SD-WAN ມີຜົນແນວໃດໃນມຸມຂອງ Network, Security ແລະ Cloud

Breaking

Post Top Ad

Post Top Ad

Monday, November 11, 2019

SD-WAN ມີຜົນແນວໃດໃນມຸມຂອງ Network, Security ແລະ Cloud

SD-WAN ມີຜົນແນວໃດໃນມຸມຂອງ Network, Security ແລະ Cloud

ຫຼາຍ​ປີ​ມາ​ນີ້​ໂຊ​ລູ​ຊັນ SD-WAN ຖືກ​ເວົ້າ​ເຖິງຢ່າງ​ຫຼວງຫຼາຍ ຊຶ່ງ​ໃນ​ມື້​ນີ້​ເຮົາ​ຂໍ​ຍິບ​ຍົກເອົາ​ບົດ​ຄວາມ​ສະຫລຸບ​ກ່ຽວກັບ SD-WAN ໃນ​ຫຼາຍ​ແງ່​ມຸມ​ຈາກ​ທາງ Network World ມາ​ໃຫ້​ຕິດ​ຕາມ​ກັນ​
SD-WAN ແມ່ນຫຍັງ?
SD-WAN ຫຍໍ້​ມາ​ຈາກ Software-defined Wide-area Network ຄື​ລໍ້​ແນວ​ຄິດ​ຕາມ​ເທັກ​ໂນ​ໂລ​ຢີ​ຢ່າງ SDN ທີ່​ແບ່ງ​ແຍກ​ລະຫວ່າງ Data Plane ແລະ Control Plane ໂດຍ​ໃຊ້​ຊ໊ອບແວເຂົ້າ​ມາ​ເພື່ອ​ຄວບ​ຄຸມ​ການ​ເຊື່ອມ​ຕໍ່​ ແລະ​ ບໍລິການ​ ຈັດການ​ບໍລິການ​ລະຫວ່າງ​ດາ​ຕ້າ​ເຊນ​ເຕ​ີ ​ແລະ​ ສາ​ຂາ ​ຫລື​ ການ​ໃຊ້​ງານ​ຄລາວ​. ໂຊ​ລູ​ຊັນ​ການ​ໃຊ້​ງານນັ້ນແມ່ນ​ແຕກ​ຕ່າງ​ກັນ​ໄປ​ຕາມ Vendor ຊຶ່ງ​ການ​ໃຊ້​ງານ​ອາດ​ໃຊ້ Router, Switch ຫລື Virtualized Customer Premise Equipment (vCPE) ທີ່​ສາມາດ​ຣັນ​ຊ໊ອບແວທີ່​ຈັດການ Policy, Security, Network ຫລື ​ເຄື່ອງ​ມື​ບໍລິຫານ​ຈັດການ​ອື່ນ​ໄດ້
ທັງ​ນີ້​ທີ່​ຈັດ​ວ່າ​ເປັນ​ຄວາມ​ສາມາດ​ໂດດ​ເດັ່ນ​ແທ້ໆ ຄື​ເລື່ອງຂອງ​ການ​ຈັດການ ​ການ​ເຊື່ອມ​ຕໍ່​ໄດ້​ຫຼາຍ​ແບບ ເຊັ່ນ MPLS, LTE ຫລື Broadband ຊຶ່ງ​ສາມາດ​ເຮັດ QoS ທຣາ​ຟ​ຟິກ​ຕາມ​ການ​ໃຊ້​ງານ​ເຊັ່ນ ວີ​ດີ​ໂອ ພາບ ສຽງ ຂໍ້​ມູນ​ໄດ້​ດ້ວຍ ລວມ​ເຖິງ​ຄວາມ​ສາມາດ​ໃນ​ການ Segment ແລະ​ ການ​ຖືຮັກສາ​ຄວາມໝັ້ນຄົງ​ປອດໄ​ພ​ໃຫ້​ທຣາ​ຟ​ຟິກ​ທີ່ແລ່ນ​ຂ້າມ WAN ດ້ວຍ​ເຫດ​ນີ້​ເອງ Gartner ຈຶ່ງ​ຄາດ​ກາ​ນວ່າ SD-WAN ຈະ​ເຕີບໂຕ​ປີ​ລະ​ກວ່າ 30% ໄປ​ຈົນ​ເຖິງ​ປີ 2025 ແລະ​ ມີ​ມູນ​ຄ່າຕະຫຼາດ​ກວ່າ 5,250 ລ້ານ​ໂດລາສະຫະຣັດ ນັ້ນ​ຄື​ເຫດ​ຜົນວ່າ​ເປັນຫຍັງ Vendor ໃຫຍ່​ຕ່າງ​ຢາກ​ຈະ​ເຂົ້າ​ຕະ​ຫຼາດ​ນີ້
ໂດຍ Gartner ໄດ້​ນິ​ຍາມ​ຄຸນສົມບັດ​ຂອງ SD-WAN ໄວ້ 4 ຂໍ້​ຄື

