Panda Full Encryption ດ່ານໜ້າໃນການປົກປ້ອງຂໍ້ມູນສຳຄັນ

Breaking

Post Top Ad

Post Top Ad

Wednesday, October 9, 2019

Panda Full Encryption ດ່ານໜ້າໃນການປົກປ້ອງຂໍ້ມູນສຳຄັນ

Panda Full Encryption ດ່ານໜ້າໃນການປົກປ້ອງຂໍ້ມູນສຳຄັນ

ຊັບ​ສິນ​ທີ່​ສຳຄັນ​ທີ່ສຸດ​ໃນ​ລະບົບ​ເສດຖະກິດ​ດິ​ຈິ​ທັດແມ່ນ​ຫຍັງ ? ຫຼາຍ​ບໍລິສັດ​ອາດຈະ​ຕອບ​ໄດ້​ແຕກ​ຕ່າງ​ກັນ​ໄປ ແຕ່​ສ່ວນ​ໃຫຍ່​ແລ້ວ​ຄຳ​ຕອບ​ທີ່​ໄດ້​ຈະ​ເປັນ “ຂໍ້​ມູນ” ໄຟ​ລ​໌​ງານ​ຕ່າງ​ໆ ທີ່​ໃຊ້​ງານ​ກັນ​ໃນ​ບໍລິສັດ​ສ່ວນ​ໃຫຍ່ ມັກ​ຈະ​ມີ​ສູດ​ລັບ​ດ້ານ​ທຸລະກິດ​ທີ່​ບໍ່​ສາມາດ​ເປີດ​ເຜີຍ​ໃຫ້​ຄົນ​ນອກ​ຮູ້​ໄດ້ ຊຶ່ງ​ບໍລິສັດ​ມີ​ຄວາມ​ກັງ​ວົນວ່າ​ອາດຈະ​ຫຼຸດ​ຣັ່ວ​ໄຫຼ​ອອກ​ໄປ​ໄດ້​ເຊັ່ນ ນຳ​ໄຟ​ລ​໌​ສຳຄັນ​ຂອງ​ບໍລິສັດ​​ເກັບ​ໄວ້​ໃນ External Drive ຫລື Flash Drive ແລ້ວ​ເຮັດ​ຫຼົ່ນ​ຫາຍ ເຮັດໃຫ້​ເອກະສານ​ເຫຼົ່າ​ນີ້​ຫຼຸດ​ອອກ​ໄປ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ບໍລິສັດ​ໃນ​ທາງ​ກົງ​ຫລື​ທາງ​ອ້ອມ​ກໍ​ຕາມ ຈະ​ດີກວ່າ​ບໍ ? ຖ້າ​ເຮົາ​ສາມາດ​ເຂົ້າ​ລະ​ຫັດ Drive ທີ່​ມີ​ຂໍ້​ມູນ​ເຫຼົ່າ​ນີ້​ເອົາ​ໄວ້​ກ່ອນ ເພື່ອ​ປ້ອງ​ກັນ​ເວລາ​ທີ່​ອຸປະກອນ​ສູນຫາຍ
Panda ເບິ່ງ​ເຫັນ​ຄວາມ​ສຳຄັນ​ຈຶ່ງ​ໄດ້​ຄິດ​ຄົ້ນ​ເທັກ​ໂນ​ໂລ​ຢີ​ໃໝ່​ຂຶ້ນ​ມາ​ທີ່​ມີ​ຊື່​ວ່າ Panda Full Encryption ໂດຍ​ທຳການ​ເຂົ້າ​ລະ​ຫັດ Drive ທີ່​ມີ​ໄຟ​ລ​໌​ຂໍ້​ມູນ​ສຳຄັນ​ໃນ​ອຸປະກອນ​ຂອງ​ເຮົາ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ໃຜ​ສາມາດ​ອ່ານ​ໄດ້​ຍົກ​ເວັ້ນ​ວ່າ​ພວກ​ເຂົາຈະ​ມີລະ​ຫັດ​ຜ່ານ​ທີ່​ເຮົາ​ເປັນ​ຄົນ​ກຳນົດ​ຂຶ້ນ​ມາ​ເອງ
