Microsoft ໄດ້ເປີດຕົວ Copilot ໃນ Viva ແລ້ວ

Breaking

Post Top Ad

Post Top Ad

Friday, April 21, 2023

Microsoft ໄດ້ເປີດຕົວ Copilot ໃນ Viva ແລ້ວ

Microsoft ໄດ້ເປີດຕົວ Copilot ໃນ Viva ແລ້ວ

ນອກ​ຈາກ​ນີ້ຍັງ​ເປີດ​ຕົວ Viva Glint ເຊິ່ງ​ເປັນ​ເຄື່ອງ​ມື​ໃນ​ການ​ເພີ່ມ​ການ​ມີ​ສ່ວນ​ຮ່ວມ​ແລະ​ປະ​ສິດ​ທິ​ພາບ​ຂອງ​ພະ​ນັກ​ງານ ໂດຍ Microsoft Copilot ໃນ Viva ຈະ​ໃຊ້​ປະໂຫຍດ​ຈາກ​ພະລັງ​ການ​ຂັບ​ເຄື່ອນ​ຂອງ AI ເພື່ອ​ເລັ່ງ​ສະມາ​ການ​ປະ​ສິດ​ທິ​ພາບ​ແລະ​ນຳ​ໄປ​ສູ່​ຜົນ​ລັບ​​ທາງ​ທຸລະກິດ​ແລະ​ຄວາມ​ສຳ​ເລັດ​ທີ່​ດີ​ຂຶ້ນ

Microsoft Copilot ຈະ​ເປີດ​ຕົວ​ໃນ Viva Goals, Viva Engage, Viva Learning, Viva Topics, Viva Glint ແລະ​ອື່ນ​ໆ ດັ່ງ​ນີ້:

  • Copilot ໃນ Viva Goals ມຸ້ງ​ເປົ້າ​ໄປ​ທີ່​ການຫ​ລຸດ​ຄວາມ​ຊັບ​ຊ້ອນ​ຂອງ​ການຕັ້ງ​ເປົ້າ​ໝາຍ​ໂດຍ​ການ​ແນະ​ນຳ​ຫົວ​ໜ້າ​ທີມ​ຜ່ານ​ຂະ​ບວນ​ການສ້າງ​ວັດ​ຖຸ​ປະສົງ​ແລະ​ຜົນ​ລັບຫຼັກ (OKRs) ລວມ​ທັງ​ເຮັດໃຫ້​ການ​ຈັດການ​ເປົ້າ​ໝາຍ​ທົ່ວ​ທັງອົງກອນ​ງ່າຍ​ຂຶ້ນ
  • Copilot ໃນ Viva Engage ຈະໃຫ້​ຄຳ​ແນະ​ນຳ​ໃນ​ການ​ປັບ​ແຕ່ງ​ຂໍ້ຄວາມ​ດ້ວຍ​ຕົວ​ເລືອກ​ໃນ​ການ​ປັບ​ໂທນ​ສຽງ​ ​ຄວາມ​ຍາວ ແລະ​ແນະ​ນຳ​ຮູບ​ພາບ​ທີ່​ກ່ຽວ​ຂ້ອງ
  • Copilot ໃນ Viva Learning ຈະ​ແນະ​ນຳ​ຄໍ​ເລັກ​ຊັນ​ການ​ຮຽນ​ຮູ້​ແລະ​ສະຫລຸບ​ຄວາມ​ຮູ້​ທີ່​ຄັດ​ສັນ​ແລ້ວ​ ເຊິ່ງ​ປັບ​ໃຫ້​ເໝາະ​ກັບ​ບົດ​ບາດ​ຫລື​ຄວາມ​ຕ້ອງ​ການ​ໃນ​ການ​ພັດທະນາ​ໂດຍ​ສະເພາະ ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ຫົວ​ໜ້າ​ທີມ​ສາມາດ​ຝຶກ​ຝົນ​ທັກ​ສະ​ແລະ​ຝຶກ​ອົບຮົມ​ພະ​ນັກ​ງານ​ໄດ້​ງ່າຍ​ຂຶ້ນ
  • Copilot ໃນ Viva Topics ພະ​ນັກ​ງານ​ສາມາດ​ໃຊ້​ສ່ວນ​ຕໍ່​ປະ​ສານ​ການ​ສົນທະນາ​ເພື່ອ​ຮຽນ​ຮູ້​ເພິ່ມເຕິມ​ກ່ຽວກັບ​ຫົວຂໍ້​ທີ່​ສຳຄັນ​ແລະ​ເບິ່ງ​ໂຄງ​ການ​ທີ່​ກ່ຽວ​ຂ້ອງ
  • Copilot ໃນ Answers ຈະ​ຊ່ວຍ​ໃຫ້​ພະ​ນັກ​ງານ​ສ້າງ​ຄຳ​ຖາມ​ທີ່​ມີ​ຄວາມ​ສະເພາະ​ເຈາະ​ຈົ່ງ​ແລະ​ຄວາມ​ສົມບູນ​ທີ່​ເໝາະ​ສົມ ລວມ​ທັງ​ຊ່ວຍ​ຜູ້​ຊ່ຽວ​ຊານ​ໃນ​ການສ້າງ​ຄຳ​ຕອບ​ທີ່​ສົມບູນ​ໂດຍ​ການ​ອ້າງ​ອິງ​ແລະ​ຊັບພະຍາກອນ​ທີ່​ເໝາະ​ສົມ
  • Copilot ໃນ Viva Glint ຈະ​ເຂົ້າ​ມາ​ຊ່ວຍ​ຜູ້​ນຳ​ໃນ​ການ​ສະຫລຸບ​ແລະ​ວິ​ເຄາະ​ຄວາມ​ຄິດ​ເຫັນ​ຂອງ​ພະ​ນັກ​ງານ​ນັບ​ພັນ ໂດຍ Viva Glint ຈະ​ເຂົ້າ​ມາ​ຢູ່​ຮ່ວມ Viva Suite ໃນ​ເດືອນກໍລະກົດ 2023 ນີ້

AI ຍັງ​ຄົງ​ເປັນ​ເທຣນ​ທີ່​ສຳຄັນ​ໃນ​ຜະລິດຕະພັນ​ຕ່າງ​ໆ ຂອງ Microsoft ແລະ​ຄາດ​ວ່າ​ອະນາຄົດຍັງ​ຈະ​ມີ​ການ​ພັດທະນາ​ປະ​ສິດ​ທິ​ພາບ​ທີ່​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ເພື່ອ​ການ​ມີ​ສ່ວນ​ຮ່ວມ​ກັບ​ມະນຸດ​ທີ່​ເຫມືອນ​ມະນຸດ​ແທ້ໆ

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://jara.news/viva-microsoft-viva-gets-ai-copilot-viva-glint-also-debuts-all-details/
  2. https://www.techtalkthai.com/microsoft-has-now-released-copilot-in-viva/

#iTalk #TechNewsLao

No comments:

Post a Comment

Post Top Ad