Microsoft ເປີດຕົວ Security Copilot ລະບົບ AI ຜູ້ຊ່ວຍດ້ານຄວາມຫມັ້ນຄົງປອດໄພ ໃຊ້ງານ GPT-4

Breaking

Post Top Ad

Post Top Ad

Wednesday, March 29, 2023

Microsoft ເປີດຕົວ Security Copilot ລະບົບ AI ຜູ້ຊ່ວຍດ້ານຄວາມຫມັ້ນຄົງປອດໄພ ໃຊ້ງານ GPT-4

 

Microsoft ໄດ້​ປະ​ກາດ​ເປີດ​ຕົວ Security Copilot ລະ​ບົບ AI ຜູ້​ຊ່ວຍ​ທາງ​ດ້ານ​ຄວາມຫມັ້ນຄົງ​ປອດໄ​ພ ໃຊ້​ຄວາມ​ສາມາດ​ຈາກ Microsoft Threat Intelligence ເຂົ້າ​ມາ​ຊ່ວຍ​ເພີ່ມ​ຄວາມ​ໄວ​ໃນ​ການເຮັດ Incident Response, Threat Hunting ແລະ Security Report ໂດຍ​ລັກສະນະ​ການ​ໃຊ້​ງານ​ນັ້ນ ຈະ​ເປັນ​ຮູບ​ແບບ Chatbot ຄອຍ​ຖ້າ​ຕອບ​ຄຳ​ຖາມ​ແລະ​ວິ​ເຄາະ​ຂໍ້​ມູນ​ທາງ Cybersecurity ຊຶ່ງ​ລະບົບ​ໃຊ້​ງານ OpenAI GPT-4 Large Language Model (LLM) ຄອບຄູ່​ກັບ Model ທາງ​ດ້ານ Security ທີ່​ພັດທະນາ​ຂຶ້ນ​ພາຍ​ໃນ ນອກ​ຈາກ​ນີ້​ຍັງ​ຮອງ​ຮັບ​ການ​ເຊື່ອມ​ຕໍ່​ກັບ​ເຄື່ອງ​ມື​ດ້ານ​ຄວາມ​ມັ່ງ​ຄົງ​ປອດໄ​ພ​ຕົວ​ອື່ນ​ຂອງ Microsoft ເຊັ່ນ Sentinel, Defender ແລະ Intune ອີກ​ດ້ວຍ

Security Copilot ສາມາດ​ວິ​ເຄາະ​ໄຟ​ທີ່​ອັບ​ໂຫຼດ​ຂຶ້ນ​ໄປ​ໄດ້ ເຊັ່ນ Log ໄຟ​ຈາກ Security Tools ຕົວ​ອື່ນ ລະບົບ​ຈະ​ຊ່ວຍ​ວິ​ເຄາະ​ໄພ​ຄຸກ​ຄາມ​ທີ່​ກວດ​ຈັບ​ໄດ້ ແລະ​ ແນະ​ນຳ​ຂັ້ນ​ຕອນ​ໃນ​ການ​ຮັບ​ມື​ຜ່ານ​ທາງ​ຂໍ້ຄວາມ​ທີ່​ເຂົ້າໃຈ​ໄດ້​ງ່າຍ ສາມາດ​ກວດ​ຈັບ​ການ​ໂຈມ​ຕີ​ທີ່​ອາດ​ຫຼຸດ​ລອດ​ໄປ​ໄດ້ ລວມ​ເຖິງ​ຈັດ​ລຳ​ດັບ​ຄວາມ​ສຳຄັນ​ຂອງ Incident ຕ່າງ​ໆ

ປັດຈຸບັນ​ເຄື່ອງ​ມື​ຕົວ​ນີ້​ເປີດ​ໃຫ້​ທົດສອບ​ໃຊ້​ງານ​ແບບ Private Preview ແລ້ວ ແຕ່​ຍັງ​ບໍ່​ມີ​ກຳນົດ​ການ​ຊັດເຈັນ​ວ່າ​ຈະ​ເປີດ​ໃຫ້​ທົດສອບ​ແບບ Public Preview ໃນ​ຊ່ວງ​ໃດ

ທີ່ມາ: ​https://www.bleepingcomputer.com/news/microsoft/microsoft-brings-gpt-4-powered-security-copilot-to-incident-response/


#AI, #Microsoft #Security_Copilot #GPT-4

No comments:

Post a Comment

Post Top Ad