YouTube ເອົາໃຈຜູ້ໃຊ້ສາຍຊ້ອບປິ້ງ ລົງສິນຄ້າເທິງວິດີໂອ Live ສົດໄດ້ ດຶງຜູ້ໃຊ້ໃຫ້ກົດຊື້ທັນທີ

Breaking

Post Top Ad

Post Top Ad

Wednesday, April 26, 2023

YouTube ເອົາໃຈຜູ້ໃຊ້ສາຍຊ້ອບປິ້ງ ລົງສິນຄ້າເທິງວິດີໂອ Live ສົດໄດ້ ດຶງຜູ້ໃຊ້ໃຫ້ກົດຊື້ທັນທີ

 YouTube live shopping

ໃນຍຸກ​ທີ່​ການ​ຊື້​-​ຂາຍ​ສິນ​ຄ້າ​ອອນ​ລາຍ​ແຂ່ງ​ກັນ​ຢ່າງ​ດຸ​ເດືອດ ທາງ YouTube ກໍ​ບໍ່​ລໍ​ຊ້າ ເພີ່ມ​ຟີ​ເຈີໃໝ່​ຢ່າງ "Product Drops" ໃຫ້​ຜູ້​ຊົມ Live ສົດ​ຊື້​ສິນ​ຄ້າ​ໄດ້​ທັນ​ທີ ເຊິ່ງ​ທາງ​ແບ​ຣ​ນ​ສາມາດ​ອັບ​ເດດ​ລິ້ງ ຂໍ້​ມູນ​ສິນ​ຄ້າ​ເພື່ອ​ສະແດງ​ຜົນ​ຂະນະ Live ສົດ ດຶງ​ດູດ​ຜູ້​ໃຊ້​ໃຫ້​ກົດ​ຊື້​ສິນ​ຄ້າ​ໄດ້​ທັນ​ທີ

ໂດຍ​ແບ​ຣ​ນ​ສິນ​ຄ້າ​ຕ່າງໆ ທີ່​ຕ້ອງ​ການ​ຖ່າຍ​ທອດ​ສົດ​ຜ່ານ​ຊ່ອງ​ທາງ YouTube ຫາກ​ຕ້ອງ​ການ​ໃຫ້​ຜູ້ຊົ​ມ​ກົດ​ຊື້​ສິນ​ຄ້າ​ໃນ​ວິ​ດີ​ໂອ ສາມາດ​ອັບ​ໂຫຼດລາຍ​ລະອຽດ​ສິນ​ຄ້າ​ຜ່ານ YouTube Studio ກ່ອນທຳການ​ຖ່າຍ​ທອດ​ສົດ ເຊິ່ງ​ເປັນ​ຟີ​ເຈີ​ເພີ່ມ​ຄວາມ​ໜ້າ​ສົນ​ໃຈ​ຂະນະ Live ສົດ​ໄດ້​ດີ​ຫລາຍໆ

ນອກ​ຈາກ​ນີ້ ການ​ໃຊ້​ງານ​ຟີ​ເຈ​ີ Product Drops ຍັງ​ເຊື່ອມ​ຕໍ່​ຊ່ອງ​ວິ​ດີ​ໂອ​ເຂົ້າ​ກັບ Google Merchant Center ໄດ້​ດ້ວຍ ເຮັດໃຫ້​ການ​ຈັດການ​ຣ້ານ​ຄ້າ​ອອນ​ໄລ​ເປັນ​ໄປ​ຢ່າງ​ງ່າຍ​ຂຶ້ນ ຫລື​ຖ້າ​ໃຜ​ຕ້ອງ​ການ​ເປີດ​ຕົວ​ແລະ​ວາງ​ຈຳ​ໜ່າຍ​ສິນ​ຄ້າ​ເທື່ອ​ແລກ​ຜ່ານ YouTube ກໍ​ສາມາດ​ອັບ​ໂຫຼດ​ຂໍ້​ມູນ​ສິນ​ຄ້າ​ພ້ອມ​ຕັ້ງ​ຄ່າ​ມື້​ແລະ​ເວລາ​ລ່ວງ​ໜ້າ​ໄດ້​ດ້ວຍ ແຖມ​ມີ​ແຖບ​ເວລາ​ນັບ​ຖອຍ​ຫຼັງ​ເພື່ອ​ເພີ່ມ​ຄວາມ​ຕື່ນ​ເຕັ້ນ​ໃນ​ການ Live ສົດ ເປີດ​ຕົວ​ສິນ​ຄ້າ​ອີກ​ຕ່າງ​ຫາກ

ຢ່າງໃດ​ກໍ​ຕາມ Product Drops ກັບ​ກາຍ​ເປັນ​ຟີ​ເຈ​ີ​ທີ່​ບໍ່​ໂດນ​ໃຈ​ຜູ້​ໃຊ້​ບາງ​ສ່ວນ​ເທົ່າ​ໃດ ເພາະ​ທັງ​ແພລດ​ຟອມ Instagram, Facebook ແລະ TikTok ຕ່າງ​ກໍ​ປັບ​ອັນ​ກໍ​ລິດ​ທຶມ​ຈົນ​ຫລຸດ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ໃນ​ການ​ຊ້ອບ​ປິ້ງ​ຜ່ານ Live ສົດ ແຕ່​ການ Live Shopping ນັ້ນ​ທຳ​ເງີນ​ສະ​ພັດ​ເປັນ​ຢ່າງ​ຫລາຍ​ໃນ​ຈີນ ດ້ວຍ​ລາຍ​ໄດ້​ກວ່າ 4 ແສນ​ລ້ານ​ດອນ​ລາສະຫະລັດ​ໃນ​ປີ 2022 ທີ່​ຜ່ານມາ ເຊິ່ງ​ທຽບ​ເທົ່າ​ກັບ​ເກືອບ​ເຄິ່ງ​ໜຶ່ງ​ຂອງ​ການ​ໃຊ້​ຈ່າຍ​ດ້ານ​ອີ​ຄອມ​ເ​ມິດ​ທັງ​ໝົດ​ໃນ​ສະ​ຫະລັດ​ອາ​ເມ​ຣິ​ກາ​ເມື່ອ​ປີ​ທີ່​ແລ້ວ

ທີ່ມາ: 

  1. https://www.socialmediatoday.com/news/youtube-looks-to-improve-live-shopping-with-scheduled-product-drops/648347/
  2. https://news.thaiware.com/20860.html

#iTalk #TechNewsLao

No comments:

Post a Comment

Post Top Ad