Intel ເຜີຍຫນ່ວຍປະມວນຜົນ Meteor Lake ເລີ່ມເຂົ້າສູ່ຂັ້ນຕອນການຜະລິດແລ້ວ

Breaking

Post Top Ad

Post Top Ad

Friday, April 28, 2023

Intel ເຜີຍຫນ່ວຍປະມວນຜົນ Meteor Lake ເລີ່ມເຂົ້າສູ່ຂັ້ນຕອນການຜະລິດແລ້ວ

Meteor Lake

Intel ໄດ້ປະກາດລາຍງານຜົນປະກອບການປະຈຳໄຕມາດທຳອິດຂອງປີ 2023 ພ້ອມທັງປະກາດວ່າຂະນະນີ້ຫນ່ວຍປະມວນຜົນລຸ້ນໃໝ່ Meteor Lake ໄດ້ເຂົ້າສູ່ກຂະບວນການຜະລິດເທິງ Intel 4 node ເປັນທີ່ຮຽບຮ້ອຍ ໂດຍມີແຜນເປີດຕົວຊິບຕົວນີ້ໃນຊ່ວງເຄິ່ງປີຫຼັງຂອງປີນີ້ Meteor Lake ນັ້ນເປັນຫນ່ວຍປະມວນສຳຫລັບ Desktop ຄາດວ່າຢູ່ໃນຕະກູນ Intel 14th gen Core ເປັນຫນ່ວຍປະມວນຜົນລຸ້ນທຳອິດຂອງ Intel ທີ່ໃຊ້ສະຖາປັດຕະຍະກຳແບບ Chiplet ມີການແຍກສ່ວນພາຍໃນລະຫວ່າງ I/O, CPU core ແລະ Graphic ເປັນຜະລິດຕະພັນໃໝ່ລ່າສຸດທີ່ໃຊ້ຂະບວນການຜະລິດແບບ Next-generation EUV-based Intel 4 process node ເຊິ່ງຊ່ວຍໃນການຜະລິດຊິບປະສິດທິພາບສູງ, ຫລຸດຕົ້ນທຶນ ແລະຊ່ວຍເພີ່ມກຳລັງການຜະລິດໄດ້

Intel ມີລາຍໄດ້ປະຈຳໄຕມາດຢູ່ທີ່ 1.17 ໝື່ນລ້ານຫຣຽນ ເຕີບໂຕຫລຸດລົງເມື່ອທຽບກັບປີທີ່ແລ້ວປະມານ 36% ສັດສ່ວນກຳໄລຂັ້ນຕົ້ນຢູ່ທີ່ 38.4% ເປັນໄປຕາມຄາດການ ທຸລະກິດ Client Computing (CCG), Data Center and AI (DCAI) ແລະ Network and Edge (NEX) ມີການເຕີບໂຕຫລຸດລົງ ສ່ວນທຸລະກິດ Mobileye ແລະ Intel Foundry Services (IFS) ນັ້ນມີການເຕີບໂຕເພີ່ມຂຶ້ນ

 

ທີ່ມາ: https://www.anandtech.com/show/18836/intel-meteor-lake-intel-4-process-now-ramping-for-production

No comments:

Post a Comment

Post Top Ad