Microsoft ເປີດຕົວ Edge ບຣາວເຊີລຸ້ນໃໝ່ທີ່ມີພື້ນຖານເທິງ Chromium

Breaking

Post Top Ad

Post Top Ad

Monday, January 27, 2020

Microsoft ເປີດຕົວ Edge ບຣາວເຊີລຸ້ນໃໝ່ທີ່ມີພື້ນຖານເທິງ Chromium


Microsoft ເປີດຕົວ Edge ຣາເຊີລຸ້ນໃໝ່ທີ່ມີພື້ນຖານເທິງ Chromium ເຊັ່ນດຽວກັບ Google Chrome ເຊິ່ງງານນີ້ Microsoft ຕັ້ງເປົ້າໄວ້ໃຫ້ Edge ລຸ້ນໃໝ່ລື່ນຂຶ້ນ ແລະ ໃຊ້ຊັບພະຍາກອນນ້ອຍລົງ
          ເມື່ອດົນມາແລ້ວ Microsoft ໄດ້ເປີດຕົວ Internet Explorer ເທື່ອທຳອິດໃນປີ 1995 ຄອງສ່ວນແບ່ງຣາວເຊີທັງໝົດ 95% ໃນປີ 2003 ແຕ່ຫຼັງຈາກນັ້ນ Microsoft ກໍຕ້ອງປະເຊີນບັນຫາຄະດີຟ້ອງຮ້ອງເລື່ອງການຜູກຂາດ Internet Explorer ສົ່ງຜົນໃຫ້ເກີດການພັດທະນາທີ່ລ່າຊ້າ ມີບ​​(bug) ຫຼາຍ ແລະ ຮູບແບບຕ່າງໆ ຍັງບູຮານ ຫຼື ຫຼ້າຫຼັງ ເຮັດໃຫ້ Google Chrome ແລະ Firefox ເກີດຂຶ້ນມາແທນ
ຫຼັງຈາກນັ້ນ Microsoft ວາງແຜນທີ່ຈະລ້າງໄພ້ທັງໝົດຂອງ Internet Explorer ໂດຍການເປີດຕົວ Microsoft Edge ບຣາວເຊີລຸ້ນໃໝ່ຂອງບໍລິສັດໃນປີ 2015 ແຕ່ຊ່ວງທຳອິດກໍຍັງລົ້ມເຫຼວ ນອກຈາກ Microsoft Edge ຈະໃຊ້ງານໄດ້ສະເພາະເທິງ Windows 10 ເທົ່ານັ້ນ ຍັງມີບັນຫາເລື່ອງຄວາມໜ່ວງຊ້າ ບໍ່ມີສ່ວນຂະຫຍາຍ ຍັງບໍ່ສາມາດທັດທຽມ Chrome ທີ່ມີສ່ວນແບ່ງຕະຫຼາດຫຼາຍທີ່ສຸດໃນເວລານັ້ນໄດ້ຢູ່ດີ
ຈົນບໍ່ດົນມານີ້ Microsoft ໄດ້ປະກາດພັດທະນາ Edge ທີ່ມີພື້ນຖານເທິງ Chromium ເຊັ່ນດຽວກັບ Google Chrome ແລະ ປ່ອຍໃຫ້ອັບເດດແບບຕິດຕັ້ງເອງເມື່ອວັນທີ 16 ມັງກອນ 2020 ທີ່ຜ່ານມາ (ບົວໂມງ +7)ດ້ານການທົດສອບແຣມ ເວັບໄຊ Computerworld ທົດສອບທຽບກັບ Google Chrome ໂດຍການເປີດເວັບໄຊ 5 ແທັບເທົ່າໆ ກັນ ປິດສ່ວນຂະຫຍາຍທັງໝົດ ພົບວ່າ Edge ທີ່ມີພື້ນຖານເທິງ Chromium ໃຊ້ແຣມນ້ອຍກ່ວາChrome ເຖິງ 14%

ນອກຈາກນີ້ຍັງມີຜົນການທົດສອບ Benchmark ຕ່າງໆ ພົບວ່າ Edge ຊະນະ Chrome ເກືອບທຸກລາຍການທົດສອບເລີຍກໍ່ວ່າໄດ້
  •  SunSpider: Edge ຊະນະ
  • Octane: Chrome ຊະນະ
  • Kraken: Firefox ຊະນະ
  • JetStream: Edge ຊະນະ
  • MotionMark: Edge ຊະນະ
  • Speedometer: Edge ຊະນະ
  • Basemark: Brave ຊະນະ
  • WebXPRT: Firefox ຊະນະ
ແຫຼ່ງຂໍ້ມູນ: 1, https://www.beartai.com/news/itnews/397125

No comments:

Post a Comment

Post Top Ad