Microsoft ປະກາດປັບ License ຂອງ Windows Server 2022 ໃໝ່

Breaking

Post Top Ad

Post Top Ad

Thursday, April 27, 2023

Microsoft ປະກາດປັບ License ຂອງ Windows Server 2022 ໃໝ່

Microsoft ປະກາດປັບ License ຂອງ Windows Server 2022 ໃໝ່ ຫລຸດຂໍ້ກຳນົດບາງຢ່າລົງຊ່ວຍເພີ່ມຄ່ອງຕົວໃນການນຳໄປໃຊ້ງານ

Windows Server 2022
Credit: Microsoft

Microsoft ໄດ້ມີການປັບປ່ຽນວິທີການຄິດ License ບາງສ່ວນຂອງ Windows Server Standard, Datacenter ແລະ Essentials ໃໝ່ ເຊິ່ງເປັນການປ່ຽນແປງທີ່ໜ້າ Product Terms ແຕ່ບໍ່ມີການອະທິບາຍໄວ້ໃນ Blog ຫລືປະກາດໃດໆ ໂດຍເວັບໄຊ Licensing School ແລະ Cloudy With a Chance of Licensing ໄດ້ກວດສອບແລະພົບການປ່ຽນແປງທີ່ສຳຄັນດັ່ງນີ້:

  • ຍົກເລີກຂໍ້ກຳນົດການໃຊ້ງານ 16 Core license ຂັ້ນຕ່ຳສຳຫລັບ Virtual machine ຫລື Azure Hybrid Benefit
  • ຍົກເລີກຂໍ້ກຳນົດຂອງ Azure Hybrid Benefit ທີ່ຈຳເປັນຕ້ອງມີ Windows Server Core License ແບບ group ລະ 8 license ເມື່ອໃຊ້ງານ Virtual Machine ຫລາຍກວ່າ 8 Cores ໂດຍກ່ອນໜ້ານີ້ VM ທີ່ໃຊ້ງານ 20 cores ຈະຕ້ອງໃຊ້ 8 license ລວມກັນທັງໝົດ 3 group ເຊິ່ງເຮັດໃຫ້ 4 license ບໍ່ຖືກໃຊ້ງານ
  • ເມື່ອລູກຄ້າໃຊ້ງານ Windows Server License ຜ່ານ Subscription ທີ່ຈຳໜ່າຍໂດຍ Cloud Service Provider ສາມາດໃຊ້ງານ Standard License ກັບ VM ທີ່ຕິດຕັ້ງ Windows Server Datacenter ໄດ້ແລ້ວ ໂດຍສິດທິນີ້ໃຊ້ໄດ້ສະເພາະ VM ທີ່ເຮັດວຽກເທິງລະບົບ On-premise ຫລື Authorized Outsourcer ເທົ່ານັ້ນ
  • ພາດເນີຜູ້ໃຫ້ບໍລິການແບບ Cloud Solution Provider-Hoster ທີ່ຈຳໜ່າຍ Windows Server Software Subscription ເປັນສ່ວນຫນຶ່ງຂອງບໍລິການແລະເປັນຄົນ Host ລະບົບນັ້ນເອງ ບໍ່ຈຳເປັນຕ້ອງຊື້ Windows Server CAL ຫລື External Connector License

ຢ່າງໃດກໍຕາມຜູ້ເບິ່ງແຍງລະບົບຫລືພາດເນີຄວນປຶກສາ Microsoft ຫລືຕົວແທນຈຳໜ່າຍກ່ອນທຳການຈັດຊື້ ເພື່ອຄວາມຖືກຕ້ອງໃນການນຳໄປໃຊ້ງານ

ທີ່ມາ: https://www.theregister.com/2023/04/26/windows_server_license_changes/

#iTalk #TechNewsLao

No comments:

Post a Comment

Post Top Ad