ລາວໂທລະຄົມ ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການ

Breaking

Post Top Ad

Post Top Ad

Monday, September 7, 2020

ລາວໂທລະຄົມ ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການ

ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເປີດນໍາໃຊ້ ລະບົບ 5G ຢ່າງເປັນທາງການ

ລາວໂທລະຄົມ ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການ

ໃນວັນທີ: 31 ສິງຫາ 2020 ຢູ່ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເປີດນໍາໃຊ້ ລະບົບ 5G ຢ່າງເປັນທາງການ ເຊິ່ງເປັນເຄື່ອຂ່າຍທໍາອິດໃນ ສປປ ລາວ. ກ່າວເປີດພິທີໃນຄັ້ງນີ້ໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະນໍາ ກະຊວງ ປທສ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ປທສ , ຄະນະອໍານວຍການ, ຜູ້ບໍລິຫານ ລາວ ໂທລະຄົມ ແລະ ບັນດາສື່ມວນຊົນກໍ່ໄດ້ເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ.

ເພື່ອຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ກໍຄືວຽກງານ ຂອງ ກະຊວງ ປທສ ໃນການຫັນການບໍລິການໂທລະຄົມເປັນທັນສະໄໝ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ ໂດຍສະເພາະໃນຍຸກເສດຖະກິດ ດີຈີຕານ 4.0 (Digital Economy Era). ດັ່ງທີ່ພວກເຮົາໄດ້ຮັບຊາບກັນແລ້ວໃນຍຸກປະຈຸບັນການນຳໃຊ້ເຄື່ອງມືສື່ສານ ແລະ ການບໍລິການຂອງໂທລະຄົມ ແມ່ນໄດ້ກາຍເປັນປັດໃຈທີ່ສຳຄັນໃນການດຳລົງຊີວິດຂອງມະນຸດເຮົາ ເວົ້າລວມ ເວົ້່າໂດຍສະເພາະກໍແມ່ນຂອງສັງຄົມຢູ່ໃນ ສປປລາວ ເຮົາ. ໃນປະຈຸບັນໄດ້ມີຫລາຍປະເທດໃນທົ່ວໂລກ ແລະ ຂົງເຂດອາຊີບ ແມ່ນໄດ້ທົດລອງນຳໃຊ້ ເທັກໂນໂລຊີ 5G ເຂົ້າຮັບໃຊ້ສັງຄົມຢູ່ໃນຫລາຍຂົງເຂດວຽກງານເຊັ່ນ: ທາງດ້ານທຸລະກິດ ອອນລາຍ E commerce, ນໍາໃຊ້ປັນຍາປະດິດ ຫຼື Ai, IoT, Robotic ເຂົ້າຢູ່ໃນຂົງເຂດ ອຸດສາຫະກຳ, ກະສິກຳ ແລະ ການແພດເປັນຕົ້ນ ຊື່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມຫລືຜູ້ຊົມໃຊ້ມີວິຖີຊີວິດນັບມື້ນັບສະດວກ ແລະ ວ່ອງໄວ ມີຄວາມປອດໄພສູງ.

ກ່ອນໜ້ານີ້ ໃນວັນທີ 8/10/2019 ທີ່ຜ່ານມາ ລາວ ໂທລະຄົມ ໄດ້ມີພິທີເປີດທົດລອງນໍາໃຊ້ລະບົບ 5G ມາແລ້ວຄັ້ງໜຶ່ງເພື່ອເປັນການກຽມຄວາມພ້ອມດ້ານຕ່າງໆກ່ອນການເປີດໃຫ້ບໍລິການຢ່າງເປັນທາງການ ສຳລັບຢູ່ໃນງານມື້ນີ້ໄດ້ມີການສາທິດບັນດາ show case ຈຳນວນໜຶ່ງທີ່ທີມງານໄດ້ກະຕຽມມາເພື່ອສະແດງໃຫ້ເຫັນວ່າ ລະບົບ 5G ມີສັກຂະຍະພາບທີ່ທັນສະໄໝ ແລະ ຄວາມໄວໃນການສົ່ງຂໍ້ມູນເທົ່າໃດ. ສຳລັບພື້ນທີ່ໃຫ້ການບໍລິການລະບົບ 5G ໃນເບື້ອງຕົ້ນ ລລທ ຈະໃຫ້ບໍລິການຢູ່ໃນບາງພື້ນທີ່ຂອງ ນະຄອນຫລວງວຽງຈັນ ກ່ອນ ເຊັ່ນ: ຢູ່ບໍລິເວນ ຈຸດຊູມຊົນໃຈກາງເມືອງເຊັ່ນ: ເຂດສີຫອມ, ຕະຫລາດກາງຄືນແຄມຂອງ, ເຂດສາຍລົມ ແລະ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ). ຫລັງຈາກນັ້ນ ໄລຍະສອງຈື່ງຈະຂະຫຍາຍໄປສູ່ບັນດາແຂວງໃຫ່ຍໃນປະເທດ.

