ພົບການໂຈມຕີດ້ວຍຊ່ອງໂຫວ່ BlueKeep ໃນວົງກວ້າງແນະນຳຜູ້ໃຊ້ງານ Windows ເລັ່ງອັບເດດ

Breaking

Post Top Ad

Post Top Ad

Tuesday, November 5, 2019

ພົບການໂຈມຕີດ້ວຍຊ່ອງໂຫວ່ BlueKeep ໃນວົງກວ້າງແນະນຳຜູ້ໃຊ້ງານ Windows ເລັ່ງອັບເດດ

ພົບການໂຈມຕີດ້ວຍຊ່ອງໂຫວ່ BlueKeep ໃນວົງກວ້າງແນະນຳຜູ້ໃຊ້ງານ Windows ເລັ່ງອັບເດດ


ຜູ້​ຊ່ຽວ​ຊານ​ໄດ້​ອອກ​ມາ​ເປີດ​ເຜີຍ​ວ່າ​ພົບ​ການ​ໂຈມ​ຕີ​ດ້ວຍ​ຊ່ອງ​ໂຫວ່ BlueKeep ໃນ​ວົງ​ກວ້າງ​ພື່​ເຂົ້າໄປ​ຕິດ​ຕັ້ງ​ຕົວ​ຂຸດ​ເໝືອງ ຊຶ່ງ​ຊ່ອງ​ໂຫວ່​ກະທົບ​ກັບ​ຜູ້​ໃຊ້​ງານ Windows 7, Server 2008 ແລະ 2008 R2 ດ້ວຍ​ເຫດ​ນີ້​ຜູ້​ໃຊ້​ງານ​ຈຶ່ງ​ຄວນ​ຮິບຟ້າວອັບ​ເດດ​ເພື່ອອຸດຊ່ອງໂຫວ່ດັ່ງກ່າວ​
ສິ່ງ​ທີ່​ເປັນ​ປະ​ເດັນ​ ແລະ ​ໜ້າ​ກັງ​ວົນ​ຄື​ມີ​ຄົນ​ຮ້າຍ​ໄດ້​ປະ​ຍຸກໃຊ້​ຊ່ອງ​ໂຫວ່ BlueKeep ໃນ​ວົງ​ກວ້າງ​ແລ້ວ ​ເພື່ອ​ເຂົ້າ​ຕິດ​ຕັ້ງ​ຕົວ​ຂູດ​ເໝືອງ ໂດຍ​ເມື່ອ​ເດືອນ​ກັນຍາ​ທີ່​ຜ່ານມາ​ທາງ​ທີມ​ງານ Matasploit ເຄື່ອງມື​ທົດສອບ​ເຈາະ​ລະບົບ​ຊື່​ດັງ​ ໄດ້​ມີ​ການ​ເພີ່ມ​ໂມ​ດູນ​ຊ່ອງ​ໂຫວ່​ດັ່ງ​ກ່າວ​ໄວ້​ໃຫ້​ແອັດ​ມິນ​ໃຊ້​ທົດສອບ​ລະບົບ​ໄດ້ ຊຶ່ງ​ເຊື່ອ​ວ່າ​ຄົນ​ຮ້າຍ​ມີ​ການ​ປະ​ຍຸກ​ໃຊ້​ງານ​ເຄື່ອງ​ມື​ດັ່ງ​ກ່າວ ແນວໃດກໍ​ຕາມ​ຍັງ​ດີ​ທີ່​ນັກ​ວິໄ​ຈ​ພົ​ບວ່າ​ຄົນ​ຮ້າຍ​ບໍ່​ຊ່ຽວ​ຊານ​ພໍ​ທີ່​ຈະ​ປະ​ຍຸກ​ໃຊ້​ການ​ໂຈມ​ຕີ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ທີ່​ບໍ່​ເຮັດໃຫ້​ເກີດ BYOD ເປັນ​ສ່ວນ​ໃຫຍ່
ສຳລັບ​ຊ່ອງ​ໂຫວ່ BlueKeep ສິ່ງ​ທີ່​ໜ້າ​ກັງ​ວົນ​ຄື​ອັນ​ທີ່​ຈິງ​ແລ້ວ​ສາມາດ​ຖືກ​ໃຊ້​ເພື່ອ​ກະ​ຈາຍ​ການ​ໂຈມ​ຕີ​ໄດ້​ເອງ​ຄ້າຍ WannaCry ແລະ ​ເຖິງວ່າ​ເຮົາ​ຈະ​ບໍ່​ໄດ້​ເຫັນ​ຟີ​ເຈ​ີ​ເດັ່ນ​ໃນ​ການ​ໂຈມ​ຕີ​ເທື່ອ​ນີ້ ແຕ່​ກໍ​ເຊື່ອ​ແນ່​ວ່າ​ຄວາມ​ອັນຕະລາຍ​ຍັງ​ຄົງ​ຢູ່ ດັ່ງ​ນັ້ນ​ຜູ້​ໃຊ້​ງານ Windows 7, Windows Server 2008 ແລະ Windows 2008 R2 ຄວນ​ຈະ​ອັບ​ເດດ​ແພັ​ດ​ທີ່ Microsoft ປ່ອຍ​ອອກ​ມາ​ເມື່ອ​ຫຼາຍ​ເດືອນ​ກ່ອນ​ໄດ້ແລ້ວ
ແຫຼ່ງຂໍ້ມູນ

No comments:

Post a Comment

Post Top Ad