Microsoft ປະກາດ Windows 10 ເວີຊັນ 22H2 ຈະເປັນ Feature Update ລຸ້ນສຸດທ້າຍ ແລະຈະເຂົ້າສູ່ໄລຍະ End of Support ໃນເດືອນຕຸລາ 2025

Breaking

Post Top Ad

Post Top Ad

Friday, April 28, 2023

Microsoft ປະກາດ Windows 10 ເວີຊັນ 22H2 ຈະເປັນ Feature Update ລຸ້ນສຸດທ້າຍ ແລະຈະເຂົ້າສູ່ໄລຍະ End of Support ໃນເດືອນຕຸລາ 2025

Microsoft ປະກາດ Windows 10

Microsoft ໄດ້ປະກາດວ່າ Windows 10 ເວີຊັນ 22H2 ນັ້ນຈະເປັນ Feature Update ລຸ້ນສຸດທ້າຍສຳຫລັບ Windows 10 OS ໂດຍ Windows 10 22H2 ທຸກລຸ້ນ (Home, Pro, Enterprise, Education, Pro Education, Pro for Workstation ແລະ IoT Enterprise) ຈະເຂົ້າສູ່ໄລຍະ End of Support ໃນວັນທີ 14 ຕຸລາ ປີ 2025 ໃນລະຫວ່າງນີ້ Microsoft ຈະຍັງຄົງໃຫ້ການສະໜັບສະໜູນ Update ດ້ານຄວາມປອດໄພລາຍເດືອນສຳຫລັບຜູ້ໃຊ້ງານຕໍ່ໄປ ຢ່າງໃດກໍຕາມ Microsoft ໄດ້ແນະນຳໃຫ້ຜູ້ໃຊ້ງານກໍ່ການອັບເກຣດໄປໃຊ້ງານ Windows 11 ແທນ ປັດຈຸບັນມີຜູ້ໃຊ້ງານ Windows ປະມານ 73% ທີ່ຍັງຄົງໃຊ້ງານ Windows 10 ຢູ່

ໃນສ່ວນ Windows LTSC (Long Term Servicing Channel) ເຊິ່ງໃຊ້ງານໃນອຸປະກອນແບບໄລຍະຍາວນັ້ນຈະໄດ້ຮັບການສະໜັບສະໜູນຕໍ່ໄປ ໂດຍຈະເຂົ້າສູ່ໄລຍະ End of Mainstream Support ໃນເດືອນມັງກອນ 2027 ຢົກເວັ້ນລຸ້ນ IoT Enterprise edition ທີ່ຈະສະໜັບສະໜູນເຖິງເດືອນມກັງກອນ 2032 ນອກຈາກນີ້ Microsoft ມີແຜນຈະເປີດຕົວ Windows 11 Enterprise LTSC ແລະ Windows 11 IoT Enterprise LTSC ໃນຊ່ວງເຄິ່ງຫຼັງຂອງປີ 2024

No comments:

Post a Comment

Post Top Ad