ຕົວ​ເລກ​ບໍ່​ເຄີຍ​ຕົວະ: 16% ຂອງ​ການ​ຣັ່ວ​ໄຫຼ​ຂອງ​ຂໍ້​ມູນ​ເກີດ​ຈາກ ໂທລະສັບ​ຖືກ​ລັກ ຫລື ​ເຄື່ອງ​ແລັບ​ທັອບ​ຫາຍ Gartner ລະ​ບຸ​ວ່າ​ມີ​ແລັບ​ທັອບ​ຖືກ​ລັກ​ທຸກໆ 53 ວິ​ນາ​ທີ ນ​ອກ​ຈາກ​ມີ​ຄວາມ​ສ່ຽງ​ເລື່ອງ​ຂໍ້​ມູນຮົ່ວ​ໄຫຼ​ອອກ​ໄປ ອາດ​ເຮັດໃຫ້​ເກີດ​ຄວາມ​ສ່ຽງ​ທີ່​ລະບົບ​ຖືຮັກສາ​ຄວາມ​ປອດໄ​ພ​ຂອງ​ບໍລິສັດ​ຖືກ​ໂຈມ​ຕີ​ໂດຍ​ການ​ໃຊ້​ປະໂຫຍດ​ຈາກ​ເຄື່ອງ​ແລັບ​ທັອບ​ທີ່​ຖືກ​ລັກ​ໄປ
ກໍລະນີ​ຕົວ​ຢ່າງ​ທີ່​ເຄີຍ​ເກີດ​ຂຶ້ນ​ເຊັ່ນ Equifax ຊຶ່ງ​ຍັງ​ຄົງ​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ເຈາະ​ເຂົ້າ​ມາ​ໃນ​ລະບົບ​ເມື່ອ​ປີ 2017 ຫລື​ ບຣິ​ຕິດ​ແອ​​ເວ​ຊຶ່ງ​ມີ​ຜູ້​ໃຊ້ 500,000 ລາຍ​ທີ່​ຖືກ​ໂຈມ​ຕີ​ຈາກ​ຂໍ້​ມູນ​ຂະນະ​ທຳການ​ດຳ​ເນີນ​ການ​ເທິງ​ເວັບ​ໄຊ​ຂ​ອງ​ບໍລິສັດ
ການ​ໂຈມ​ຕີ​ເປົ້າ​ໝາຍ​ຕາມ​ອົງກອນ​ຂະໜາດ​ໃຫຍ່​ເຮັດໃຫ້​ຮູ້​ຄວາມ​ຈິງ​ທີ່​ວ່າ​ຂໍ້​ມູນ​ຂອງ​ຜູ້​ໃຊ້​ບໍ່​ໄດ້ຮັບ​ການ​ປົກ​ປ້ອງ​ເຮັດໃຫ້​ລັດຖະບານ​ນຳ​ສະເໜີ​ກົດ​ລະບຽບ​ໃໝ່ໆ ມາ​ໃຊ້​ເຊັ່ນ GDPR ໃນ​ສະ​ຫະ​ພາບ​ຢຸ​ໂຣບ​ ຫລື CCPA ໃນ​ສະ​ຫະຣັດ​ອາ​ເມ​ຣິ​ກາ ​ມີ​ເປົ້າ​ໝາຍ​ເພື່ອ​ການ​ຍົກ​ລະດັບ​ມາດຕະຖານ​ການ​ປ້ອງ​ກັນ ໂດຍ​ທີ່ GDPR ຍອມ​ຮັບ​ວ່າ​ການ​ເຂົ້າ​ລະ​ຫັດ (Encryption) ເປັນ​ມາ​ດຕະການ​ທາງ​ເທັກ​ນິກ​ທີ່​ເໝາະ​ສົມ​ສຳລັບ​ບໍລິສັດ ຊຶ່ງ​ໃນ​ຈຸດ​ນີ້​ຕົວ Encryption ຂອງ Panda ນັ້ນ​ສາມາດ​ຕອບ​ໂຈດ​ GDPR ໃນ​ສະ​ຫະ​ພາບ​ຢຸ​ໂຣບ ແລະ ​ໂຊ​ລູ​ຊັນ​ຄວາມ​ປອດໄ​ພ​ທາງ​ໄຊ​ເບີ​ຊ່ວຍ​ໃຫ້​ເຈົ້າ​ປົກ​ປ້ອງ​ຂໍ້​ມູນ ​ແລະ ​ຄວາມ​ເປັນ​ສ່ວນ​ຕົວ​ຂໍ້​ມູນ​

