Pinterest ປະກາດຂະຫຍາຍທຸລະກິດໂຄສະນາ ໂດຍຮ່ວມມືກັບ Amazon

Post Top Ad

Post Top Ad

Friday, April 28, 2023

Pinterest ປະກາດຂະຫຍາຍທຸລະກິດໂຄສະນາ ໂດຍຮ່ວມມືກັບ Amazon

Printerest_Amazon

Pinterest ປະກາດຂະຫຍາຍທຸລະກິດໂຄສະນາ ໂດຍຮ່ວມມືກັບພາດເນີພາຍນອກ ຊຶ່ງລາຍທຳອິດຄື Amazon ເພື່ອເຊື່ອມຕໍ່ລະບົບໂຄສະນາແລະການຊື້ສິນຄ້າລະຫວ່າງ Pinterest ກັບ Amazon ໂດຍລະບຸວ່າຄວາມຮ່ວມມືນີ້ເປັນແບບໄລຍະຍາວຫຼາຍໄຕມາດ ຄາດວ່າຈະເລີ່ມຕົ້ນໄດ້ພາຍໃນປີນີ້

Pinterest ລາຍງານຜົນປະກອບການຂອງໄຕມາດທີ່ 1 ປີ 2023 ລາຍໄດ້ລວມເຕີບໂຕ 5% ຈາກຊ່ວງດຽວກັນໃນປີກ່ອນເປັນ 603 ລ້ານດອນລາ ແລະຂາດທຶນຕາມບັນຊີ GAAP 209 ລ້ານດອນລາ ໂດຍມີຈຳນວນຜູ້ໃຊ້ງານທົ່ວໂລກເປັນປະຈຳທຸກເດືອນ (MAUs) ເພີ່ມຂຶ້ນ 7% ເປັນ 463 ລ້ານດອນລາ

Bill Ready ຊີອີໂອ Pinterest ກ່າວວ່າການເຕີບໂຕທີ່ຜ່ານມາ ເປັນຜົນຈາກການປັບປຸງລະບົບສະແດງເນື້ອຫາຂອງຜູ້ໃຊ້ງານ ລະບົບການຊື້ສິນຄ້າ ແລະຜົນຕອບຮັບທີ່ແຂງແກ່ງຈາກຜູ້ລົງໂຄສະນາ

ທີ່ມາ: https://newsroom.pinterest.com/en/post/pinterest-announces-partnership-with-amazon-to-bring-third-party-ad-demand-to-the-platform


Post Top Ad