ລາວ ໂທລະຄົມ ເປີດທົດລອງນຳໃຊ້ລະບົບ 5G ຜູ້ທຳອິດໃນ ສປປ ລາວ

Breaking

Post Top Ad

Post Top Ad

Tuesday, October 15, 2019

ລາວ ໂທລະຄົມ ເປີດທົດລອງນຳໃຊ້ລະບົບ 5G ຜູ້ທຳອິດໃນ ສປປ ລາວ



ມື້​ວັນອັງ​ຄານ​ທີ່​ຜ່ານມາ (08 ຕູລາ 2019) ບໍລິສັດ​ລາວ​ໂທ​ລ​ະຄົມ (Lao Telecom) ເລີ່ມ​ທົດລອງເທັກ​ໂນ​ໂລ​ຢີ 5ຈີ (5G) ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ບໍລິສັດ ໃນ​ນະຄອນຫຼວງວຽງ​ຈັນ, ເນື່ອງ​ຈາກ​ລະບົບ​ສື່​ສານ​ແບບບໍ່ມີ​ສາຍ ​ພັດທະນາ​ໄປ​ຢ່າງ​ວ່ອງໄວ ​ແລະ ​ໃຊ້​ກັນ​ຢ່າງ​ແພ່​ຫຼາຍ​ໃນ​ຊີວິດ​ປະຈຳ​ວັນ ລາວໂທລະຄົມ ຜູ້​ໃຫ້​ບໍລິການ​ດ້ານ​ໂທລະ​ຄົມ​ມະນາ​ຄົມ​ຈຶ່ງ​ຕ້ອງ​ປັບ​ຕົວ​ກ້າວ​ຕາມ​ເທັກ​ໂນ​ໂລ​ຢີ​ໃໝ່​ໆ ສະເໝີ ໂດຍ​ເທັກ​ໂນ​ໂລ​ຢີ 5G ຫລື​ ລະບົບ​ສື່​ສານ​ແບບບໍ່ໃຊ້​ສາຍ​ຍຸກ​ທີ່ 5 ນີ້​ຈະ​ມີ​ຄວາມ​ອັດ​ສະລິ​ຍະ ວ່ອງໄວ ແລະ​ ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ ລວມ​ທັງ​ຕອບສະໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ໄດ້​ດີກວ່າ​ເມື່ອ​ທຽບ​ກັບ​ເທັກ​ໂນ​ໂລ​ຢີ 4G
ທ່ານຮອງ​ຜູ້​ອຳ​ນວຍ​ການ​ທົ່ວ​ໄປ​ຂອງ​ບໍລິສັດ​ ລາວໂທລະຄົມ ກ່າວ​ວ່າ​ການ​ທົດລອງ​ເທັກ​ໂນ​ໂລ​ຢີ 5G ເປັນ​ອີກ​ກ້າວ​ສຳຄັນ​ຂອງ​ບໍລິສັດ ລວມ​ເຖິງ​ກຸ່ມ​ຜູ້​ໃຊ້​ທີ່​ສົນ​ໃຈ​ຈະ​ຮຽນ​ຮູ້​ ແລະ ​ກ້າວ​ທັນ​ມາດຕະຖານ​ສາກົນ

ບໍລິສັດ​ ໃຫ້​ຄວາມ​ສົນ​ໃຈ​ເປັນ​ພິເສດ​ໃນ​ການ​ປັບ​ການ​ດຳ​ເນີນ​ທຸລະກິດ​ໃຫ້​ທັນ​ສະໄໝ ເພື່ອ​ສະໜັບ​ສະໜູນ​ຍຸດທະສາດ​ຂອງ​ກະ​ຊວງ​ໄປສະນີ ແລະ​ ໂທລະ​ຄົມມະ​ນາຄົມ​ຂອງ​ປະເທດ​ ໃນ​ການ​ພັດທະນາ​ອຸດສາຫະກຳ​ໄອ​ຊີ​ທີ (ICT) ຊຶ່ງ​ເປັນ​ເຄື່ອງ​ມື​ສຳຄັນ​ໃນ​ການ​ຂັບ​ເຄື່ອນ​ການ​ພັດທະນາ​ເສດຖະກິດ​ ແລະ​ ສັງຄົມ. ອີກທັ້ງຍັງເປັນການ ​ບູລະ​ນາ​ການ ​ກັບ​ມາດຕະຖານ​ລະ​ດັບ​ພູມິພາກ​ ແລະ​ ສາກົນ
ທ່ານກ່າວ​ວ່າ​ການ​ທົດສອບ 5G ເປັນ​ຄວາມ​ພະຍາຍາມ​ລ່າ​ສຸດ​ຂອງ​ບໍລິສັດ​ໃນ​ການ​ນຳ​ເທັກ​ໂນ​ໂລ​ຢີ​ຂັ້ນ​ສູງ​ມາສູ່​ຊາວ​ລາວ ຊຶ່ງ​ບໍ່​ພຽງ​ຈະ​ຊ່ວຍ​ປັບ​ປຸງ​ຊີວິດ​ປະຈຳ​ວັນເທົ່າ​ນັ້ນ ແຕ່​ຍັງ​ຊ່ວຍ​ຍົກ​ລະດັບ​ທຸລະກິດ ແລະ ​ເຮັດໃຫ້​ເສດຖະກິດ​ເຂັ້ມແຂງຂຶ້ນ ຂະນະ​ດຽວ​ກັນ​ການ​ພັດທະນາ​ດັ່ງ​ກລ່າວ​ຈະ​ຊ່ວຍ​ໃຫ້​ປະຊາຊົນ ​ແລະ ​ທຸລະກິດ​ເຊື່ອມ​ໂຍງ​ກັນ​ທັງ​ໃນ​ລະ​ດັບ​ພູມິພາກ​ ແລະ​ ລະ​ດັບ​ສາກົນ​ອີກ​ດ້ວຍ
ແຫຼ່ງຂໍ້ມູນ:


No comments:

Post a Comment

Post Top Ad