Google ຈັບມື Replit ເສີມບໍລິການ Generative AI ສຳຫລັບ Software Development

Breaking

Post Top Ad

Post Top Ad

Wednesday, March 29, 2023

Google ຈັບມື Replit ເສີມບໍລິການ Generative AI ສຳຫລັບ Software Development

Google ຈັບມື Replit ເສີມບໍລິການ Generative AI ສຳຫລັບ Software Development

Google Cloud ໄດ້​ປະ​ກາດ​ຄວາມ​ຮ່ວມ​ມື Replit ຜູ້ໃຫ້​ບໍລິການ Cloud Software Development Platform ເພື່ອ​ເສີມ​ບໍລິການ​ລະຫວ່າງ​ທັງ​ສອງ​ບໍລິສັດ​ໃຫ້​ມີ​ຄວາມ​ສາມາດ​ຫລາຍ​ຂຶ້ນ ຊ່ວຍ​ໃຫ້ Replit ສາມາດ​ເຂົ້າ​ເຖິງ Large Language Model ຂອງ Google ໄດ້ ໂດຍ​ໃຊ້ Generative AI ເຂົ້າ​ມາ​ເສີມ​ຟີ​ເຈີ​ຂອງ Ghostwriter ເຊິ່ງຢູ່​ເທິງ Replit cloud-based IDE ມີ​ຄວາມ​ສາມາດ​ໃນ​ການ​ຊ່ວຍ​ຂຽນ​ໂຄ້​ດ​ແລະ​ກວດ​ສອບ​ບັນຫາ​ທີ່ເກິດຂື້ນ​ໃນ​ໂຄ້​ດ​ດ້ວຍ AI ນອກ​ຈາກ​ນີ້ Replit ຈະ​ສາມາດ​ເຂົ້າ​ເຖິງ Infrastructure ຂອງ Google Cloud ເພື່ອ​ນຳ​ມາ​ໃຫ້​ບໍລິການ​ກັບ​ຜູ້​ໃຊ້​ງານ​ໄດ້ ລວມເຖິງ​ຈະ​ມີ​ເຄື່ອງ​ມື​ໃໝ່​ໆ​ໃຫ້​ກັບ​ນັກ​ພັດທະນາ​ທີ່​ຕ້ອງ​ເຊື່ອມ​ຕໍ່​ກັບ Google Cloud Service ເພື່ອ​ໃຫ້​ເຮັດວຽກ​ໄດ້​ສະ​ດວກຍິ່ງ​ຂຶ້ນ ໃນ​ດ້ານ Google ເອງ ກໍ​ຈະ​ຜັກ​ດັນ Replit ເປັນ IDE ຫຼັກ​ຂອງ Google ສຳຫລັບ​ນັກ​ພັດທະນາ​ທີ່​ໃຊ້​ງານ​ຜະລິດຕະພັນ Google Cloud Platform ແລະ Workspace ເຊັ່ນ​ກັນ

ທີ່​ຜ່ານມາ Replit ມີ​ນັກ​ພັດທະນາ​ເຂົ້າ​ຮ່ວມ​ທົດສອບ​ໃຊ້​ງານ​ແລ້ວ​ຫລາຍກວ່າ 20 ລ້ານ​ຄົນ ຜ່ານ​ການລະ​ດົມ​ທຶນ​ເປັນ​ມູນ​ຄ່າ​ທັງຫມົດ​ຫລາຍພັນ​ລ້ານ​ກີບ

ທີ່ມາ: https://siliconangle.com/2023/03/28/google-cloud-inks-ai-partnership-developer-tooling-startup-replit/

#Google #Replit #Software_Development #AI

No comments:

Post a Comment

Post Top Ad