WhatsApp ລ໊ອກ/ປົດລ໊ອກ ດ້ວຍສະແກນລາຍນິ້ວມື

Breaking

Post Top Ad

Post Top Ad

Tuesday, November 12, 2019

WhatsApp ລ໊ອກ/ປົດລ໊ອກ ດ້ວຍສະແກນລາຍນິ້ວມື


WhatsApp ນັ້ນຕອນນີ້ສາມາດປົດລ໊ອກດ້ວຍ​ສະ​ແກນ​ລາຍ​ນິ້ວ​ມືເທິງ​ມື​ຖື Android ໄດ້​ແລ້ວ ແລະແນະ​ນຳ​ໃຫ້ອັບ​ເດດ​ແອັບໃຫ້ເປັຮເວີຊັນລ່າສຸດ​ຜ່ານ​ທາງ PlayStore ກ່ອນ ແລ້ວ​ຈຶ່ງສາມາດ​ຕັ້ງ​ຄ່າ​ເພື່ອ​ເປີດ​ໃຊ້​ງານ ປົດລັອກ​ ດ້ວຍ​ສະ​ແກນ​ລາຍ​ນິ້ວ​ມື​
ຫຼັງ​ຈາກ​ອັບ​ເດດ​ແອັບ WhatsApp ໃຫ້ເປັນ​ເວີຊັນ​ໃໝ່​ຮຽບຮ້ອຍ ກໍ​ເປີດ​ແອັບ​ WhatsApp ໄດ້​ເລີຍ ຈາກ​ນັ້ນ​ໃຫ້​ແຕະ ຈຸດ 3 ຈຸດ​ບໍລິເວນ​ເທິງມຸມ​ຂວາ ແລ້ວ​ເລືອກ​ທີ່ ການຕັ້ງ​ຄ່າ (Settings) >> ເລືອກ​ບັນ​ຊີ (Account) >> ຄວາມ​ເປັນ​ສ່ວນ​ຕົວ (Privacy) >> ແລ້ວ​ເລືອກ​ທີ່ ການ​ລັອກ​ດ້ວຍ​ລາຍ​ນິ້ວ​ມື (Fingerprint lock)>> ແລ້ວ​ເລື່ອນ​ສະ​ວິ​ດ ON ທີ່​ປົດ​ລັອກ​ດ້ວຍ​ລາຍ​ນິ້ວ​ມື (Unlock with fingerprint) ລະບົບ​ຈະ​ເລີ່ມການ​ແກນ​ລາຍ​ນິ້ວ​ມື ເພື່ອ​ບັນ​ທຶກ​ລາຍ​ນິ້ວ​ມື​ໄວ້ ລາຍລະອຽດຂັ້ນຕອນແມ່ນມີດັ່ງນີ້
1. ແຕະ ຈຸດ ຈຸດ​ບໍລິເວນ​ເທິງມຸມ​ຂວາ ແລ້ວ​ເລືອກ​ທີ່ ການຕັ້ງ​ຄ່າ (Settings)

2. ເລືອກ​ບັນ​ຊີ (Account)
3. ຄວາມ​ເປັນ​ສ່ວນ​ຕົວ (Privacy)

4. ແລ້ວ​ເລືອກ​ທີ່ ການ​ລັອກ​ດ້ວຍ​ລາຍ​ນິ້ວ​ມື (Fingerprint lock)

5.  ລະບົບ​ຈະ​ເລີ່ມການ​ແກນ​ລາຍ​ນິ້ວ​ມື ເພື່ອ​ບັນ​ທຶກ​ລາຍ​ນິ້ວ​ມື​ໄວ້ໃຫ້ທຳການສະແກນນິ້ວມືຂອງທ່ານ ແລ້ວຈະໄດ້ໜ້າຕ່າງດັ່ງລຸ່ມນີ້ 


ແມ່ນສຳເລັດຂັ້ນຕອນການຕັ້ງຄ່າແລ້ວເມື່ອທ່ານເປີດແອັບ Whatsapp ຂຶ້ນມາຈະສະແດງໜ້າປົດລ໊ອກດ້ວຍນິ້ວມືດັ່ງຮູບລຸ່ມນີ້

ເມື່ອເຂົ້າໃຊ້ຕ້ອງໄດ້ສະແກນນິ້ວມືກ່ອນເຂົ້າແອັບ Whatsapp ເຊິ່ງວ່າຜູ້ອື່ນບໍສາມາດເຂົ້າໃໍ້ໄດ້ນອກຈາກຕົວທ່ານເອງ




No comments:

Post a Comment

Post Top Ad