ຜູ້ຊ່ຽວຊານແຈກໂປຣແກຣມຖອດລະຫັດ Nemty Ransomware

Breaking

Post Top Ad

Post Top Ad

Friday, October 11, 2019

ຜູ້ຊ່ຽວຊານແຈກໂປຣແກຣມຖອດລະຫັດ Nemty Ransomware

Nemty Ransomware

Nemty Ransomware ຖືກ​ພົບ​ເຫັນ​ເມື່ອ​ປະມານ​ເດືອນ​ສິງ​ຫາ 2019 ​ທີ່​ຜ່ານມາ​ຊຶ່ງ​ເຄື່ອງ​ມື​ຈາກ Tesorion ປັດຈຸບັນ​ສາມາດ​ຖອດ​ລະ​ຫັດ​ໄດ້​ໃນ​ເວີຊັນ 1.4 ແລະ 1.6 ແລ້ວ ຊຶ່ງ​ເວີຊັນ 1.5 ກຳ​ລັງ​ຕາມ​ອອກ​ມາ ທັງ​ນີ້​ຂໍ້​ຈຳ​ກັດ​ຄື​ກູ້​ຄືນ​ແຟ້ມໄດ້​ຕາມ​ນາມ​ສະ​ກຸນຕໍ່ໄປນີ້​ເທົ່າ​ນັ້ນແຕ່​ນັກ​ວິ​ໄຈ​ສັນຍາ​ວ່າ​ຈະ​ຂະຫຍາຍ​ການ​ຮອງ​ຮັບ​ໃຫ້​ຫລາຍ​ຂຶ້ນ​ເລື້ອຍ​ໆ
avi, bmp, gif, mp3, jpeg, jpg, mov, mp4, mov, mp4, qt, 3gp, mpeg, mpg, doc, docb, dot, ole, pot, pps, ppt, wbk, xlm, xls, xlsb, xlt, pdf, png, tif, tiff, nef, , doc, txt, docm, docx, dotm, dotx, jar, potm, potx, ppsm, ppsx, pptm, pptx, xlsm, xlsx, xltm, xltx, zip
ຜູ້ຊ່ຽວຊານແຈກໂປຣແກຣມຖອດລະຫັດ Nemty Ransomware

ຢ່າງໃດ​ກໍ​ຕາມ​ຜູ້​ສົນ​ໃຈ​ຕ້ອງ​ຕິດ​ຕໍ່ໄປ​ຫາ​ທີມງານ Tesorion CSIRT ປ​ັ​ນ​ລາຍ​ກໍລະນີ​ໄປ ເນື່ອງ​ຈາກ​ມີ​ປະ​ເດັນ​ວ່າ​ ຕອນ​ທີ່​ນັກ​ວິໄ​ຈ​ແສ​ເລື່ອງ​ລາວ​ຈຸດ​ອ່ອນ​ຂອງ​ Malware ຄົນ​ຮ້າຍ​ກໍ​ເຂົ້າ​ມາ​ອ່ານ ​ແລະ ​ນຳ​ໄປ​ປັບ​ປຸງ​ດ້ວຍ ແຖມ​ຍັງ​ສົ່ງ​ສັນຍານ​​ເຍີ້ຍ​ໃນ​ເວີ​ຊັນ​ໃໝ່​ດ້ວຍ​ວ່າ ‘ຂອບໃຈ​ເດີ​ທີ່​ເຜີຍແຜ່​ໃນ​ບົດ​ຄວາມ’ ຈຶ່ງ​ເຮັດໃຫ້​ນັກ​ວິໄ​ຈ​ຂ້ອນ​ຂ້າງ​ລະ​ມັດ​ລະ​ວັງ​ຕົວ​ຫຼາຍກວ່າ​ເດີມ ເຊັ່ນ ການ​ສົ່ງ​ແຟ້ມ​ໄປ​ກູ້​ທີ່​ເ​ຊິ​ເວີຂອງ Tesorion ເພື່ອ​ບໍ່​ໃຫ້​ເຫັນ​ຂະ​ບວນ​ການ ​ຫຼື ​ບໍ່​ໄດ້​ປ່ອຍ​ເຄື່ອງ​ມື​ຢ່າງ​ກວ້າງ​ຂວາງ ​ແຕ່​ກໍ​ມີ​ແຜນ​ວ່າທີ່​ຈະ​ນຳ​ໄປ​ລົງ​ໃນ​ເວັບ​ໄຊ NoMoreRansom ໃນ​ອະນາຄົດ
ຜູ້ຊ່ຽວຊານແຈກໂປຣແກຣມຖອດລະຫັດ Nemty Ransomware


ແຫຼ່ງຂໍ້ມູນ:




No comments:

Post a Comment

Post Top Ad