Ethereum Name Service ຈັບມືກັບ MoonPay ເພີ່ມການຊຳລະເງີນ fiat ສຳຫລັບການຈົດທະບຽນໂດເມວ ENS ແລ້ວ

Breaking

Post Top Ad

Post Top Ad

Friday, April 21, 2023

Ethereum Name Service ຈັບມືກັບ MoonPay ເພີ່ມການຊຳລະເງີນ fiat ສຳຫລັບການຈົດທະບຽນໂດເມວ ENS ແລ້ວ

 Ethereum Name Service


Ethereum Name Service ໄດ້​ລວມ​ຕົວ​ເລືອກ​ການ​ຊຳ​ລະ​ເງີນ Fiat ສຳຫລັບ​ການ​ຈົດ​ທະ​ບຽນ​ໂດ​ເມນ​ແບບ Decentralized ໃໝ່​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ຫຼັງ​ຮ່ວມ​ກັບ​ຫຸ້ນ​ສ່ວນ​ໃໝ່​ຢ່າງ MoonPay

ຂະນະ​ນີ້​ຜູ້​ໃຊ້​ງານ Web 3.0 ສາມາດ​ລົງ​ທະ​ບຽນ​ໂດ​ເມນ .eth ແບບ decentralized ເທິງ​ໂປຣ​ໂຕ​ຄອນ Ethereum Name Service (ENS) ໂດຍ​ໃຊ້​ໂຮສຂອງ​ຕົວ​ເລືອກ​ການ​ຊຳ​ລະ​ເງີນ​ແບບ Fiat ລວມ​ເຖິງ Apple Pay ແລະ Google Pay ຕະຫລອດ​ຈົນ​ບັດ​​ເດ​ບິດ​ແລະ​ບັດ​ເຄຣ​ດິດ

ENS ປະ​ກາດ​ເປີດ​ຕົວ​ໂປຣ​ເຈັກ​ໃໝ່ fiat on-map ສຳຫລັບ​ການ​ຈົດ​ທະ​ບຽນ Web 3.0 ໂດຍ​ໄດ້ຮັບ​ຄວາມ​ຮ່ວມ​ມື​ຈາກ MoonPay ແພລດ​ຟອມການ​ຊຳ​ລະ​ເງີນ​ເມື່ອ​ວັນທີ 20 ເມ​ສາ 2023 ໂດຍ​ກ່ອນ​ໜ້າ​ນີ້​ຜູ້​ທີ່​ຕ້ອງ​ການ​ຈົດ​ທະ​ບຽນ .eth ຈະ​ຕ້ອງ​ຊຳ​ລະ​ເງີນ​ຜ່ານ Ethereum ເພື່ອ​ຈົດ​ທະ​ບຽນ​ເທົ່າ​ນັ້ນເ​ຊິ່ງ​ເຮັດໃຫ້​ບໍລິສັດ​ຄາດ​ວ່າ​ສິ່ງ​ນີ້​ເປັນ​ອຸປະສັກ​ສຳຄັນ​ໃນ​ການ​ທີ່​ເຮັດໃຫ້​ຜູ້​ໃຊ້​ງານ​ສາມາດ​ເຂົ້າ​ສູ່ Web 3.0 ໄດ້​ຢ່າງ​ງ່າຍ​ດາຍ

ບໍລິການ​ຂອງ moonPay ໄດ້​ລວມເຂົ້າ​ກັບ ENS ໃນ​ຂະນະ​ທີ່​ແພລດ​ຟອມ​ໄດ້​ເປີດ​ຕົວ​ອິນ​ເທ​ີ​ເຟດຜູ້​ໃຊ້​ເວີ​ຊັນ 3 ເພື່ອ​ປັບ​ປຸງ​ການ​ລົງ​ຊື່​ສະໝັກ​ໃຊ້​ງານ ສິ່ງ​ນີ້​ມີ​ຈຸດ​ມຸ້ງ​ໝາຍ​ເພື່ອ​ກຳຈັດ​ຄວາມ​ຈຳ​ເປັນ​ໃນ​ກາ​ລໍຖ້າອະນຸມັດທຸລະ​ກຳ​ຫຼາຍ​ລາຍ​ການ​ກ່ອນ​ໜ້າ​ນີ້

ຈາກ​ການ​ຖະແຫລງ​ການຂອງ Nick Johnson ຜູ້​ກໍ່​ຕັ້ງ ENS ເນັ້ນ​ຢ້ຳ​ເຖິງ​ຄວາມ​ມຸ້ງ​ມັ່ນ​ຂອງ​ບໍລິການ​ໃນ​ການເຮັດໃຫ້ Web 3.0 ສາມາດ​ເປັນ​ສິ່ງ​ທີ່​ມະນຸດ​ສາມາດ​ອ່ານ​ໄດ້​ເພື່ອຫຼຸດຄວາມ​ຊັບ​ຊ້ອນ​ຈາກ​ຂະ​ບວນ​ການ​ຮັບ​ຮູ້​ຂໍ້​ມູນ​ປະຈຳ​ຕົວ​ດິ​ຈິ​ຕອນ ເຊິ່ງ​ເຮັດໃຫ້​ທີ່​ຢູ່​ກະ​ເປົ໋າ​ເງີນ​ດິ​ຈິ​ຕອນ​ ທີ່​ຍາກ ໃຫ້​ຢູ່ໃນ​ຮູບ​ແບບ​ທີ່​ງ່າຍ