ປົກ​ປ້ອງ​ຂໍ້​ມູນ​ຢ່າງ​ລຽບ​ງ່າຍ ແລະ ​ມີ​ປະ​ສິດ​ທິ​ພາບ

Panda Security ມີ​ໂຊ​ລູ​ຊັ່ນ​ຖືຮັກສາ​ຄວາມ​ປອດ​ໄພ​ພ້ອມ​ຟັງ​ຊັ່ນ​ການ​ເຂົ້າ​ລະ​ຫັດ​ທີ່​ປ້ອງ​ກັນ​ຜູ້​ໃຊ້​ທີ່​ບໍ່​ໄດ້ຮັບ​ອະນຸຍາດ​ເຂົ້າ​ເຖິງ​ຂໍ້​ມູນ​ທີ່​ໄດ້​ເຂົ້າ​ລະ​ຫັດ​ເອົາ​ໄວ້ ໂດຍ​ຕົວ Encryption ເປັນ Add on ເພີ່ມ​ຈາກ​ຕັວ Antivirus Panda ສາມາດ​ໃຊ້​ໄດ້​ຕັ້ງ​ແຕ່​ລຸ້ນ Endpoint protection ໄປ​ຈົນ​ເຖິງ Panda Adaptive Defense ທີ່​ສາມາດ​ບໍລິຫານ​ຈັດການ​ຜ່ານ​ສູນ​ກາງ​ເທິງ​ໜ້າ​ເວັບ​ໄຊ​ໃນ​ສ່ວນ​ຂອງ Antivirus
Panda Full Encryption ດ່ານໜ້າໃນການປົກປ້ອງຂໍ້ມູນສຳຄັນ

ການ​ເຂົ້າ​ລະ​ຫັດ​ຂອງ Panda ໃຊ້ Windows BitLocker ຊຶ່ງ​ເປັນ​ເທັກ​ໂນ​ໂລ​ຢີ​ທີ່​ມີ​ຄວາມ​ສະ​ຖຽນ​ຊຶ່ງ​ຮັບ​ປະ​ກັນ​ໂດຍ Microsoft ໃນ​ການ​ເຂົ້າ​ລະ​ຫັດ ແລະ ​ຖອດ​ລະ​ຫັດ​ໂດຍ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ໃຊ້ ເຮັດໃຫ້​ອົງກອນ​ສາມາດ​ບໍລິຫານ​ຈັດການ ແລະ​ ຄວບ​ຄຸມ​ລະ​ຫັດ​ທີ່​ຖືກ​ຈັດ​ເກັບ​ໄວ້​ໃນ​ Platform ​ເທິງ​ cloud ຂອງ PandaSecurity: Aether ຂໍ້​ດີ​ຂອງ​ໂມ​ດູນ​ນີ້​ຄື​ຄວາມ​ງ່າຍ​ໃນ​ການ​ໃຊ້​ງານ ແລະ ​ໃຊ້​ຊັບພະຍາກອນ​ນ້ອຍ​ເພື່ອ​ການ​ດູແລຮັກສາ​ລະບົບ​ຢ່າງ​ຕໍ່​ເນື່ອງ
ໃນ​ສະພາບ​ແວດ​ລ້ອມ​ຂອງອົງກອນ ຫລື​ ເຄືອ​ຂ່າຍ​ໄອ​ທີ​ຂະໜາດ​ໃຫຍ່​ການ​ຄວບ​ຄຸມ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ມີ​ຄວາມ​ສຳຄັນ​ຢ່າງຍິ່ງ ດ້ວຍ​ການ​ເຂົ້າ​ລະ​ຫັດ​ຂອງ Panda ເຈົ້າ​ສາມາດ​ຈັດການ​ການ​ເຂົ້າ​ລະ​ຫັດ​ດິ​ສ ແລະ ​ກຳນົດ​ນະໂຍບາຍ​ໃນ​ການ​ຈັດການ​ດິ​ສ​ກ​໌​ເຫຼົ່າ​ນັ້ນ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ມີ​ພຽງ​ຜູ້​ທີ່​ໄດ້ຮັບ​ອະນຸຍາດ​ເທົ່າ​ນັ້ນ​ທີ່​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ເຈົ້າແລະ ​ທຸກ​ການ​ສັ່ງ​ຊື້​ຂອງ​ລູກ​ຄ້າ​ທຸກ​ຄົນ
ແຫຼ່ງຂໍ້ມູນ: https://www.pandasecurity.com/mediacenter/news/panda-full-encryption-data-protection/

No comments:

Post a Comment

Post Top Ad