Symphony ເປີດຕົວນະວັດຕະກຳມະການເຊື່ອມຕໍ່ Huawei Cloud ດ້ວຍໂຊລູຊັນ Cloud Direct Connect

Post Top Ad

Post Top Ad

Wednesday, March 29, 2023

Symphony ເປີດຕົວນະວັດຕະກຳມະການເຊື່ອມຕໍ່ Huawei Cloud ດ້ວຍໂຊລູຊັນ Cloud Direct Connect

Cloud Direct Connect

ບໍລິການ​ວົງ​ຈອນ​ເຊື່ອມ​ຕໍ່​ທີ່​ເໝາະ​ກັບ​ການ​ໃຊ້​ງານ Cloud ຂອງ​ທຸລະກິດ​ທຸກ​ປະ​ເພດ ທີ່​ຕ້ອງ​ການ​ຄວາມ​ປອດໄ​ພ ​ແລະ ​ຄວາມ​ວ່ອງໄວ​ໃນ​ການ​ເຊື່ອມ​ຕໍ່ໄປ​ຍັງ​ຜູ້​ໃຫ້​ບໍລິການ Cloud ທີ່​ຫລາຍກວ່າ​ການ​ເຊື່ອມ​ຕໍ່​ຜ່ານ​ອິນ​ເຕີ​ເນັດ​ແບບ​ປົກກະຕິ ເຊັ່ນ​: ທຸລະກິດ​ທ​ະນາ​ຄານ​ແລະ​ສະ​ຖາ​ບັນ​ການ​ເງີນ ທຸລະກິດ​ຄ້າ​ປີກ ຫລື​ພາກ​ການ​ຜະລິດ

ປັດຈຸບັນ ເທຣນ​ເທັກ​ໂນ​ໂລ​ຢີ Cloud ໄດ້​ກາຍ​ເປັນ​ນະ​ວັດ​ກຳ​ທີ່​ທຸກ​ທຸລະກິດ​ຕ້ອງ​ນຳ​ມາ​ປັບ​ໃຊ້​ງານ​ຕາມ​ຂະໜາດ​ຂອງ​ອົງກອນເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ບໍລິຫານ​ຈັດການ​ພາຍ​ໃນ​ອົງ​ກອນ ສ້າງ​ໂອ​ກາດ​ ແລະ ​ຄວາມ​ເປັນ​ໄປ​ໄດ້​ໃໝ່​ໆ ສົ່ງ​ຜົນ​ໃຫ້​ການ​ປັບ​ຍ້າຍ​ລະບົບ​ຂຶ້ນ​ສູ່ Cloud ນັ້ນ​ເກີດ​ຂຶ້ນ​ໃນ​ເກືອບທຸກອົງກອນ​ທຸລະກິດ​ຢ່າງ​ຕໍ່​ເນື່ອງ​ມາ​ໂດຍ​ຕະຫລອດ, ດັ່ງ​ນັ້ນ​ປະສົບການ​-ການ​ໃຊ້​ງານ​ຂອງ​ຜູ້​ໃຊ້ ​ແລະ ​ຄຸນນະພາບ​ຂອງ​ໂຄງ​ຂ່າຍ​ການ​ເຊື່ອມ​ຕໍ່​ລະຫວ່າງ​ທຸລະກິດ​ໄປຍັງ​ຜູ້​ໃຫ້​ບໍລິການ Cloud ຈຶ່ງ​ເປັນ​ສິ່ງ​ສຳຄັນ ເພື່ອ​ເປັນ​ການ​ຕອບ​ໂຈດຄ​ວາມ​ຕ້ອງ​ການ ​ແລະ​ ຮອງ​ຮັບ​ການ​ໃຊ້​ບໍລິການ​ຂອງ​ຜູ້​ໃຊ້​ງານ​ໃຫ້​ໄດ້ຮັບ​ປະສົບການ​ທີ່​ດີ​ທີ່ສຸດ 

ດ້ວຍ​ຄວາມ​ສຳຄັນ​ທີ່​ວ່າ​ນີ້ Symphony ໄດ້​ຮ່ວມ​ມື​ກັບ Huawei ໃນ​ການ​ພັດທະນາ​ເທັກ​ໂນ​ໂລ​ຢີ​ເພື່ອ​ຊ່ວຍ​ແກ້​ບັນຫາ​ໃຫ້​ກັບ​ອົງ​ກອນ ​ທຸລະກິດ​ຕ່າງ​ໆ ຕະຫລອດ​ມາ ຈຶ່ງ​ໄດ້​ເປີດ​ຕົວ​ບໍລິການ Cloud Direct Connect ເພື່ອ​ການ​ເຊື່ອມ​ຕໍ່​ໂຄງ​ຂ່າຍ​ໄປຍັງ Huawei Cloud ໂດຍ​ກົງ​ດ້ວຍ​ຄວາມ​ໄວ​ທີ່​ສູງ ມີ​ຄວາມ​ໜ່ວງ (Latency) ຕ່ຳ ເປັນ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ແລະ​ຄຸ້ມ​ຄ່າ​ກວ່າ​ເດີມ

