12 ອັບເດດໃໝ່ຈາກງານ VMworld 2019

Breaking

Post Top Ad

Post Top Ad

Monday, November 11, 2019

12 ອັບເດດໃໝ່ຈາກງານ VMworld 2019


ທີ່​ງານ VMworld 2019 ປະເທດ​ສະ​ເປນ​ທາງ VMware ໄດ້​ອັບ​ເດດ​ໂຊ​ລູ​ຊັນ​ໃໝ່​ທີ່​ໜ້າ​ສົນ​ໃຈ 12 ຢ່າງດັ່ງຕໍ່ໄປນີ້
1.    ໂຊ​ລູ​ຊັນ Cloud ໃໝ່​ຈາກ Carbon Black
ຈາກ​ການ​ເຂົ້າ​ຊື້​ກິດຈະການ​ຂອງ​ຜູ້​ຊ່ຽວ​ຊານ​ດ້ານ Endpoint Security ຢ່າງ Carbon Black ກວ່າ 2,100 ລ້ານຫຼຽນສະຫະຣັດ ທາງ VMware ຈຶ່ງ​ບໍ່ລໍ​ຊ້າ​ທີ​ຈະ​ນຳ​ໂຊ​ລູ​ຊັນ Cloud ໃໝ່​ມາ​ເສີມ​ທັບ​ເພື່ອ​ໃຫ້​ບໍລິການ ເຊັ່ນ Endpoint Antivirus, Endpoint Detection and Response, Endpoint Advance ແລະ Endpoint Enterprise ລວມ​ເຖິງ​ໂຊ​ລູ​ຊັນ​ອື່ນ​ໆ ເຊັ່ນ Workspace Security ທີ່​ໃຊ້​ການ​ກວດ​ຈັບ​ເຊີງ​ພຶດຕິກຳ​ຮ່ວມ​ກັບ Next-gen Antivirus ແລະ ​ໂຊ​ລູ​ຊັນ Digital Workplace Analytics ເອົາ​ເປັນ​ວ່າ​ທັງ​ໝົດ​ນີ້​ຈະ​ພ້ອມ​ໃຫ້​ບໍລິການ​ໄດ້ປະມານ​ຕົ້ນ​ປີ​ໜ້າ
2.    Carbon Black ແລະ Dell
ການ​ມາ​ເຖິງ​ຂອງ Carbon Black ບໍ່​ໄດ້​ນຳ​ມາ​ຊຶ່ງ​ຂອງ​ໃໝ່​ໃຫ້​ແຕ່ VMware ເທົ່າ​ນັ້ນ ເພາະ​ໃນ​ງານ​ນີ້​ເອງ Dell ຊຶ່ງ​ເປັນ​ຜູ້​ຖື​ຫຸ້ນ​ໃຫຍ່​ຂອງ VMware ກໍ​ປະ​ກາ​ດວ່າ​ຈະ​ນຳ​ໂຊ​ລູ​ຊັນ Carbon Black Cloud ໄປ​ເຮັດວຽກ​ຮ່ວມ​ກັບ Dell Trusted Devices ແລະ SecureWorks ເພື່ອ​ເປັນ​ທາງ​ເລືອກ​ສຳລັບ​ລູກ​ຄ້າ​ກຸ່ມ Commercial
3.    NSX Distributed IDS/IPS
NSX ເຮັດ​ໜ້າທີ່​ເປັນ SDN ຂອງ VMware ມາ​ດົນ ​ແລະ ​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ຫຼາຍ ທັງ​ນີ້​ຄວາມ​ສາມາດ​ໃໝ່​ກໍ​ຄື​ການ​ຕໍ່ຍ​ອດ L7 Firewall ສູ່ IDS/IPS ທີ່​ເຮັດວຽກ​ໄດ້​ເຈາະ​ຈົງ​ຕາມ​ແອັບ​ພລິ​ເຄ​ຊັນ ໂດຍ​ຄາດ​ວ່າ​ຟີ​ເຈີ​ນີ້​ຈະ​ເລີ່ມ​ເປີດ​ເວີ​ຊັນ​ເບ​ຕ້າ​ປະມານ​ຕົ້ນ​ປີ​ໜ້າ
4.    NSX Federation
ຕ້ອງ​ຍ້ອນ​ໄປ​ເມື່ອ​ບໍ່​ດົນ​ນີ້​ທີ່ VMware ໄດ້​ປ່ອຍ​ຟີ​ເຈີ NSX Intelligence ທີ່​ສາມາດ​ວິ​ເຄາະ​ທຣາ​ຟ​ຟິກ​ຂອງ Workload ແລະ ​ສ້າງ Security Policy ໄດ້​ອັດ​ໂນ​ມັດ ໂດຍ NSX Federation ຄື​ຄວາມ​ສາມາດ​ຕໍ່ຍ​ອດ​ທີ່​ເຮັດໃຫ້​ຜູ້​ໃຊ້​ສາມາດ Deploy ແລະ ​ບັງຄັບ​ໃຊ້ Policy ເຫຼົ່າ​ນັ້ນ​ໄດ້​ຕໍ່ໄປ ໂດຍ​ຄາດ​ວ່າ​ຈະ​ສາມາດ​ຊ່ວຍ​ອົງ​ກອນ​ເຮັດວຽກ​ດ້ານ DR ແລະ​ ແຊ​ຂໍ້​ມູນ​ຂ້າມ​ດາ​ຕ້າ​ເຊນ​ເຕ​ີ​ໄດ້​ງ່າຍ​ຂຶ້ນ
