Ubuntu 20.04 'Focal Fossa' ອອກແລ້ວ

Breaking

Post Top Ad

Post Top Ad

Monday, April 27, 2020

Ubuntu 20.04 'Focal Fossa' ອອກແລ້ວ

Ubuntu 20.04 'Focal Fossa'


Canonical ໄດ້​ປະ​ກາດ​ອອກ Ubuntu ເວີ​ຊັນ 20.04 LTS ແລ້ວ ໂດຍ​ມີ​ໂຄ້​ດວ່າ ‘Focal Fossa’ ຢ່າງໃດ​ກໍ​ດີ​ມີ​ການ​ອັບ​ເດດ​ທັງ​ໃນ​ສ່ວນ​ຂອງ Desktop, Cloud ແລະ Server ຫຼາຍ​ດ້ານ
Focal Fossa ຕໍ່ຍ​ອດ​ເທິງ Linux Kernel 5.4 ເຮັດໃຫ້​ມີ​​ຟີ​ເຈີ​ທີ່​ໜ້າ​ສົນ​ໃຈ​ຕິດ​ມາ​ເຊັ່ນ Kernel lockdown mode (LSM ທີ່​ຊ່ວຍ​ປ້ອງ​ກັນ​ບັນ​ຊີ Root ທີ່​ຖືກ​ແຊກ​ແຊງ​ເຂົ້າ​ມາ​ໂຈມ​ຕີ​ລະບົບ​ໄດ້​ຍາກ​ຂຶ້ນ) ລວມເຖິງ​ການ​ຮອງ​ຮັບ ExFat Filesystem ດ້ວຍ.
ໂດຍ​ສຳລັບ Ubuntu 20.04 ເອງ​ກໍ​ໄດ້​ມຸ້ງ​ເນັ້ນ​​ຟີ​ເຈີ​ດ້ານ Security ຢ່າງ​ຈິງ​ຈັງ​ເຊັ່ນ
·         Kernel Self Protection – ລະບົບ​ທີ່​ຖືກ​ອອກ​ແບບ​ມາ​ເພື່ອ​ປ້ອງ​ກັນ​ເລື່ອງ Security ສຳລັບ Kernel ໂດຍ​ສະເພາະ
·         Secure Boot – ປ້ອງ​ກັນ​ການ​ໂຈມ​ຕີ​ໃນ​ເລ​ເຢີ​ລະ​ດັບ​ຕ່ຳ​ແລະ​ພວກ Rootkit ຫລື ​​ກຸ່ມ​ຄົນ​ຮ້າຍ APT (ເນັ້ນ​ຢູ່​ດົນ​ຄົງ​ທົນ ກວດ​ຫາ​ບໍ່​ເຈີ)
·         Fast ID Online (FIDO) – ຮອງ​ຮັບ Universal Multi-factors Authentication ແລະ Passwordless
·         WireGuard – ມີ VPN ຈາກ WireGuard ຕິດ​ມາ​ໃຫ້​ຮອງ​ຮັບ​ການ​ເຊື່ອມ​ຕໍ່​ຢ່າງ​ໝັ່ນໃຈ
·         ຮອງ​ຮັບ​​ເທັກ​ໂນ​ໂລ​ຢີ AMD Secure Encrypted Virtualization ເພື່ອ​ເຂົ້າ​​ລະ​ຫັດ​ຂໍ້​ມູນ
ຝັ່ງ​ຜູ້​ໃຊ້​ງານ Desktop
·         GNOME 3.36
·         PulseAudio 14.0, Firefox 75, Libre Office 6.4 ລວມ​ເຖິງ​ຮອງ​ຮັບ G Suite ແລະ Microsoft Exchange
·         ສຳລັບ​ຄໍ​ເກມ​ມີ Feral Interactive’s GameMode ຫລື ​ເຄື່ອງ​ມື​ທີ່​ເຮັດໃຫ້​ເກມ​ສາມາດ​ຮ້ອງ​ຂໍ​ຊັບພະ​ຍາກອນ ​ຫລື ​ການ​ປັບ​ແຕ່ງ​ເພີ່ມ​ໄດ້ ເຮັດໃຫ້​ໃຊ້​ມີ​ປະ​ສິດ​ທິ​ພາບ​ໄດ້​ສູງ​ຂຶ້ນ