ໂດຍ​ໃນ​ເທື່ອ​ນີ້ Symphony ໄດ້​ຍົກ​ລະດັບ​ການ​ເຊື່ອມ​ຕໍ່​ໂຄງ​ຂ່າຍ​ຂອງ Symphony ເຂົ້າ​ກັບ Data Center ຂອງ Huawei ໃນ​ຮູບ​ແບບ Cloud Direct Connect ເຮັດໃຫ້​ທຸລະກິດ​ອົງກອນ​ຜູ້​ໃຊ້​ງານ​ສາມາດ​ເຊື່ອມ​ຕໍ່ໄປ​ຢັງ Huawei Cloud ຜ່ານ​ໂຄງ​ຂ່າຍ​ຂອງ Symphony ໄດ້​ໂດຍ​ກົງ ຊຶ່ງ​ຈະ​ເປັນ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ແລະ​ເຊື່ອມ​ຕໍ່​ໄດ້​ວ່ອງໄວ​ຫລາຍ​ຍິ່ງ​ຂຶ້ນ

ຂັ້ນ​ຕອນ​ການ​ເຮັດ​ວຽກ​ຂອງ​ໂຊ​ລູ​ຊັນ Cloud Direct Connect ທຽບ​ໄດ້​ກັບ​ການສ້າງ​ທາງ​ດ່ວນ​ໃຫ້​ກັບ​ຂໍ້​ມູນ​ທີ່​ເຊື່ອມ​ຕໍ່ໄປ​ຍັງ Data Center ຂອງ Huawei ທີ່​ຕິດ​ຕັ້ງ​ຢູ່​ພາຍ​ໃນ​ປະເທດ ໂດຍ​ຜູ້​ໃຊ້​ງານ​ຫລື​ອົງກອນທຸລະກິດ​ສາມາດ​ເລືອກ​ໃຊ້ SDN-MPLS ຈາກ Symphony ເພື່ອ​ສຳ​ຜັດ​ປະສົບການ​ການ​ໃຊ້​ງານ​ທີ່​ເໜືອ​ໄປ​ອີກ​ຂັ້ນ ໃນ​ການ​ເຊື່ອມ​ຕໍ່ Data Center ຂອງ​ອົງກອນ​ໄປຍັງ Huawei Cloud ໄດ້​ທັນ​ທີ ດ້ວຍ​ຄ່າ​ຄວາມ​ໜ່ວງ​ທີ່​ຕ່ຳ​ຫລາຍ ເຮັດໃຫ້​ສາມາດ​ສຳ​ຜັດ​ການ​ໃຊ້​ງານ​ທີ່​ແຕກ​ຕ່າງ​ໄດ້​ຢ່າງ​ຊັດເຈນ ໃນ​ຂະນະ​ທີ່​ຄ່າ​ໃຊ້​ຈ່າຍ​ໃນ​ການ​ລົງ​ທຶນ​ນັ້ນ​ກໍ​ຄຸ້ມ​ຄ່າ​ກວ່າ​ການ​ເຊື່ອມ​ຕໍ່​ດ້ວຍ​ຕົວ​ເອງ​​ຫລາຍ

ນອກ​ຈາກ​ໂຊ​ລູ​ຊັນ Cloud Direct Connect ແລ້ວ Symphony ຍັງ​ມຸ້ງ​ຫມັ່ນ​ຜັກ​ດັນ​ການ​ນຳ​ໂຊ​ລູ​ຊັນ​ອື່ນ​ໆ ຂອງ Huawei ໄປ​ໃຊ້​ໃນ​ທຸລະກິດ​ອົງ​ກອນ​ຢ່າງ​ຕໍ່​ເນື່ອງ ດ້ວຍ​ການ​ປະ​ສານ​ບໍລິການ Huawei Cloud ເຂົ້າ​ກັບ​ໂຄງ​ຂ່າຍ​ຄຸນນະພາບ​ຂອງ Symphony ເພື່ອ​ນຳ​ສະເໜີ​ໂຊ​ລູ​ຊັນ​ຕ່າງ​ໆ ໄດ້​ດ້ວຍ​ປະສົບການ​ທີ່​ດີຍິ່ງ​ຂຶ້ນ​ກວ່າ​ເດີມ

No comments:

Post a Comment

Post Top Ad