ສິ່ງ​ນີ້​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ເຖິງ​ຜູ້​ທີ່​ຫາກໍ່​ເຂົ້າ​ສູ່​ອຸດສາຫະກຳ​ໄດ້​ເປັນ​ຢ່າງ​ດີ ລວມ​ເຖິງ​ຜູ້​ໃຊ້​ງານ​ທີ່​ຢາກ​ເຂົ້າ​ມາ​ໂລກ Web 3.0 ແຕ່​ບໍ່​ຢາກ​ຍຸ່ງ​ກ່ຽວກັບ​ສິນ​ຊັບ​ດິ​ຈິ​ທັນ ຊຶ່ງ​ເຮົາ​ໄດ້ຮັບ​ຮູບ​ແບບ​ການ​ຊຳລະ​ເງີນ​ໃຫ້​ພວກ​ທ່ານ​ເຂົ້າໃຈ​ງ່າຍ​ທີ່ສຸດ

ການ​ອັບ​ເກຣດ​ແພລດ​ຟອມ ENS ຍັງ​ໄດ້ຮັບ​ກາຂະໜານ​ນາມ​​ຢ່າງຫຼວງ​ຫຼາຍ​ວ່າ​ຈະ​ຊ່ວຍ​ໃຫ້​ມະນຸດ​ສາມາດ​ເຂົ້າໃຈ​ກະ​ເປົ໋າ​ເງີນ​ດິ​ຈິ​ຕອນ​ທີ່​ຍາກ​ລຳ​ບາກ​ຢູ່ໃນ​ຮູບ​ແບບ​ທີ່​ມະນຸດ​ສາມາດ​ເຂົ້າໃຈ​ໄດ້

ຜູ້​ໃຊ້ ENS ສາມາດ​ໃຊ້​ຊື່​ເພື່ອ​ໂຮ​ສ​​ເວັບ​ໄຊ​​ທີ່​ປ້ອງ​ກັນ​ການ​ເຊນ​ເຊ​ີ ເຊິ່ງ​ສາມາດ​ເຊື່ອມ​ໂຍງ​ກັບ​ທີ່​ຢູ່​ບໍລິການ​ຊື່​ໂດ​ເມນ (DNS) ທົ່ວ​ໄປ​ທີ່​ໃຊ້​ງານ​ຢູ່​ແລ້ວ

Bree Blazak ຮອງ​ປະ​ທານ​ຝ່າຍ​ພັນ​ທ​ະມິດ​ຂອງ MoonPay ເນັ້ນ​ຢ້ຳ​ເຖິງ​ການ​ປະ​ສານລວມ​ກັບ ENS ເພື່ອ​ສ້າງ​ປະສົບການ​ການ​ຊຳ​ລະ​ເງີນ​ທີ່​ລຽບ​ງ່າຍ​ສຳຫລັບ​ຜູ້​ໃຊ້​ໃໝ່​ທີ່​ຕ້ອງ​ການ​ຮັບ​ຂໍ້​ມູນ​ປະຈຳ​ຕົວ​ດິ​ຈິຕອນ​ຫລື​ໂດ​ເມນ​ແບບ decentralized.

ການ​ເປັນ​ຫຸ້ນ​ສ່ວນ​ຂອງ​ເຮົາ​ກັບ ENS ມອບ​ສິ່ງ​ນັ້ນ​ໂດຍ​ການເຮັດໃຫ້​ສາມາດ​ຊື້​ຊື່ .eth ດ້ວຍ​ວິທີ​ການ​ຊຳ​ລະ​ເງີນ​ທີ່​ຄຸ້ນ​ເຄີຍ​ຫລາຍ​ທີ່ສຸດ”

ຢ່າງໃດ​ກໍ​ຕາມ​ປັດຈຸບັນ Ethereum Name Service ໄດ້​ສ້າງ​ຊື່​ຫລາຍກວ່າ 2.3 ລ້ານ​ຊື່​ຈາກ​ທີ່​ຢູ່​ສະເພາະ​ຫລາຍກວ່າ 550,000 ລາຍ​ການ ອີກ​ທັງ Unstoppable Domains ໄດ້​ກາຍ​ເປັນ​ແພລດ​ຟອມ​ຊັ້ນ​ນຳ​ທີ່​ຕ້ອນ​ຮັບ​ຜູ້​ໃຊ້​ໃໝ່​ສູ່​ໂລກ​ຂອງ Web 3.0 

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://siamblockchain.com/2023/04/20/ethereum-name-service-partners-with-moonpay-to-add-fiat-payments-for-ens-domain-registrations/

#iTalk #TechNewsLao

No comments:

Post a Comment

Post Top Ad