື່ອງ​ມື ພ້ອມ​ກັບ​ບໍ່​ໃຫ້​ເກີດ​ຂໍ້​ເທັດ​ຈິງ​ພາຍ​ໃນ​ໂຄສະນາ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ

ໃນ​ອະນາຄົດ​ພວກ​ເຮົາ​ຄົນ​ເບິ່ງ​ກໍ​ອາດຈະ​ບໍ່​ສາມາດ​ແຍກ​ແຍະ​ອອກ​ໄດ້​ວ່າ​ໂຄສະນາ​ນີ້​ສ້າງ​ມາ​ຈາກ​ຄົນ​ຈິງໆ ຫລື​ ສ້າງ​ມາ​ຈາກ AI ເພາະ​ຜົນ​ລັບ​ຂໍ້​ມູນ ຫລື​ ຮູບ​ພາບ​ທີ່​ໄດ້​ມາ​ຈາກ AI ໃນ​ຕອນ​ນີ້​ມັນ​ມີ​ຄວາມ​ແນບ​ນຽນ​ຫລາຍໆ ຄື​ກັບ​ຄົນ​ໄດ້​ສັນສ້າງ​ຂຶ້ນ​ມາ​ເອງ

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

https://www.reuters.com/technology/google-deploy-generative-ai-create-sophisticated-ad-campaigns-ft-2023-04-20/

No comments:

Post a Comment

Post Top Ad