5.    VMware Secure State Findings API
VMware Secure State ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ເຫັນ​ພາບ​ເຊື່ອມ​ໂຍງ​ລະຫວ່າງ​ຄວາມ​ສຳພັນ​ຂອງ​ບໍລິການ Cloud ເພື່ອ​ຢັບຍັ້ງ​ບັນຫາ​ການຕັ້ງ​ຄ່າ​ຜິດ​ ຫລື ໄ​ພ​ຄຸກ​ຄາມ ທັງ​ນີ້ VMware Secure State Findings API ຈະ​ຊ່ວຍ​ໃຫ້​ລູກ​ຄ້າ​ສາມາດ​ປ້ອງ​ກັນ​​ໄດ້​ຕັ້ງ​ແຕ່​ການເຮັດ Provision
6.    New Cloud Native Master Service Competency (MSC)
ໂຄງ​ການ​ພັດທະນາ​ຄວາມ​ສາມາດ​ໃຫ້​ແກ່​ພາດເນີຕົວ​ໃໝ່​ນີ້​ໄດ້​ຕໍ່ຍ​ອດ​ມາ​ຈາກ VMware PKS Solution (Pivotal Container Solution) ໂດຍ​ມຸ້ງ​ເນັ້ນ​ພັດທະນາ​ໃຫ້​ພາດເນີ​ສາມາດ​ອອກ​ແບບ​ Platform ທີ່​ເປັນ Kubernetes ແລະ​ ເທັກ​ໂນ​ໂລ​ຢີ​ທີ່​ຈຳ​ເປັນ​ໄດ້ ທັງ​ນີ້​ພາດເນີລາຍ​ນັ້ນ​ຈະ​ຕ້ອງ​ມີ​ລູກ​ຄ້າ​ອ້າງ​ອິງ ຜ່ານ​ຄ໊ອດ​ການ​ເທຣນ ແລະ​ ໄດ້ Certified Kubernetes Admin ມາ​ກ່ອນ​ແລ້ວ​ເທົ່ານັ້ນເຖິງ​ຈະ​ໄດ້ຮັບ Badge ໃນ​ໂຄງ​ການ​ນີ້
7.    Project Pacific Beta for vSphere
VMware ໄດ້​ເປີດ​ເບ​ຕ້າ​ເວີ​ຊັນ​ໃນ​ໂປຣ​ເຈັກ Pacific ຊຶ່ງ​ຈະ​ວ່າ​ດ້ວຍ​ເລື່ອງ​ຂອງ​ຊ໊ອບແວ​ທີ່​ອອກ​ແບບ​ມາ​ໃຫ້​ຜູ້​ເບິ່ງ​ແຍງ​ລະບົບ​ ແລະ​ ນັກ​ພັດທະນາ​ສາມາດ​ອອກ​ແບບ Deploy ແລະ ​ບໍລິຫານ​ຈັດການ Kubernetes ແລະ Container ໃນ​ສະພາບ​ແວດ​ລ້ອມ​ໃດ​ທີ່ vSphere ຣັນ​ຢູ່​ກໍ​ໄດ້ ໂດຍ​ໃຊ້​ເຄື່ອງ​ມື​ທີ່​ຕົນ​ຄຸ້ນ​ເຄີຍ ຊຶ່ງ​ໂປຣ​ເຈັກ Pacific ຈະ​ເຂົ້າ​ມາ​ເປັນ​ສ່ວນຫນຶ່ງ​ໃນພອດຂອງ Tanzu
8.    Workspace ONE Privacy Guard
Workspace ONE ເປັນ​ແພລດຟອມທີ່​ເຮັດໃຫ້​ຜູ້​ເບິ່ງ​ແຍງ​ອົງກອນສາມາດ​ຄວບ​ຄຸມ​ອຸປະກອນ​ຢ່າງ​ມື​ຖື ​ແລະ  Virtual Desktop ເທິງ Cloud ລວມ​ເຖິງ​ແອັບ​ເທິງ On-premise ຫລື Cloud ໄດ້​ຈາກ​ສູນ​ກາງ ທັງ​ນີ້​ເພື່ອ​ຕອບ​ໂຈດ​ດ້ານ Privacy ທາງ VMware ຈຶ່ງ​ໄດ້​ອອກ Privacy Guard ທີ່​ຈະ​ເຮັດໃຫ້​ພະ​ນັກ​ງານ​ຂອງ​ອົງ​ກອນ​ສາມາດ​ເຂົ້າໄປ​ເບິ່ງ​ວ່າ​ຂໍ້​ມູນ​ຫຍັງ​ຖືກ​ເກັບ ລວມເຖິງ​ສິດ​ທີ່​ແອັບ​ນັ້ນ​ຮ້ອງ​ຂອງ​ເຂົ້າ​ເຖິງ​ອຸປະກອນ ນອກ​ຈາກ​ນີ້ VMware ຍັງ​ໄດ້​ເຮັດ Privacy Guard Software Dev Kit ສຳລັບ​ນັກ​ພັດທະນາ​ໄວ້​ໃຊ້​ດ້ວຍ
