ບໍລິສັດ ETL ໄດ້ລົງນາມຈັບມືກັບ ບໍລິສັດບຸນສົງການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ

Breaking

Post Top Ad

Post Top Ad

Friday, January 24, 2020

ບໍລິສັດ ETL ໄດ້ລົງນາມຈັບມືກັບ ບໍລິສັດບຸນສົງການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ

ບໍລິສັດ ETL ໄດ້ລົງນາມຈັບມືກັບ ບໍລິສັດບຸນສົງການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ

      ໃນວັນທີ 21 ມັງກອນ 2020 ບໍລິສັດ ETL ໄດ້ລົງນາມຈັບມືກັບ ບໍລິສັດບຸນສົງການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ພ້ອມກັນພັດທະນາລະບົບການໃຫ້ບໍລິການດ້ານໂທລະຄົມມະນາຄົມໃນລາວແບບຄົບວົງຈອນ ເພື່ອເຊື່ອມໂຍງຖານລູກຄ້າ, ນໍາໃຊ້ເຕັກໂນໂລຊີໃໝ່ໃຫ້ບໍລິການລູກຄ້າດ້ວຍຫຼາກຫຼາຍຜະລິດຕະພັນ ທີ່ໂຮງແຮມດອນຈັນພາເລດ ໂດຍມີ ທ່ານ Huang Shuyun ຜູ້ອໍານວຍການໃຫຍ່ ບໍລິສັດ ອີທີແອລ (ETL) ແລະ ທ່ານ ບຸນສົງ ສະຫວັນວາລີ ຜູ້ອໍານວຍການ ບໍລິສັດ ບຸນສົງການຄ້າ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ພ້ອມດ້ວຍຕາງໜ້າຈາກພາກທຸລະກິດກ່ຽວຂ້ອງທັງສອງພາກສ່ວນໄດ້ເຂົ້າຮ່ວມ.

  • ທ່ານ ບຸນສົງ ສະຫວັນວາລີ ໄດ້ກ່າວວ່າ: ການລົງນາມຄັ້ງນີ້ເພື່ອຮ່ວມມືຍຸດທະສາດແບບຄົບວົງຈອນ ໂດຍສະເພາະໄດ້ເປີດໂສມໜ້າໃໝ່ໃນການພັດທະນາທຸລະກິດສື່ສານຂອງລາວ. ນອກນັ້ນ, ສອງຝ່າຍຈະໃຊ້ເຄືອຂ່າຍຂອງຕົນ, ເຕັກໂນໂລຊີ, ການຕະຫຼາດ ເພື່ອຂະຫຍາຍຕະຫຼາດທາງໂທລະຄົມ ເຊິ່ງໃນຕໍ່ໜ້າຈະເປີດຕະຫຼາດບໍລິການຜະລິດຕະພັນໃໝ່ ເຊັ່ນ: mobile playment, smart city. ພ້ອມນັ້ນ, ທັງສອງຝ່າຍຈະສ້າງສິ່ງມະຫັດສະຈັນໃໝ່ ແລະ ຮ່ວມມືກັນຢ່າງຈິງຈັງຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ພັດທະນາຢ່າງໄວວາ ເພື່ອເປັນຜູ້ນໍາດ້ານອຸດສາຫະກໍາສື່ສານໃນລາວ.
  • ທ່ານ Huang Shuyun ໄດ້ກ່າວວ່າ: ເມື່ອກ່ອນ ບໍລິສັດ ອີທີແອລ ເປັນບໍລິສັດລັດວິສາຫະກິດຂອງລັດຖະບານ 100% ມາຮອດເດືອນສິງຫາ 2017 ບໍລິສັດ ເຈ່ຍຟູ ໄດ້ມາຮ່ວມທຶນນໍາ ບໍລິສັດ ອີທີແອລ ໃນອັດຕາສ່ວນ 51% ເພື່ອສ້າງເປັນ ບໍລິສັດ ໂທລະຄົມຫຸ້ນສ່ວນລາວ – ຈີນ ເຊິ່ງໄດ້ສ້າງເຄືອຂ່າຍໂທລະຄົມທີ່ສາມາດຮອງຮັບຂໍ້ມູນສື່ສານຫຼາຍຂຶ້ນ, ຄວາມໄວສູງ ແລະ ນໍາໃຊ້ເຕັກນິກທີ່ທັນສະໄໝມີສັນຍານຄວບຄຸມກວ້າງຂວາງເກືອບທຸກເມືອງໃນທົ່ວປະເທດ ເຊິ່ງໃນປີ 2019 ບໍລິສັດໄດ້ໃຫ້ບໍລິການ 4,5 G, ເປັນຜູ້ສົ່ງເສີມທຸລະກິດຮອບດ້ານກ່ຽວກັບອິນເຕີເນັດ ແລະ ເປັນຜູ້ລົງເລິກໃຫ້ການບໍລິການລູກຄ້າ.


ທີ່ມາ: https://laoedaily.com.la/2020/01/23/69784/

No comments:

Post a Comment

Post Top Ad