Snapchat ປ່ອຍແຊັດບອດ My AI ໃຫ້ໃຊ້ງານຟຣີ!

Breaking

Post Top Ad

Post Top Ad

Friday, April 21, 2023

Snapchat ປ່ອຍແຊັດບອດ My AI ໃຫ້ໃຊ້ງານຟຣີ!

Snapchat

ໃນຂະນະທີ່ Microsoft ແລະ Google ກຳ​ລັງ​ແຂ່ງ​ຂັນ​ກັນ​ປະສານ AI ເຊີງ​ກຳ​ເນີດ​ເຂົ້າ​ກັບ​ເຄື່ອງ​ມື​ຄົ້ນ​ຫາ ທາງ Snapchat ໄດ້​ປ່ອຍ​ແຊັດ​ບອດ “My AI” ຂອງ​ຕົນເອງ​ໃຫ້​ກັບ​ຜູ້​ໃຊ້​ງານ Snapchat 750 ລ້ານ​ຄົນ​ຕໍ່​ເດືອນ ໂດຍ ‘ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ’ ຊຶ່ງ​ກ່ອນ​ໜ້າ​ນີ້​ເປີດ​ໃຫ້​ໃຊ້​ກັບ​ສະມາຊິກ​ແບບ​ເສຍ​ຄ່າ​ໃຊ້​ຈ່າຍ​ຂອງ​ແອັບ​ຫລາຍກວ່າ 3 ລ້ານ​ຄົນ

‘My AI’ ຂອງ Snapchat ສາມາດ​ເພີ່ມ​ໄປ​ຍັງ​ກຸ່ມ​ແຊັດ ໄວ້​ຕອບ​ຄຳ​ຖາມ​ແລະ​ຊ່ວຍ​ແນະ​ນຳ​ຕ່າງໆ ແລະ​ຜູ້​ໃຊ້​ງານ​ສາມາດ​ປັບ​ແຕ່ງ​ລັກສະນະ ແລະ​ຊື່​ຂອງ​ບັອດ​ເອງ​ໄດ້​ໂດຍ​ໃຊ້ Bitmoji ຂອງ​ຕົນເອງ My AI ຍັງ​ສາມາດ​ແນະ​ນຳ​ຟິວເຕ​ີ AR ສຳຫລັບ​ໃຊ້​ກັບ​ກ້ອງ Snapchat ຫລື​ສະຖານ​ທີ່​ທີ່​ຈະ​ເດິນທາງ​ໄດ້​ຈາກ​ແຜນ​ທີ່​ຂອງ​ແອັບ Snapchat ວາງ​ແຜນ​ທີ່​ຈະໃຫ້​ຜູ້​ໃຊ້​ງານ​ສົ່ງ​ຂໍ້ຄວາມ​ເຖິງ My AI ແລະ​ຮັບ​ການ​ຕອບ​ກັບ​ຈາກ​ບັອດ​ຢ່າງ​ວ່ອງໄວ

ການ​ອັບ​ເກຣດ​ເສີມ​ຄວາມ​ສາມາດ​ຂອງ​ຕົວ​ແອັບ ໂດຍ AI ແຕ່​ຍັງ​ບໍ່​ສົມບູນ ແລະ​ຈະ​ມີ​ການ​ປັບ​ປຸງ​ຕໍ່ໄປ ຍັງມີ​ຜູ້​ໃຊ້​ງານ​ຫຼາຍ​ລາຍ​ໃຊ້​ງານ My AI ໃນ​ທາງ​ທີ່​ບໍ່​ເໝາະ​ສົມ Snapchat ປ້ອງ​ກັນ​ໂດຍ​ຈຳ​ກັດ​ການ​ເຂົ້າ​ເຖິງ​ຂອງ​ຜູ້​ໃຊ້​ງານ​ແຊັດ​ບັອດ​ຊົ່ວ​ຄາວ ຫາກ​​ຖາມ​ຄຳ​ຖາມ​ທີ່​ບໍ່​ເໝາະ​ສົມ​ຫລື​ເປັນ​ອັນຕະລາຍ​ຊ້ຳໆ ແນວໃດ​ກໍ​ຕາມ​ຜູ້​ໃຊ້​ງານ​ທົ່ວ​ໄປ​ສາມາດ​ໃຊ້​ງານ​ໄດ້​ຟ​ຣີ​ແລ້ວ

ທີ່ມາ ແລະ ແຫຼ່ງຂໍ້ມູນອ້າງອິງ:

  1. https://newsroom.snap.com/sps-2023-whats-next-for-my-ai
  2. https://www.beartai.com/news/itnews/1242082
#iTalk #TechNewsLao

No comments:

Post a Comment

Post Top Ad