9.    Workspace ONE ສະບັບ​ປັບ​ປຸງ​ໃໝ່
VMware ໄດ້​ເພີ່ມ​ຄວາມ​ສາມາດ​ໃຫ້​ພາດເນີສາມາດ Integrate ຕົວ​ເອງ​ເຂົ້າ​ກັບ​ແພລດຟອມ Workspace ONE ໄດ້​ງ່າຍ​ຂຶ້ນ​ດ້ວຍ​ການ​ໃຫ້ API ໄວ້​ໃຊ້​ງານ ເຮັດໃຫ້​ຕອນ​ນີ້ Zscalar, Wandera ແລັບ Zimperium ຮັບ​ປາກ​ຈະ Integrate ເຂົ້າ​ກັບ​ລະບົບ​ແລ້ວ​ໃນ​ໄວ​ໆນີ້ ນອກ​ຈາກ​ນີ້​ຍັງ​ໄດ້​ເພີ່ມ​ຄວາມ​ສາມາດ Multi-factor Authen (MFA) ໃຫ້​ແອັບ Workspace One Intelligent Hub ແລະ Workspace One Access
10. Microsoft Partnership
VMware ແລະ Microsoft ໄດ້​ປະ​ກາດ​ຄວາມ​ເປັນ​ພັນທະ​ມິດ​ຢ່າງ​ເລິກ​ຊຶ່ງ​ຫລາຍ​ຂຶ້ນ ​ດ້ວຍ​ການ​ອອກ Workspace ONE ສຳລັບ Microsoft Endpoint Manager ທີ່​ສາມາດ​ບໍລິຫານ​ຈັດການ Windows 10 ໄດ້ ໂດຍ​ຄາດ​ວ່າ​ຈະ​ເລີ່ມ​ໃຊ້​ໄດ້​ໃນ​ກາງ​ປີ​ໜ້າ ນອກ​ຈາກ​ນີ້​ຍັງ​ວາງ​ແຜນ​ເຮັດໃຫ້​ສາມາດ​ເຂົ້າ​ເຖິງ​ແອັບ​ພລິ​ເຄ​ຊັນ​ ແລະ ​ບໍລິການ​ຂອງ Microsoft 365 ຜ່ານ​ທາງ Workspace ONE ລວມ​ເຖິງ​ຈະ​ເຮັດໃຫ້​ເຮັດວຽກ​ຮ່ວມ​ກັບ Azure AD Premium ໃຫ້​ໄດ້​ເພື່ອ​ຕອບ​ໂຈ​ດ BYO (Bring your Own)
11. VMware Cloud Director for VMware Cloud on AWS
VMware Cloud Director ຄື SaaS ຂອງ VMware Cloud Director ທີ່​ຈະ​ຊ່ວຍ​ໃຫ້ MSP ຫລື ​ຜູ້​ໃຫ້​ບໍລິການ Cloud ສາມາດ​ຈັດການ​ບໍລິການ Multi-tenant ໃນ​ການ​ໃຫ້​ບໍລິການ​ລູກ​ຄ້າ​ໄດ້ ໂດຍ​ທຳອິດແມ່ນຈະ​ຮອງ​ຮັບ​ກັບ VMware Cloud on AWS ເພື່ອ​ໃຊ້​ຕອບ​ໂຈດ​ການ​ໃຊ້​ງານ​ທຸລະກິດ​ໃນ​ທຸກ​ຂະໜາດ ກ່ອນ​ຈະ​ຂະຫຍາຍ​ສູ່ Cloud ອື່ນ​ໆຂອງ VMware ຕໍ່ໄປ
12. Project Path
ເປັນ​ແພລດຟອມ​ທີ່​ຈະ​ຊ່ວຍ​ໃຫ້ Cloud Provider ແລະ MSP ສາມາດ​ສ້າງລາຍ​ໄດ້​ເພີ່ມ​ຂຶ້ນ ເຮັດໃຫ້​ສາມາດ Deliver ບໍລິການ ​ແລະ​ ປະຕິບັດການ​ກັບ VMware Cloud ໄດ້​ທັງ​ພາຍ​ໃນ​ດາ​ຕ້າ​ເຊນ​ເຕີຂອງ​ຕົວ​ເອງ​ຫລື Public Cloud
ແຫຼ່ງຂໍ້ມູນ


No comments:

Post a Comment

Post Top Ad