  •  ຕ້ອງ​ຮອງ​ຮັບ​ການ​ເຊື່ອມ​ຕໍ່​ໄດ້​ຫຼາຍ​ແບບ ເຊັ່ນ MPLS, LTE, Internet ແລະ​ອື່ນ​ໆ
  • ສາມາດ​ເລືອກ​ເສັ້ນ​ທາງ​ໄດ້​ແບບ Dynamic ເຊັ່ນ ການ​ແຊ​ໂຫຼດ​ຂ້າມ WAN
  • ມີ​ອິນ​ເຕີ​ເຟດ​ໃຫ້​ໃຊ້​ງານ​ໄດ້​ງ່າຍ​ຫຼາຍ​ ຮອງ​ຮັບ Zero-touch ໃນ​ການ Provision ໃຊ້​ງານ​ໄດ້​ງ່າຍ​ເໝືອນ WiFi ໃນ​ບ້ານ
  • ຮອງ​ຮັບ VPN ຫລື​ ບໍລິການ​ຈາກ Third-party ເຊັ່ນ Wan Optimization Controller, Firewall, Web Gateway ແລະ​ອື່ນ​ໆ
Rohit Mehra, VP ຂອງ IDC ສ່ວນ Network Infrastructure ກ່າວ​ໄວ້​ວ່າ “ທີ່ SD-WAN ໄດ້ຮັບ​ຄວາມ​ນິຍົມ​ ແລະ​ ເຕີບໂຕ​ແຊງ​ທຸກ​ໂຊ​ລູ​ຊັນ​ນັ້ນ ເພາະ​ມີ​ແຮງ​ໜຸນ​ຈາກ​ເຄືອ​ຂ່າຍ​ແບບ​ເດີມ​ຂອງ​ອົງກອນທີ່​ບໍ່​ສາມາດ​ຕອບ​ໂຈ​ດ ການ​ໃຊ້​ງານ​ສະໄໝ​ໃໝ່​ຢ່າງ SaaS ແລະ Multi-cloud ລວມເຖິງ​ຄວາມ​ງ່າຍ​ໃນ​ການ​ບໍລິຫານ​ຈັດການ​ທຣາ​ຟ​ຟິກ WAN
SD-WAN ໃນ​ມຸມ​ມອງ​ດ້ານ Network Security
ຄຳ​ຕອບ​ນັ້ນ​ກໍ​ຄື​ການ​ໃຊ້​ງານ Cloud ຜັກ​ດັນ​ໃຫ້​ເກີດ​ຄວາມ​ຕ້ອງ​ການ​ຄວາມຫມັ້ນຄົງ​ປອດໄ​ພ​ໃນ​ການ​ເຊື່ອມ​ຕໍ່​ຜ່ານ WAN ຊຶ່ງ SD-WAN ສາມາດ​ກຳນົດ​ໂຊນ​ປອດໄ​ພ ລວມເຖິງ​ບັງຄັບ​ໃຊ້ Policy ຕາມ​ແອັບ​ພລິ​ເຄ​ຊັນ​ທີ່​ຕອບ​ໂຈດ​ການ​ໃຊ້​ງານ​ຢ່າງ AWS ຫລື Office 365 ເປັນ​ຕົ້ນ
IDC ເອງ​ຊີ້​ວ່າ “SD-WAN ສາມາດ Segment ສ່ວນ​ທຣາ​ຟ​ຟິກ​ສຳຄັນ​ອອກ​ເພື່ອ​ປ້ອງ​ກັນ​ໄພ​ຄຸກ​ຄາມ​ຈາກ​ພາຍ​ໃນ​ອົງ​ກອນ​ໄດ້ ໂດຍ​ເໝາະ​ກັບ​ກໍລະນີ​ການ​ໃຊ້​ງານ​ໃນ​ທຸລະກິດ​ຢ່າງ Healthcare, Finance ແລະ Retail ທັງ​ໝົດ​ນີ້​ເກີດ​ຂຶ້ນ​ໄດ້​ຈາກ​ການ​ໂຊ​ລູ​ຊັນ​ເສີມ​ໃນ SD-WAN ເຊັ່ນ Firewall, IPS, URL Filtering ແລະ Cloud Security

