ເຈົ້າພໍ່ວົງການມາເອງ Andrew Ng ຮ່ວມມື OpenAI ຈັດອົບຮົມອອນໄລການຂຽນ prompt ໃຫ້ແຊັດບອດ

Post Top Ad

Post Top Ad

Friday, April 28, 2023

ເຈົ້າພໍ່ວົງການມາເອງ Andrew Ng ຮ່ວມມື OpenAI ຈັດອົບຮົມອອນໄລການຂຽນ prompt ໃຫ້ແຊັດບອດ

Andrew Ng ໜຶ່ງໃນຜູ້ບຸກເບີກວົງການ Deep Learning ຮ່ວມກັບ OpenAI ຈັດອົບຮົມໄລຍະສັ້ນເວລາ 1.5 ຊົ່ວໂມງ ສຳຫລັບການຂຽນ prompt ເພື່ອສັ່ງງານແຊັດບອດໃຫ້ເຮັດວຽກຕາມທີ່ຕ້ອງການໄດ້ຢ່າງມີປະສິດທິພາບ

GPT_PLOMPT


ໂດຍທົ່ວໄປແລ້ວປັນຍາປະດິດໃນກຸ່ມໂມເດວພາສາຂະໜາດໃຫຍ່ (large language model - LLM) ສາມາດຮັບຄຳສັ່ງພາສາມະນຸດໄດ້ຄ້ອນຂ້າງດີ ແຕ່ກໍມັກມີເທັກນິກບາງຢ່າງທີ່ເຮັດໃຫ້ມັນເຮັດວຽກໄດ້ກົງຄວາມຕ້ອງການຫລາຍຂຶ້ນ ໃນການອົບຮົມ "ChatGPT Prompt Engineering for Developers" ນີ້ຈະສອນການສັ່ງງານ LLM ຫຼາຍປະເພດ ໂດຍສະເພາະງານໃນກຸ່ມ ການສະຫລຸບຄວາມ, ກາອະນຸມານຂໍ້ມູນ (inferring ເຊັ່ນ ການຫາຫົວຂໍ້, ຫລືວິເຄາະມຸມມອງ), ການແປງຂໍ້ຄວາມ ເຊັ່ນ ແປພາສາ ຫລືແກ້ຄຳຜິດ, ແລະການຂະຫຍາຍຄວາມ

ການໃຊ້ງານຈະໃຊ້ຜ່ານ Jupyter ດັ່ງນັ້ນຜູ້ຮຽນຄວນຕ້ອງເຂົ້າໃຈພາສາ Python ນ້ອຍໜຶ່ງ

ທີ່ມາ: https://www.deeplearning.ai/short-courses/chatgpt-prompt-engineering-for-developers/

Post Top Ad