·         Snap Store ເຂົ້າ​ມາ​ແທນ Ubuntu Software ໄວ້​ໃຊ້​ຄົ້ນ​ຫາ ​ແລະ ​ຕິດ​ຕັ້ງ Package ແລະ Snap ເຊັ່ນ Slack, Plex, Spotify, JetBrains ເປັນ​ຕົ້ນ
·         ສຳລັບ​ນັກ​ພັດທະນາ​ມີ Python 3.8 ມາ​ໂດຍ​ພື້ນ​ຖານ (ບໍ່​ມີ 2.7) ລວມເຖິງ  glibc 2.31, OpenJDK 11, rustc 1.41, GCC 9.3, Python 3.8.2, ruby 2.7.0, php 7.4, perl 5.30 ແລະ golang 1.13
·         ງານ AI/ML ຮອງ​ຮັບ KubeFlow ເຮັດໃຫ້​ງານ​ພັດທະນາ​ໂມ​ເດວ​ເທິງ Kubernetes ເຮັດ​ໄດ້​ງ່າຍ​ຂຶ້ນ ​ເຊິ່ງ​​ຍັງ​ຕໍ່ຍອດ​ກັບ Framework ອື່ນ​ໄດ້ ເຊັ່ນ PyTorch ຫລື MXNet
·         ຜູ້​ໃຊ້​ງານ Windows Subsystem on Linux (WSL) ຕອນ​ນີ້​ກໍ​ຮອງ​ຮັບ 20.04 ແລ້ວ
ຝັ່ງ Server ແລະ Cloud
·         ຂະ​ບວນ​ການ​ເຂົ້າ​​ລະ​ຫັດ​ງ່າຍ​ຫລາຍ​ຂຶ້ນ
·         ຮອງ​ຮັບ​ການ​ຕິດ​ຕັ້ງ Multipath Disk
·         ​ລາຍ​ງານ​ຄວາມ​ຜິດ​ພາດ​ໄດ້​ດີ​ຂຶ້ນ
·         ຮອງ​ຮັບ Openstack Cloud Release
ນອກ​ຈາກ​ນີ້ Canonical ​ຍັງ​ບອກອີກ​ວ່າ Ubuntu ຄື Linux Distro ທີ່​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ຫລາຍ​ເທິງ Public Cloud ຢ່າງ AWS. Azure, IBM LinuxONE/ Z ລວມເຖິງ​ກ່ອນ​ໜ້າ​ນີ້​ຍັງມີ​ປ່ອຍ Ubunto Pro ອອກ​ມາເທິງ public Cloud ​ເຊິ່ງ​ຈຸດ​ເດັ່ນ​ຄື​ຮອງ​ຮັບ​ການ​ເບິ່ງ​ແຍງ​ໄດ້​ເຖິງ 10 ປີ ​ແລະ​​ ຍັງ​ຮອງ​ຮັບ Requirement ຂອງ HIPAA, PCI, FedRAMP ແລະ ISO ໄດ້​ດ້ວຍ ບໍ່​ພຽງ​ເທົ່າ​ນັ້ນ Canonical ​ຍັງ​ບອກເຖິງ​ກາ​ຮ່ວມ​ມື​ກັບ ARM ເພື່ອ​ຮອງ​ຮັບ​ງານ​ດ້ານ High-performance ລວມ​ເຖິງ NVidia ແລະ ​ພັນ​ທ​ະມິດ​ອື່ນໆເພື່ອ​ຕອບ​ໂຈ​ດດ້ານ AI/ML ດ້ວຍ

ແຫຼ່ງຂໍ້ມູນ: 
https://ubuntu.com/blog/ubuntu-20-04-lts-arrives
https://www.zdnet.com/article/ubuntu-20-04-arrives-with-linux-5-4-kernel-and-wireguard-vpn/
https://www.techtalkthai.com/ubuntu-20-04-focal-fossa-hsa-been-released/

2 comments:

Post Top Ad