SD-WAN ແລະ MPLS
ຫາກ​ຖາມວ່າ SD-WAN ຈະ​ເຮັດໃຫ້ MPLS ຈະ​ຫາຍ​ໄປ​ຫລື​ບໍ່ ຄົງ​ບໍ່​ສາມາດ​ເວົ້າ​ໄດ້​ໃນ​ທຳນອງ​ນັ້ນ ແຕ່​ແນ່ນອນ​ວ່າ​ການ​ເຕີບໂຕ​ຂອງ MPLS ຫລຸດລົງ ເນື່ອງ​ຈາກ SD-WAN ກາຍ​ມາ​ເປັນ​ທາງ​ເລືອກ​ໃນ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ໃຫ້​ແກ່​ອົງກອນ​ຈາກ​ເດີມ​ທີ່​ຄິດ​ແຕ່​ຕ້ອງ​ລົງ​ທຶນ​ຈ່າຍ​ເພີ່ມ​ໃຫ້​ຜູ້​ໃຫ້​ບໍລິການ MPLS ນອກ​ຈາກ​ນີ້​ດ້ວຍ​ສະພາບ​ພູ​ມິ​ປະເທດ​ຫຼາຍ​ແຫ່ງ​ສົ່ງ​ຜົນ​ໃຫ້ Vendor ຕ້ອງ​ມີ​ການ​ປະສົມ​ປະ​ສານ​ຈຸດ​ເຊື່ອມ​ຕໍ່​ຂອງ MPLS ເຮັດໃຫ້​ເກີດ​ຄວາມ​ຊັບ​ຊ້ອນ ນັ້ນ​ຈຶ່ງ​ເປັນ​ຈຸດ​ທີ່ SD-WAN ສາມາດ​ແກ້​ໄຂ​ດ້ວຍ​ການແຍກ​ເລ​ເຢີໂລຈິກ​ ກັບ Transport ອອກຈາກ​ກັນ​ເຮັດໃຫ້​ມີ​ອິດສະຫລະ​ຈາກ​ຜູ້​ໃຫ້​ບໍລິການ​ຫລາຍ​ຂຶ້ນ
ນອກ​ຈາກ​ນີ້​ໃນ​ອີກ​ມຸມ​ໜຶ່ງ​ຄວາມ​ສາມາດ​ໃນ​ການ​ແຍກ​ເລ​ເຢີຂອງ SD-WAN ຍັງ​ຊ່ວຍ​ໃຫ້​ເກີດ Managed Service Provider ໃໝ່​ໆຂຶ້ນ​ມາ​ຕອບສະໜອງ​ກຸ່ມ​ລູກ​ຄ້າ​ທີ່​ຍັງ​ຄົງ​ຕ້ອງ​ການ Outsource ຄົນ​ເບິ່ງ​ແຍງ​ຈັດການ WAN ຢ່າງໃດ​ກໍ​ຕາມ​ຜູ້​ໃຫ້​ບໍລິການ​ໜ້າ​ເດີມ​ຕ່າງ​ຕອບ​ຮັບ​ກັບ NFV ທີ່​ຊ່ວຍ​ເຮັດໃຫ້ Routing ໄດ້​ຢ່າງ​ຄ່ອງ​ຕົວ​ ແລະ ​ຕອບ​ໂຈ​ດດ້ານ​ຄວາມຫມັ້ນຄົງ​ປອດໄ​ພ ທັງ​ນີ້ MPLS ກໍ​ຍັງ​ຄົງ​ເປັນ​ທາງ​ເລືອກ​ທີ່​ດີ​ ທີ່​ຄວນ​ໃຊ້​ຄວບຄູ່​ກັບ SD-WAN ເພາະ​ມີ​ຟັງ​ຊັນ​ໃນ​ການເຮັດ Backup ໄດ້
SD-WAN ແລະ Cloud
ໃນ​ສ່ວນ​ຂອງ Cloud ນັ້ນ​ອົງກອນ​ຖືກ​ກະຕຸ້ນ​ດ້ວຍ​ການ​ໃຊ້​ງານ​ແອັບ​ພລິ​ເຄ​ຊັນ​ ແລະ Container ທີ່​ຕ້ອງ​ແລ່ນ​ຂ້າມ​ລະຫວ່າງ On-premise, Edge, Cloud ແລະ ດາ​ຕ້າ​ເຊັນ​ເຕີ ຊຶ່ງ SD-WAN ສາມາດ Provision ການ​ເຊື່ອມ​ຕໍ່​ໄດ້​ຢ່າງ​ວ່ອງໄວ ດ້ວຍ​ເຫດ​ນີ້​ເອງ​ເຮົາ​ຈະ​ເຫັນ​ໄດ້​ວ່າ Vendor ຢ່າງ Cisco, VMware ແລະ ​ເຈົ້າ​ອື່ນ​ຕ່າງ​ພະຍາຍາມ​ໄປ​ຈັບ​ມື​ກັບ Public Cloud ເພື່ອ​ເຮັດ SD-WAN Optimization
SD-WAN ແລະ SD-Branch?
ໃນ​ຫົວຂໍ້​ນີ້​​ຍັງ​ບໍ່​ສາມາດ​ມີ​ໃຜຢຶນຢັນ​ໄດ້​ແນ່​ນອນວ່າ SD-Branch ມີ​ຄວາມຫມາຍ​ຢ່າງໃດ​ ອາດຈະ​ຕາມ​ການ​ນິ​ຍາມ​ຂອງ Vendor ລາຍ​ນັ້ນ​ໆ ແຕ່​ລອງ​ມາ​ຟັງ​ຄວາມ​ເຫັນ​ໃນ​ຫຼາຍ​ໆ ມຸມ​ກັນ

