ສະບາຍດີທຸກຄົນ! ມື້ນີ້ທາງiTalkຈະມາອັບເດດການດູດອເງິນແບບໃໝ່ແລະຂໍເຕືອນໄພກ່ຽວກັບກົນລະບົບຫຼອກລວງທີ່ອັນຕະລາຍ. ມິດສາຊີບຈະໃຊ້ວິທີໂອນເງິນເຂົ້າບັນຊີຂອງທ່ານກ່ອນ, ແລ້ວຕິດຕໍ່ມາອ້າງວ່າໂອນຜິດ ແລະ ຂໍໃຫ້ທ່ານໂອນເງິນຄືນ. ແຕ່ຄວາມຈິງແລ້ວມັນເປັນກັບດັກເພື່ອດູດເງິນຂອງທ່ານເຮົາມາເບິ່ງລາຍລະອຽດກັນ.
ຂັ້ນຕອນການຫຼອກລວງທີ່ທ່ານຄວນຮູ້
- ໂອນເງິນເຂົ້າບັນຊີ: ມິດສາຊີບຈະໂອນເງິນຈໍານວນໜຶ່ງເຂົ້າບັນຊີຂອງທ່ານ.
- ຕິດຕໍ່ມາອ້າງວ່າໂອນຜິດ: ພວກເຂົາຈະໂທຫາ ຫຼື ສົ່ງຂໍ້ຄວາມມາເພື່ອຂໍໃຫ້ທ່ານໂອນເງິນຄືນ. ພວກເຂົາອາດຈະກົດດັນໃຫ້ທ່ານຟ້າວໂອນ.
- ດູດເງິນຈາກບັນຊີ: ເມື່ອທ່ານໂອນເງິນຄືນຕາມຄໍາຂໍຂອງພວກເຂົາ, ພວກເຂົາຈະໃຊ້ວິທີການທີ່ສັບສົນເຊັ່ນ: ຂໍລະຫັດ OTP, ໃຫ້ກົດລິ້ງອັນຕະລາຍ, ຫຼື ໃຫ້ຕິດຕັ້ງແອັບພລິເຄຊັນປອມ ເພື່ອເຂົ້າເຖິງບັນຊີ ແລະ ດູດເງິນຂອງທ່ານຈົນໝົດ.
ວິທີປ້ອງກັນຕົວເອງ
ຖ້າທ່ານພົບສະຖານະການແບບນີ້, ໃຫ້ປະຕິບັດຕາມຄຳແນະນຳເຫຼົ່ານີ້:
- ຫ້າມໂອນເງິນຄືນເອງໂດຍເດັດຂາດ: ຢ່າເຮັດຕາມຄໍາຂໍຂອງຄົນແປກໜ້າ.
- ຕິດຕໍ່ທະນາຄານຂອງທ່ານທັນທີ: ແຈ້ງທະນາຄານກ່ຽວກັບການໂອນທີ່ຜິດປົກກະຕິນີ້. ທະນາຄານມີຂັ້ນຕອນທີ່ປອດໄພໃນການແກ້ໄຂບັນຫາ.
- ຢ່າໃຫ້ຂໍ້ມູນສ່ວນຕົວ: ຢ່າໃຫ້ລະຫັດຜ່ານ, ລະຫັດ OTP, ຫຼື ຂໍ້ມູນໃດໆ ກັບຄົນທີ່ທ່ານບໍ່ຮູ້ຈັກ.
ຈົ່ງມີສະຕິ ແລະ ລະມັດລະວັງຢູ່ສະເໝີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອຂອງການຫຼອກລວງ.
#ຂ່າວໄອທີ #ມິດສາຊີບ #iTalk
No comments:
Post a Comment