Flutter ແມ່ນຫຍັງ

Breaking

Post Top Ad

Post Top Ad

Tuesday, November 12, 2019

Flutter ແມ່ນຫຍັງ


Flutter
          
Flutter ແມ່ນຫຍັງ?
Flutter ແມ່ນເປັນ open-source ທີ່ຖືກສ້າງຂຶ້ນໂດຍ Google ເພື່ອໃຊ້ໃນການພັດທະນາໂປຣແກຣມປະຍຸກສຳຫລັບ Android ແລະ iOS ໂດຍ Flutter ຈະເປັນແບບ hybrid-native ສາມາດໃຊ້ງານໄດ້ທັງເທິງ Android ແລະ iOS ປະສິດທິພາບໃກ້ຄຽງກັບ native app ເຊິ່ງພາສາທີ່ໃຊ້ໃນ Flutter ກໍຄືພາສາ Dart ໂດຍ Flutter ຈະມີ Component ພື້ນຖານໃຫ້ ເພື່ອທີ່ຈະໄດ້ໃກ້ຄຽງກັນກັບ design guideline ສຳຫລັບ iOS ນັ້ນກໍມີ Cupertino ເປັນ Component ພື້ນຖານຄືກັນ ເພື່ອໃຫ້ໃກ້ຄຽງກັບ Native element ຫລາຍທີ່ສຸດ
ຂໍ້ດີ ແລະ ຂໍ້ເສຍຂອງການໃຊ້ Flutter
ຂໍ້ດີ: ປະສິດທິພາບທີ່ດີ ເນື່ອງຈາກພາສາ Dart ນັ້ນ ການ compile ເປັນ machine code
ໜ້າຕາຂອງແອັບພຣິເຄຊັນຈະຄືກັນ ເຖິງວ່າເວີຊັນຂອງ OS ຈະຕ່າງກັນ ແຕ່ກໍອາດບໍ່ໄດ້ຄືກັນທຸກຢ່າງ ແຕ່ກໍສາມາດ design ແຍກແຕ່ລະ Platform ໄດ້ໂດຍເບິ່ງຈາກຕົວປ່ຽນ Platform ໄດ້ເຊັ່ນດຽວກັນ
ຂໍ້ເສຍ: ການໃຊ້ພາສາ Dart ຫຼາຍຄົນອາດບໍ່ຄຸ້ນເຄີຍ ອາດຈະເຮັດໃຫ້ມີບັນຫາແດ່ ໃນການພັດທະນາຕົວແອັບພຣິເຄຊັນ ຈະບໍ່ໄດ້ຮັບການອັບເດດໃນທັນທີ່ເນື່ອງຈາກບໍ່ໄດ້ໃຊ້ Component ພື້ນຖານຂອງ OS ມີ community ທີ່ຄ່ອນຂ້າງນ້ອຍ


No comments:

Post a Comment

Post Top Ad