  • Lee Doyle ນັກ​ວິ​ເຄາະ​ຈາກ Doyle Research ໃຫ້​ທັດ​ສະນະ​ວ່າ “SD-Branch ຄື​ກ້າວ​ຕໍ່ໄປ​ຂອງ SD-WAN ຊຶ່ງ​ກໍ​ຄື​ແພລດ​ຟອມຮາດແວທີ່​ຮອງ​ຮັບ​ທັງ SD-WAN, Routing, Security ແລະ LAN-WAN WiFi ໄວ້​ນຳກັນ ​ແລະ ​ສາມາດ​ບໍລິຫານ​ຈັດການ​ໄດ້​ຈາກ​ສູນ​ກາງ  ເຮັດໃຫ້​ຕໍ່ໄປ​ເມື່ອ​ມີ​ສາ​ຂາ​ໃໝ່​ກໍ​ຍົກ​ອຸປະກອນ​ໄປ​ຕັ້ງ ​ແລະ ​ເປີດ​ໃຊ້​ໄດ້​ງ່າຍ​ທີ່​ເກືອບ​ບໍ່​ຕ້ອງ​ໃຊ້​ພະ​ນັກ​ງານ​ທັກ​ສະ​ສູງ ບໍ່​ຕ້ອງ​ລົງ​ທຶນ​ສຳ​ຫຼວດ​ພື້ນ​ທີ່​ຫລວງ​ຫລາຍປະ​ຢັດ​ຕົ້ນ​ທຶນ​ໄປ​ໄດ້​ຫລາຍ
  •  Sanjay Uppal VP ຂອງ VMware ສ່ວນ​ທຸລະກິດ VeloCloud ກ່າວ​ວ່າ “SD-Branch ມີ​ຫຼາຍ​ນິ​ຍາມດ້ວຍ​ວ່າ​ເປັນ SD-WAN ທີ່​ແລ່ນໂດຍ​ກົງ​ຈາກ Edge ສາ​ຂາ​ໄປ​ຍັງ​ດາ​ຕ້າ​ເຊັນ​ເຕີ ຫລື Public Cloud ແລະ​ ລະບົບ​ເຄືອ​ຂ່າຍ​ຂອງ​ສາ​ຂາ​ຖືກ​ລວມໄວ້​ໃນ​ຊ໊ອບແວ
  • Whitepaper ຂອງ Cisco ຊີ້​ວ່າ “SD-Branch ຄື​ຟັງ​ຊັນ Network ທີ່​ຣັນ​ພາຍ​ໃນ​ສະພາບ​ແວດ​ລ້ອມ​ແບບ Virtualize ໂດຍ​ການ Deploy ສາມາດ​ແຍກ​ໄດ້​ວ່າ​ໃຫ້ Virtual Appliances ແຕ່​ລະ​ຕົວ​ເຮັດວຽກ​ໃນ​ຟັງ​​ຊັນ​ຕ່າງ​ກັນ ​ແລະ ລວມ​ສູນ​ກັນ​ໄດ້​ທີ່ Headquarter, Private Data Center, Hybrid Cloud ແທນ​ທີ່​ຈະ​ຕ້ອງ​ມາ​ຕັ້ງ​ຄ່າ​ໃນ​ທຸກ​ສາ​ຂາ

ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad