Google ChromeOS ປະກາດເພີ່ມຟີເຈີ Data Control ແລະ Security

Breaking

Post Top Ad

Post Top Ad

Wednesday, April 26, 2023

Google ChromeOS ປະກາດເພີ່ມຟີເຈີ Data Control ແລະ Security

Google Chrome

Google ChromeOS ໄດ້​ປະ​ກາດ​ເພີ່ມ​ຟີ​ເຈີດ້ານ Data Control ແລະ Security ຈຳນວນ​ຫລາຍ ເພື່ອ​ໃຫ້ເປັນ​ໄປ​ຕາມ​ແນວ​ທາງ Secure by Design, Secure by Default ຂອງ CISA ໂດຍ​ຄວາມ​ສາມາດ​ທີ່​ເພີ່ມ​ເຂົ້າ​ມາ​ມີ​ດັ່ງ​ນີ້:

  • ເພີ່ມ VerifiedBoot ຊ່ວຍ​ກວດ​ສອບ​ການ​ໂຈມ​ຕີ​ລະ​ດັບ OS ໃນ​ລະຫວ່າງ Start up ຮອງ​ຮັບ​ການ Revert ລະບົບ​ໄປ​ໃຊ້​ງານ​ເວີຊັນ​ທີ່​ປອດໄ​ພ
  • ປ້ອງ​ກັນ​ການ​ຣັນ​ໄຟລ​ທີ່​ບໍ່​ປອດໄ​ພ​ແບບ Default
  • ທຳການ​ເກັບ​ຂໍ້​ມູນ​ເທິງ​ອຸປະກອນ​ໃຫ້​ນ້ອຍ​ທີ່ສຸດ ໂດຍ​ຈັດ​ເກັບ​ຂໍ້​ມູນ​ຂອງ​ຜູ້​ໃຊ້​ງານ​ໄວ້​ເທິງ Cloud ເປັນ​ຫຼັກ ຊຶ່ງ​ມີ​ລະບົບຮັກສາ​ຄວາມ​ປອດໄ​ພ​ແລະ​ສຳ​ຮອງ​ຂໍ້​ມູນ ປ້ອງ​ກັນ​ການ​ຮົ່ວ​ໄຫຼ​ຂອງ​ຂໍ້​ມູນ
  • ຜູ້​ເບິ່ງ​ແຍງ​ລະບົບ​ສາມາດ​ກວດ​ສອບ Extension ແລະ Policy ຂອງ Google Chrome ໄດ້​ຈາກ​ສ່ວນ​ກາງ ພ້ອມ​ທັງ​ລະບົບ Approval Workflow ສຳຫລັບ​ຮ້ອງ​ຂໍ​ການ​ຕິດ​ຕັ້ງ Extension ທີ່​ຢູ່​ນອກ​ເໜືອ​ຈາກລາຍ​ການ​ໄດ້ ໃຊ້ CRXcavator ແລະ Spin.AI ໃນ​ການ​ກວດ​ສອບ​ຄວາມ​ສ່ຽງ​ຂອງ Extension
  • ເພີ່ມ ChromeOSData Controls ແບບ General Availability (GA) ຜູ້​ເບິ່ງ​ແຍງ​ລະບົບ​ສາມາດ​ສ້າງ​ນະໂຍບາຍ​ຮັກສາ​ຄວາມ​ປອດໄ​ພ​ຂໍ້​ມູນ​ໄດ້​ຈາກ​ສູນ​ກາງ ຮອງ​ຮັບ​ການ​ປັບ​ແຕ່ງ​ຫຼາກ​ຫຼາຍ ເຊັ່ນ: ປ້ອງ​ກັນ​ການ Copy/Paste, Screen Capture, Screen Sharing ແລະ Printing ຈາກ​ອຸປະກອນ
  • ເພີ່ມ Chromebook Camera/Microphone Privacy Control ສຳຫລັບ​ຜູ້​ໃຊ້​ງານ
  • ປັບ​ປຸງ Chrome Enterprise connectors framework ໃຫ້​ຮອງ​ຮັບ​ຜະລິດຕະພັນ​ຈາກ​ລາຍ​ອື່ນ​ຫລາຍ​ຂຶ້ນ ເຊັ່ນ CrowdStrike, Palo Alto Networks ແລະ Netskope
  • ຮອງ​ຮັບ Azure Active Directory Conditional Access ເທິງ ChromeOS ຜ່ານ​ທາງ Netskope Intelligent SSE ຫລື Microsoft Defender for Cloud Apps ເພື່ອ​ເຮັດ Identity ແລະ Access Management

ທີ່ມາ: https://cloud.google.com/blog/products/chrome-enterprise/protect-business-data-chromeos-data-controls-and-new-security-integrations

#iTalk #TechNewsLao

No comments:

Post a Comment

Post Top Ad