Facebook, Mozilla ແລະ Cloudflare ຮ່ວມກັນ ປະກາດມາດຕະຖານ TLS Delegated Credentials

Breaking

Post Top Ad

Post Top Ad

Tuesday, November 5, 2019

Facebook, Mozilla ແລະ Cloudflare ຮ່ວມກັນ ປະກາດມາດຕະຖານ TLS Delegated Credentials


Facebook, Mozilla ແລະ Cloudflare ໄດ້​ຮ່ວມ​ກັນ ​ປະ​ກາດ​ມາດຕະຖານ​ໃໝ່​ທີ່​ຊື່ TLS Delegated Credentials ເພື່ອ​ຍົກ​ລະດັບ​ຄວາມຫມັ້ນຄົງ​ປອດໄ​ພ​ຂອງ​ເວັບ​ໄຊຂະໜາດ​ໃຫຍ່ ໂດຍ​ຈະ​ຖືກ​ບັນ​ຈຸ​ເຂົ້າ​ເປັນ​ສ່ວນຫນຶ່ງ​ຂອງ Internet Engineering Task Force (IETF) ໃນ​ອະນາຄົດ
ທີ່​ກ່າວ​ວ່າ​ຍົກ​ລະດັບ​ຄວາມຫມັ້ນຄົງ​ປອດໄ​ພ​ຂອງ​ເວັບ​ໄຊຂະໜາດໃຫຍ່​ນັ້ນ ສາ​ເຫດ​ເພາະ​ໂດຍ​ທົ່ວ​ໄປ​ເຈົ້າ​ຂອງ​ເວັບ​ໄຊໃຫຍ່​ຢ່າງ Facebook ຈະ​ຕ້ອງ​ຕັ້ງ​ເ​ຊິ​​ເວີຫຼວງ​ຫຼາຍ ​ເພື່ອ​ຮັບ​ທຣາ​ຟ​ຟິກ HTTPS ທັງ​ນີ້​ຈະ​ຕ້ອງ​ມີ​ການເຮັດ​ສຳ​ເນົາ TLS Certificate Private Key ໄປ​ໃສ່​ໃນ​ທຸກ​ເ​ຊິ​​ເວີ​ດ້ວຍ ປະ​ເດັນ​ຄື​ຖ້າ​ເ​ຊິ​ເວີ​ໜຶ່ງ​ຖືກ​ແຮັກ ​ກໍ​ຈະ​ໄດ້ Key ເພື່ອ​ໃຊ້​ເຮັດ Man-in-the-Middle Attack ຊຶ່ງ Key ຈະ​ມີ​ຄ່າດົ​ນ​ຈຶ່ງ​ຈະ​ໝົດ​ອາ​ຍຸ​ ຫລື ​ຖືກ​ຮຽກ​ຄືນ (ອາດຈະ​ເປັນ​ປີ) ເຊັ່ນ​ກັນ​ກັບ​ການ​ໃຫ້​ບໍລິການ CDN ທີ່​ຜູ້​ໃຊ້​ງານ​ກໍ​ຕ້ອງ​ອັບ​ໂຫຼດ TLS Private Key ຂຶ້ນ​ໄປ​ຊຶ່ງ​ຈະ​ຖືກ​ກະ​ຈາຍ​ໄປ​ໃນ​ເ​ຊິ​ເວີ​ຕ່າງ​ໆ ນັ້ນ​ເອງ
ດ້ວຍ​ເຫດ​ນີ້​ຈຶ່ງ​ເປັນ​ທີ່​ມາ​ຂອງ TLS Delegated Credentials ທີ່​ຈະ​ເຮັດໃຫ້​ເຈົ້າ​ຂອງ​ເວັບ​ສາມາດ​ສ້າງ TLS Private Key ອາ​ຍຸ​ປະ​ມານ 7 ມື້​ຈາກ​ນັ້ນ​ຈະ​ມີ​ການ​ປ່ຽນ​ຢ່າງ​ອັດ​ໂນ​ມ​ັດ ເຮັດໃຫ້​ເຖິງວ່າ​ແຮັກ​ເຂົ້າ​ເ​ຊິ​​ເວີ​ໄປ​ລັກ Key ກໍ​ມີ​ເວລາຈຳ​ກັດ ສຳຫລັບ​ຜູ້​ສົນ​ໃຈ​ສາມາດ​ສຶກ​ສາ Draft ຈາກ IETF ໄດ້ ໂດຍ​ມາດຕະຖານ​ໃໝ່​ນີ້​ຈະ​ຮອງ​ຮັບ​ກັບ​ໂປຣ​ໂຕ​ຄອນ TLS ເວ​ີ​ຊັນ 1.3 ຂຶ້ນ​ໄປ


ແຫຼ່ງຂໍ້ມູນ


No comments:

Post a Comment

Post Top Ad