ລະບົບ 5G ມີຄຸນສົມບັດພິເສດຫຼັກໆຢູ່ 3 ຢ່າງທີ່ແຕກຕ່າງກັບລະບົບ 4G ຄື: ຄວາມໄວ, ຄວາມສາມາດຮອງຮັບການເຊື່ອມຕໍ່ກັບອຸປະກອນ ແລະ ເວລາໃນການຕອບສະໜອງຄວາມໄວ: ຄວາມໄວໃນການຮັບ-ສົ່ງຂໍ້ມູນທີ່ໄວກວ່າ 4G ເຖີງ 20 ເທົ່າ ຕົວຢ່າງ: ເມື່ອໂຫຼດໜັງທີ່ມີຄວາມຍາວ 2 ຊົ່ວໂມງ 4G ຈະໃຊ້ເວລາປະມານ 6-7 ນາທີ ໃນຄະນະທີ່ 5G ຈະໃຊ້ເວລາພຽງ 3-4 ວິນາທີ, ການເບິ່ງຮູບເງົາແບບ online ທີ່ມີຄວາມລະອຽດສູງລະດັບ HD 4K, 8K ຈະບໍ່ເປັນອຸປະສັກອີກຕໍ່ໄປ, ສາມາດປົດລ໋ອກຄຸນສົມບັດສູງສຸດຂອງ AR (Augmented Reality) ແລະ VR ( Virtual Reality) ກັບປະສົບການທີ່ສົມຈິງທີ່ເກີດຈາກການໃຊ້ຂໍ້ມູນຈໍານວນຫຼາຍໃນການປະມວນຜົນ ເຊິ່ງ 5G ຈະຕອບໂຈດການສື່ສານຜ່ານ AR ແລະ VR ໄດ້ຢ່າງສົມບູນແບບ. ຄວາມສາມາດຮອງຮັບການເຊື່ອມຕໍ່: ຈໍານວນການເຊື່ອມຕໍ່ທີ່ສາມາດຮອງຮັບອຸປະກອນໄດ້ຫຼາຍກວ່າ 4G 10 ເທົ່າ ຫຼື ເທົ່າກັບ 1,000,000 ອຸປະກອນ/sq.km ດ້ວຍລະບົບ 5G ຈະເປີດໂລກ IOT (Internet of Things)ໄດ້ຢ່າງແທ້ຈິງ ແລະ ຈະເປັນພື້ນຖານເພື່ອຮອງຮັບການພັດທະນາເຕັກໂນໂລຊີ Smart Home, Smart City, Smart Transportation ,Smart life, Smart health ແລະ ອຶ່ນໆໂດຍສັ່ງການຜ່ານມືຖືຂອງຄົນເຮົາໄດ້ ຫຼື ອຸປະກອນແຕ່ລະຊະນິດສາມາດສື່ສານກັນເອງໄດ້, ຄວບຄຸມກັນໄດ້ ແລະ ເຮັດວຽກປະສານກັນໄດ້ຢ່າງອັດຕະໂນມັດ. ເວລາໃນການຕອບສະໜອງ/ໂຕ້ຕອບ: ສັ້ນລົງ ເຖີງ 1 ມິນລີວິນາທີ (1 ms) ດ້ວຍຄຸນສົມບັດພິເສດດັ່ງ ກ່າວ 5G ຈະສາມາດຕອບໂຈດ ໃນສ່ວນຂອງກຸ່ມຄົນທີ່ມັກຫຼີ້ນເກມເຊິ່ງຕ້ອງການຄວາມໄວໃນການໂຕ້ຕອບສູງ ຫຼື ເວົ້າອີກຢ່າງຄືຖ້າ Latency ຍິ່ງຕໍ່າແມ່ນຍີ່ງດີ, ຕອບໂຈດການຂັບຂີ່ແບບບໍ່ມີຄົນຂັບທີ່ມີຄວາມປອດໄພສູງ ແລະ ນໍາໃຊ້ໃນທາງການແພດເຊັ່ນ: ການຜ່າຕັດທາງໄກ ແລະ ອຶ່ນໆ.

 Credit: https://www.laotel.la/LTCNews.aspx?hm5ett9IclUeXe/Pph8WiA=1&1wHwoghFgFOpYKVUotnryg=30293&13TpsL78sOWEBjl52lObew=1

No comments:

Post a Comment

Post Top Ad