Microsoft ໄດ້ອອກມາປະກາດຄວາມຮ່ວມມືກັບ Pivotal ໃນການໃຫ້ບໍລິການ Azure Spring Cloud ບໍລິການ Managed Service ສຳລັບ Spring Boot Microservices ໂດຍສະເພາະ ສຳລັບຮອງຮັບ Java Developer ແບບ Private Preview ແລ້ວ
Azure Spring Cloud ນີ້ຈະຈັດການຊັ້ນຂອງ Infrastructure ແລະ Middleware ທີ່ຊັບຊ້ອນໃຫ້ເພື່ອໃຫ້ຜູ້ໃຊ້ງານສາມາດເລີ່ມຕົ້ນໃຊ້ງານໄດ້ງ່າຍ
ແລະ ມຸ້ງເນັ້ນໄປທີ່ການສ້າງ Business Logic ເປັນຫຼັກ ໂດຍ Azure ຈະຮອງຮັບການເຮັດ Dynamic Scaling, Security Patch,
Compliance ແລະ ການເຮັດ High
Availability ໃຫ້ທັງໝົດ ຊຶ່ງຜູ້ໃຊ້ງານສາມາດເລີ່ມຕົ້ນໃຊ້ງານລະບົບໄດ້ໃນບໍ່ຈັກຄລິກເທົ່ານັ້ນ
ທັງນີ້
Microsoft
ຍັງໄດ້ພັດທະນາລະບົບຕໍ່ຍອຍເພື່ອໃຫ້ລະບົບສະໜັບສະໜູນການໃຊ້ງານ
Azure
Spring Cloud Maven Plugin ແລະ VS Code
Extensions ເສີມສຳລັບພັດທະນາ Application
ເທິງ Spring ໂດຍສະເພາະດ້ວຍ
Azure Spring Cloud ນີ້ສາມາດຖືກຕິດຕາມການເຮັດວຽກງານໄດ້ຜ່ານ Azure
Monitor ທີ່ສາມາດກວດສອບໄດ້ທັງຂໍ້ມູນ
Log
ແລະ App Trace ອີກທັງຍັງສາມາດເຊື່ອມຕໍ່ກັບບໍລິການ Data
Service ອື່ນໆ ເທິງ Azure ເຊັ່ນ Azure SQL Database, MySQL, PostgreSQL ແລະ Cosmos DB ໄດ້, ສາມາດຢືນຢັນຕົວຕົນ
ແລະ ກຳນົດສິດຮ່ວມກັບ Azure Active Directory ໄດ້, ເຮັດວຽກຮ່ວມກັບ
Service
Bus ແລະ Event Hubs ໄດ້ ລວມເຖິງຍັງສາມາດຈັດການກັບ Secret ຜ່ານ Azure Key Vault ໄດ້
ຜູ້ທີ່ສົນໃຈສາມາດສຶກສາລາຍລະອຽດເພີ່ມເຕິມໄດ້ທີ່
https://docs.microsoft.com/en-us/azure/java/spring-framework/?view=azure-java-stable
ໂດຍປັດຈຸບັນບໍລິການນີ້ເປີດໃຫ້ໃຊ້ງານໄດ້ແບບ
Private
Preview ແລະ ຈະເປີດ Public
Preview ພາຍໃນສິ້ນປີນີ້
No comments:
Post a Comment