WhatsApp ເປີດໃຫ້ລັອກອິນໃນສະມາດໂຟນ 5 ເຄື່ອງໄດ້ພ້ອມກັນ ພ້ອມປ້ອງກັນຄວາມປອດໄພສູງສຸດ

Breaking

Post Top Ad

Post Top Ad

Wednesday, April 26, 2023

WhatsApp ເປີດໃຫ້ລັອກອິນໃນສະມາດໂຟນ 5 ເຄື່ອງໄດ້ພ້ອມກັນ ພ້ອມປ້ອງກັນຄວາມປອດໄພສູງສຸດ

WhatsApp

ຫຼັງຈາກທີ່ WhatsApp ໄດ້​ອັບ​ເດດ​ຟັງ​​ຊັນ​ໃຫ້​ຜູ້​ໃຊ້​ສາມາດ​ລັອກ​ອິນ​ບັນ​ຊີ​ຜູ້​ໃຊ້​ໃນ​ອຸປະກອນ​ອື່ນໆ ທັງ​ເທິງ​ເວັບ​ບ​ຣາ​ວ​ເຊີ, ແທັບ​ເລັດ ແລະ ​ເຄື່ອງ​ເດ​ັກ​ທັອບ ໄດ້​ພ້ອມ​ກັບ​ສະມາດໂຟນເມື່ອ​ປີ 2021 ທີ່​ຜ່ານມາ​ແລ້ວ​ນັ້ນ ລ່າ​ສຸດ WhatsApp ໄດ້​ກັບ​ມາ​ອັບ​ເດດ​ຟັງຊັນ​ສຳຄັນ​ທີ່​ຂະຫຍາຍ​ການ​ເຮັດ​ວຽກ​ໃຫ້​ກວ້າງ​ໄກຍິ່ງ​ຂຶ້ນ​ຕາມ​ທີ່​ຜູ້​ໃຊ້​ຮຽກ​ຮ້ອງ​ມາ​ຢ່າງ​ຍາວ​ນານ

ທັງ​ນີ້ ຜູ້​ໃຊ້​ສາມາດ​ລັອກ​ອິນ​ບັນ​ຊີ​ຜູ້​ໃຊ້​ແອັບ WhatsApp ໃນ​ສະ​ມາ​ດ​ໂຟນ​ໄດ້ 5 ເຄື່ອງ ພ້ອມ​ກັນ ໂດຍ​ສ​ະມາດ​ໂຟນ​ແຕ່​ລະ​ເຄື່ອງ​ຈະ​ແຍກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ WhatsApp ອອກຈາກ​ກັນ ເພື່ອ​ໃຫ້​ໝັ່ນໃຈ​ໄດ້​ວ່າ​ຂໍ້ຄວາມ, ສື່ ແລະ​ສາຍ​ໂທ​ເຂົ້າ​ຕ່າງໆ ຈະ​ໄດ້ຮັບ​ການ​ເຂົ້າ​ລະ​ຫັດ​ແບບ End-to-End ເພື່ອ​ໃຫ້​ມີ​ຄວາມ​ປອດ​ໄພ​ສູງ​ສຸດ

ນອກ​ຈາກ​ນີ້ ຖາ​ຫາກ​ສະ​ມາດ​ໂຟນ​ເຄື່ອງ​​ຫຼັກ​ບໍ່ໄດ້​ໃຊ້​ງານ​ບັນ​ຊີ​ຜູ້​ໃຊ້ WhatsApp ນັ້ນໆ ເປັນ​ໄລຍະ​ເວລາ​ດົນ ກໍ​ຈະ​ສົ່ງ​ຜົນ​ເຮັດໃຫ້​ສ​ະມາດ​ໂຟນ​ແລະ​ອຸປະກອນ​ເຄື່ອງ​ອື່ນ​ຖືກ​ລັອກ​ເອົ້າອອກ​ຈາກ​ການ​ໃຊ້​ງານ​ໄປ​ພ້ອມ​ກັນ​ໂດຍ​ອັດຕະ​ໂນ​ມ​ັ​ດ​ດ້ວຍ ເພື່ອ​ຄວາມ​ປອດ​ໄພ​ໃນ​ການ​ປົກ​ປ້ອງ​ຂໍ້​ມູນ

ການ​ອັບ​ເດດ​ລ່າ​ສຸດ​ນີ້ ເປັນ​ການ​ອຳ​ນວຍ​ຄວາມສະດວກ​ໃຫ້​ຜູ້​ໃຊ້​ສາມາດ​ສະຫ​ລັບ​ໃຊ້ WhatsApp ເທິງສະມາດໂຟນ​ເຄື່ອງ​ອື່ນ​ໄດ້​ໂດຍ​ບໍ່​ຕ້ອງ​ລັອກ​ເອົ້າອອກ​ຈາກ​ເຄື່ອງ​ຫຼັກ​ແຕ່​ຢ່າງ​ໃດ ໂດຍ​ທາງ WhatsApp ຈະ​ຄ່ອຍໆ ປ່ອຍ​ອັບ​ເດດ​ໃຫ້​ແກ່​ຜູ້​ໃຊ້​ທົ່ວ​ໂລກ​ໃນ​ອີກ​ບໍ່​ຈັກ​ອາທິດ​ຂ້າງ​ໜ້າ​ນີ້ເທົ່ານັ້ນ

ທີ່ມາ:

  1. https://www.gsmarena.com/you_can_now_use_the_same_whatsapp_account_on_up_to_five_phones_simultaneously-news-58357.php
  2. https://www.beartai.com/news/itnews/1244515

#iTalk #TechNEwsLao

No comments:

Post a Comment

Post Top Ad