Intel ອອກ 11th gen CPU ຕອບໂຈດແລັບທັອບລຸ້ນບາງເບົາ

Breaking

Post Top Ad

Post Top Ad

Monday, September 7, 2020

Intel ອອກ 11th gen CPU ຕອບໂຈດແລັບທັອບລຸ້ນບາງເບົາ

Intel ອອກ 11th gen CPU ຕອບໂຈດແລັບທັອບລຸ້ນບາງເບົາ

Intel ໄດ້​ປະ​ກາດ​ປ່ອຍ CPU Gen 11th ຫລື Tiger Lake ອອກ​ມາ​ແລ້ວ ໂດຍ​ມຸ້ງ​ເນັ້ນ​ຕອບ​ໂຈ​ດການ​ໃຊ້​ງານ​ໃນ​ແລັບ​ທັອບ​ຄ້າຍ​ຕ່າງ​ໆ ທີ່​ມີ​ຄຸນສົມບັດ​ບາງ​ເບົາ



ເຖິງ​ຈະ​ບອກ​ວ່າ​ໃຊ້​ໃນ​ການ​ຜະລິດ​ແລັບ​ທັອບ​ທີ່​ມີ​ຂະໜາດ​ເບົາ​ແນວໃດ​ກໍ​ຕາມ​ແຕ່ Tiger Lake ກໍ​ຍັງ​ຄົງ​ມີ​ຂະໜາດ​ທີ່ 10nm ຢູ່​ດີ ແຕ່ Intel ກ່າວວ່າ​ຊິບ​ເຮັດ​ຄວາມ​ໄວ​ໄດ້​ຫລາຍກວ່າ​ເດີມ​ເຖິງ 20% ສຳຫລັບ​ງານ​ອໍ​ຟິດ​ທົ່ວ​ໄປ ແລະ​ ໄວ​ຂຶ້ນ​ເຖິງ 2 ເທົ່າ​ສຳລັບ​ຫລິ້ນ​ເກມ, ໃນ​ການ​ຜະລິດ​ຄອນ​ເທ້ນຈະ​ໄວ​ຂຶ້ນ 2.7 ເທົ່າ ອີກ​ຝັ່ງ​ຫນຶ່ງ​ໃນ​ດ້ານ​ປະ​ສິດ​ທິ​ພາບ​ຕົວ​ຊິບ​ເຊັດ​ເອງຍັງ​ສາມາດ​ຮອງ​ຮັບ Thunderbolt 4, PCIe Gen4, WiFi6 ລວມ​ເຖິງ​ຄວາມ​ສາມາດ​ດ້ານ AI ເຊັ່ນ​ການ​ເບ​ຼີ​ພາບ ຕັດ​ສຽງ​ອ້ອມ​ຂ້າງ ແລະ​ ການ​ຖອດລະ​ຫັດ​ວີ​ດີ​ໂອ

ອີກ​ເລື່ອງ​ໜຶ່ງ​ໃນ​ການ​ປະ​ກາດ​ເທື່ອ​ນີ້​ທາງ Intel ກໍ​ມີ​ຄວາມ​ຮ່ວມ​ມື​ກັບ​ທາງ​ພັນ​ທະ​ມິດ​ເພື່ອ​ສ້າງ​ແພລດ​ຟອມ​ເທິງ Gen 11th ແລະ Intel Iris X Graphic ຊຶ່ງ​ແພລດ​ຟອມ​ນີ້​ຊື່​ວ່າ Intel Evo ຈຸດປະສົງ​ກໍ​ເພື່ອ​ຮັບຮອງ​ແລັບ​ທັອບ​ທີ່​ມີ​ປະ​ສິດ​ທິ​ພາບ​ດີ (ຄ້າຍ​ໆ ວ່າ​ເປັນ​ມາດຕະຖານ​ຄຸນນະພາບ​ຜະລິດຕະພັນ) ໂດຍ​ຜູ້​ທົດສອບ​ທີ່​ຈະ​ໄດ້ຮັບ​ກາ Intel Evo ເຊິ່ງຜະລິດຕະພັນ​ຕ້ອງ​ມີ​ຄຸນສົມບັດ​ດັ່ງນີ້:

  • ມີ​ການ​ຕອບສະຫນອງ​ຂອງ​ແບດ​ເຕີ​ຣີ່​ຄົງ​ທີ່ ​ໃນ​ການ​ໃຊ້​ງານ​ລັກສະນະ​ຕ່າງ​ໆ 
  • Wake up ຈາກ​ການ Sleep ບໍ່​ເກີນ 1 ວິ​ນາ​ທີ
  • ແບດ​ອຶດ​ດົນ​ເກີນ 9 ຊົ່ວ​ໂມງ​ກັບ​ການ​ສະແດງ​ຜົນ FHD 
  • ສາກ​ໄວ​ແຄ່ເຄິ່ງຊົ່ວໂມງ ແຕ່​ໃຊ້​ໄດ້​ເຖິງ 4 ຊົ່ວ​ໂມງ

ຢ່າງໃດ​ກໍ​ດີ Intel ຍັງເວົ້າອີກຕື່ມ​ວ່າ​ຈະ​ມີ​ຜະລິດຕະພັນ​ທີ່​ສັ່ງ​ເຂົ້າ​ມາ​ໃຊ້ Gen11th ຈາກ​ຜູ້​ຜະລິດ​ຕ່າງ​ໆ ເຊັ່ນ Acer, Asus, Dell, Dynabook, HP, Lenovo, MSI, Razer, Samsung ແລະ​ອື່ນ​ໆ ລວມກັນ​ກວ່າ 150 ໂມ​ເດລ

 

ແຫຼ່ງຂໍ້ມູນ:

https://newsroom.intel.com/news-releases/11th-gen-tiger-lake-evo/

No comments:

Post a Comment

Post Top Ad