TikTok ເປີດຕົວ generative AI ສ້າງໂປຣໄຟລ Avatars ໃຫ້ຜູ້ໃຊ້ TikTok

Breaking

Post Top Ad

Post Top Ad

Friday, April 28, 2023

TikTok ເປີດຕົວ generative AI ສ້າງໂປຣໄຟລ Avatars ໃຫ້ຜູ້ໃຊ້ TikTok

TikTok ເປີດຕົວ generative AI ສ້າງໂປຣໄຟລ Avatars ໃຫ້ຜູ້ໃຊ້ TikTok ຟີເຈີໃໝ່ນີ້ເຜີຍໂດຍ Matt Navarra ທີ່ປຶກສາດ້ານສື່ສັງຄົມອອນລາຍ ໄດ້ໂຊພາບຟີເຈີໃໝ່ການສ້າງ Avatars ໂປຣໄຟລດ້ວຍ generative AI ເທິງແອັບ TikTok ໂດຍພາບທີ່ໄດ້ນັ້ນຈະເໝືອນກັບການສ້າງ Avatars Profile ຜ່ານແອັບ Lensa ຂອງ Prisma Labs ໂດຍໃຫ້ເຮົາອັບໂຫຼດຮູບເຮົາ 3-10 ພາບ ຈາກນັ້ນເລືອກ style ພາບທີ່ຕ້ອງການ

TikTok

ເທົ່ານີ້ AI ກໍຈະເອົາຮູບທັງໝົດ ແລະ style ທີ່ເຮົາເລືອກມາສ້າງເປັນພາບໃໝ່ທີ່ງາມສຸດ Cool ໃຫ້ເຮົາດາວໂຫຼດເປັນຮູບໂປຣໄຟລ Avatar ໃໝ່ແລ້ວ ດັ່ງນັ້ນລໍຖ້າອີກຈັກໜ້ອຍກໍ່ຈະເຫັນ Avatar ໃໝ່ຂອງເພື່ອນໆທີ່ສ້າງດ້ວຍ generative AI ຂອງ TikTok ໃຫ້ທຸກຄົນໄດ້ລອງໃຊ້ກັນ

ອ້າງອິງຈາກ: https://www.theverge.com/2023/4/25/23698394/tiktok-ai-profile-picture-avatar-lensa

No comments:

Post a Comment

Post Top Ad