AWS ໄດ້ອອກມາປະກາດເປີດຕົວ EC2 High
Memory ລຸ້ນໃໝ່ສຳລັບຮອງຮັບລະບົບ
SAP
ໂດຍສະເພາະ ທີ່ມາພ້ອມກັບໜ່ວຍຄວາມຈຳຂະໜາດໃຫຍ່ເຖິງ
18TiB
ແລະ 24TiB ໃຫ້ເລືອກໃຊ້ໄດ້ແລ້ວ
Instance ລຸ້ນນີ້ຈະມາພ້ອມກັບຫນ່ວຍປະມວນຜົນ 2nd Generation Intel
Xeon Scalable (Cascade Lake) ທີ່ຄວາມຖີ່ 2.7GHz ແບບ 8 Socket ໂດຍເປີດໃຫ້ເຊົ່າໃຊ້ງານໄດ້ແບບ Dedicated
Host ທີ່ຕ້ອງມາພ້ອມການຈອງໃຊ້ງານຂັ້ນຕ່ຳ 3 ປີເທົ່ານັ້ນ ໂດຍສາມາດອັບເກດຈາກລຸ້ນທີ່ຂະໜາດນ້ອຍກວ່າມາຍັງລຸ້ນທີ່ຂະໜາດໃຫຍ່ກວ່າໄດ້
ອີກທັງໃນບໍລິການນີ້ຍັງໄດ້ໃຫ້ Bandwidth ສຳລັບເຊື່ອມຕໍ່ໄປຍັງ
EBS ທີ່ສູງເຖິງ 28Gbps ເຮັດໃຫ້ການດຶງຂໍ້ມູນຂະໜາດໃຫຍ່ມາບັນທຶກເທິງ
RAM ສາມາດເກີດຂຶ້ນໄດ້ຢ່າງວ່ອງໄວ
ບໍລິການນີ້ຖືກອອກແບບມາເພື່ອຮອງຮັບ
SAP
OLAP Workload ເຊັ່ນ SAP BW/4HANA, BW on HANA (BWoH), Datamart ແລະ SAP OLTP Workload ເຊັ່ນ S/4HANA, Suite on HANA
(SoH) ເປັນຫຼັກ ເຮັດໃຫ້ການໃຊ້ງານ
SAP
ເທິງ AWS ມີທາງເລືອກທັງການເພີ່ມຂະຫຍາຍແບບ Scale-Up ແລະ Scale-Out
ປັດຈຸບັນບໍລິການນີ້ເປີດໃຫ້ໃຊ້ງານໄດ້ສະເພາະທີ່
US
East (N. Virginia) Region ເທົ່ານັ້ນ ແລະ
ມີແຜນຈະຂະຫຍາຍບໍລິການນີ້ໄປຢັງ Region ອື່ນໆ ໄດ້ໃນອະນາຄົດ
ຜູ້ທີ່ສົນໃຈການໃຊ້ງານ
SAP
ເທິງ AWS ສາມາດກວດສອບລຸ້ນຂອງບໍລິການຕ່າງໆ ທີ່ຮອງຮັບໄດ້ທີ່
sap.com
ແຫຼ່ງຂໍ້ມູນ
No comments:
Post a Comment