Samsung ເປີດຕົວຊິບ uMCP ລວມ RAM 12GB ເຂົ້າກັບໜ່ວຍຄວາມຈຳແບບ UFS 2.1 ໄວ້ນຳກັນ

Breaking

Post Top Ad

Post Top Ad

Tuesday, November 5, 2019

Samsung ເປີດຕົວຊິບ uMCP ລວມ RAM 12GB ເຂົ້າກັບໜ່ວຍຄວາມຈຳແບບ UFS 2.1 ໄວ້ນຳກັນ



Samsung ອອກ​ມາ​ປະ​ກາ​ດວ່າ​ຕອນ​ນີ້​ໄດ້​ເລີ່ມ​ຜະລິດ​ຊິບ uMCP ເທິງສະ​ຖາ​ປັດ​ຕະຍະ​ກຳ 10nm (10 ນາໂນແມັດ) ຊຶ່ງ​ໃຊ້​ເທັັກ​ໂນ​ໂລ​ຢີລວມ RAM ແບບ LPDDR4X ຂະໜາດ 12GB ແລະ​ ໜ່ວຍ​ຄວາມ​ຈຳ UFS 2.1 ເຂົ້າ​ນຳກັນ​ພາຍ​ໃນ​ຊິບ​ຕົວ​ດຽ​ວ ເຮັດໃຫ້​ການ​ໂອນ​ຖ່າຍ​ຂໍ້​ມູນ​ຕ່າງ​ໆ ເຮັດ​ໄດ້​ໄວ​ກວ່າ​ເກົ່າ

ເມື່ອ​ເດືອນ​ມີ​ນາ​ 2019 ​ທາງ Samsung ໄດ້​ຜະລິດ​ຊິບ RAM ຂະໜາດ 12GB ອອກ​ມາ ໂດຍ​ຊິບ​ດັ່ງ​ກ່າວ​ໃຊ້​ຄວາມ​ຈຸ​ຂະໜາດ 16-gigabit ຈຳນວນ 6 ຕົວ ແຕ່​ສຳຫລັບ​ເທັກ​ໂນ​ໂລ​ຢີ​ໃໝ່ Multi-Chip Package ຫລື uMCP ຈະ​ໃຊ້​ຊິບ RAM LPDDR4X ຂະໜາດ 24-gigabit ແຕ່ 4 ຕົວເທົ່າ​ນັ້ນ ນອກ​ຈາກ​ນີ້​ຍັງ​ຝັງ​ໜ່ວຍ​ຄວາມ​ຈຳ​ແບບ eUFS 2.1 NAND ເອົາ​ໄວ້​ໃນ​ຊິບ​​ດຽວ​ກັນ​ອີກ​ດ້ວຍ (ແຕ່​ຕອນ​ນີ້​ຍັງບໍ່​ມີ​ຂໍ້​ມູ​ນວ່າໜ່ວຍ​ຄວາມ​ຈຳ eUFS 2.1 ດັ່ງ​ກ່າວ​ມີ​ຄວາມ​ຈຸ​ຢູ່​ທີ່​ເທົ່າໃດ)

ຊິບ RAM ແບບ LPDDR4X ລຸ້ນ​ໃໝ່​ນີ້​ຈະ​ມີ​ຕົວ​ເລືອກ​ທັງ​ຂະໜາດ 10 GB ແລະ 12 GB ໃຫ້​ເລືອກ​ໃຊ້ ຊຶ່ງ​ແຕ່​ລະ​ຕົວ​ສາມາດ​ເຮັດ​ຄວາມ​ໄວ​ໄດ້​ສູງ​ສຸດ​ເຖິງ 4,266 Mbps ເຮັດໃຫ້​ການ​ໃຊ້​ງານ​ປະ​ເພດ​ບັນ​ທຶກ​ວິ​ດີ​ໂອ​ຄວາມ​ລະອຽດ​ສູງ 4K ສາມາດ​ເຮັດ​ໄດ້​ແບບ​ລື່ນໄຫຼດີ ແລະ ຍັງ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ທາງ​ດ້ານ AI ແລະ Machine Learning ໃຫ້​ກັບ​ມື​ຖື​ໄດ້​ດີກວ່າ​ເດີມ​ດ້ວຍ 

ແຫຼ່ງຂໍ້ມູນ:

No comments:

Post a Comment

Post Top Ad